ຄົນ​ແສງ​ຕາ​ສັ້ນ​ຄວນ​ສົນ​ໃຈ​ວິ​ຕາ​ມິນ​ໃດ​ແດ່?

(GMT+08:00) 2012-07-10 10:10:32     cri
ຄົນເຮົາບໍ່ຄວນຄິດວ່າເມ່ືອສາຍຕາສັ້ນແລ້ວກໍ່ຈະຕ້ອງສັ້ນຫລາຍຂຶ້ນເລື້ອຍໆສະເໝີໄປ. ເນື່ອງຈາກວ່າຈຸ​ລັງປະສາດຕານັ້ນ
ຈະບໍ່ເສື່ອມລົງໄປຖ້າໄດ້ຮັບການບຳລຸງທີ່ດີ. ໂດຍສ່ວນຫລາຍເຮົາຈະເຄີຍໄດ້ຮູ້ແຕ່ວ່າຄົນທີ່ຮັບປະທານວິຕາມິນອາ(A)ຢ່າງສະ
ໝໍ່າສະ ເໝີຈະມີດວງຕາສວຍງາ ສາຍຕາດີເພາະວິຕາມິນອາ(A) ກ່ຽວຂ້ອງກັບສາຍຕາໂດຍ ກົງຢູ່ແລ້ວ.  

ແຕ່ທາງວິທະຍາສາດການແພດໄດ້ຄົ້ນພົບວ່າວິຕາມິນເບ 1 ( B 1 ) ແລະ ວິຕາມິນອີ ( E ) ມີຄຸນສົມບັດຊ່ວຍບຳລຸງຕາຂອງ ຄົນເຮົາໄດ້ເປັນຢ່າງດີີີການຂາດວິຕາມິນອີຈະເຮັດໃຫ້ຈໍຮັບພາບຂອງຕາເສື່ອມ, ສ່ວນການຂາດວິຕາມິນເບ 1 ປະສາດ ທີ່ເຮັດໜ້າທີ່ນຳພາບໄປສູ່ສະຫມອງກໍ່ຈະເກີດຜິດປົກກະຕິສົ່ງຜົນໃຫ້ປະສາດເສື່ອມ.

   ອາຫານທີ່ເປັນແຫລ່ງວິຕາມິນອີ ແລະ ເບ 1 ທີ່ດີໄດ້ແກ່ຕັບ, ນົມ, ຖົ່ວ ດິນ, ຖົ່ວຕ່າງໆ, ໄຂ່ແດງ, ເຂົ້າ ຕຳດ້ວຍມື, ເຕົ້າຫູ້,
ຊີ້ນຫມູ, ງາ, ກະທຽມ ແລະ ສາຫຼ່າຍ.  ຮູ້ແບບນີ້ແລ້ວກໍ່ຢ່າລືມດູແລສຸຂະພາບຂອງຕົນໃຫ້ດີ  ຕັ້ງແຕ່ມື້ນີ້ເປັນຕົ້ນໄປເພື່ອ ວ່າດວງຕາຂອງທ່ານຈະໄດ້ເພີ່ມຄວາມສົດໃສຂອງຊີວິດໃຫ້ໄດ້ນານໆ.