Facebook ພະຍາຍາມ​ສ້າງໂທລະສັບສະ​ໝາດ​ໂຟນ​ອີກ​ແລ້ວ!!

(GMT+08:00) 2012-06-14 16:13:26     cri
ມີ​ຂ່າວ​​ລື​ອອກ​ມາ​ອີກວ່າ Facebook ​ກຳ​ລັງກຽມ​ຈະພັດທະນາ"ມື​ຖືສະ​ໝາດ​ໂຟນ"ຂອງ​ທາງ​ບໍລິສັດ​ຕົນ​ເອງອີກ​ເທື່ອ​ໜຶ່ງ​ແລ້ວ ຈາກການ​ລາຍ​ງານ​ຂ່າວທາງ​ເວັບ​ໄຊ​ຕ່າງປະ​ເທດ ບອກ​ວ່າ Facebook ​ໄດ້​ຈ້າງ​ວິ​ສະວະກອນ​ທີ່​ມີ​ປະສົບການ​ ໃນ​ການ​ພັດທະນາ​ໄອ​ໂຟນ (iPhone) ແລະ​ໄອ​ແພດ (iPad), ຕາມ​ຂ່າວ​ຍັງ​ບອກ​ອີກ​ວ່າ ແຜນ​ການ​ພັດທະນາ​ສະ​ໝາດ​ໂຟນ​ຂອງ​ Facebook ນັ້ນ​ເລີມ​ທົດ​ລອງຫຼາຍອັນຫຼາຍ​ແນວ ຢູ່ໃນ​ບໍລິສັດ​ມາ​ດົນ​ກວ່າ​ໜຶ່ງ​ປີ​ແລ້ວ ຊຶ່ງ​ຄາດ​ວ່າ ​ໄລຍະ​ເວລາ​ທີ່​ ​ໂທລະສັບFacebook ເປີດ​​ໂຕ ໜ້າ​ຈະ​ເປັນ​ທ້າຍ​ປີ​ນີ້ ຫລື​ຢ່າງ​ຊ້າ​ກໍ​ຕົ້ນ​ປີ 2013

ເຖີ່​ງຢ່າງໃດ​ກໍ​ຕາມ ຄວາມ​ພະຍາຍາມ​​ໃນ​ການພັດທະນາ​ສະ​ໝາດ​ໂຟນ​ເທື່ອ​ນີ້​ຂອງ​ Facebook ກໍ​ຖື​ເປັນ​ເທື່ອ​ທີ່​ສາມ​ແລ້ວ, ​ເຊີ່ງ​ເທື່ອ​ທຳ​ອິດ ​ທາງ​ບໍລິສັດ​ຕ້ອງ​ໄດ້​ຍົກ​ເລີກ​ໄປ​ເນື່ອງຈາກ​ຂາດ​ຄວາມ​ຊ່ຽວຊານ​ທາງ​ດ້ານ​ ຮາດ​ແວ​ທີ່​ຈຳ​ເປັນ, ສ່ວນໃນ​​ປີ​ກາຍ​ກັບ​ຄວາມ​ພະຍາຍາມ​ເທື່ອ​ທີ່​ສອງ Facebook ​ໄດ້​ຮ່ວມ​ມື​ກັບ​ ເອສທີ​ຊີSTC ​ພັດທະນາ​ ສະ​ໝາດ​ໂຟນ ຊຶ່ງ​ຄວາມ​ພະຍາຍາມ​ເທື່ອ​ທີ່ສອງ​ນັ້ນຈື່ງ​ໄດ້​ຕໍ່​ເນື່ອງ​ມາ​ຮອດ​ເທື່ອ​ທີ່​ສາມ ກັບ​ການ​ຮ່ວມ​ມື​ນຳ​ຜູ້​ເກົ່າ​ກໍ່ຄື STC ຕ້ອງ​ຖ້າ​ເບີ່​ງວ່າ ​ໂທລະສັບ ສະໝາດ​ໂຟນຂອງ​ Facebook ນັ້ນ ມັນ​ຈະ​ອອກ​ມາມື້​ໃດ ​ແລະ ໜ້າມັນ​ຈະ​ເປັນ​ແນວ​ໃດ.