ບັງ​ເອີນ (ສຽງ)

(GMT+08:00) 2012-07-19 14:19:34     cri








ໃນ​ຄືນ​ມື້​ໜື່ງມີ​ບ່າວ ​ໄປ​ລົມ​ສາວ ​ລົມ​ໄປ​ລົມ​ມາ​ດື່ມ​ນໍ້າ​ດິບ​ບັງ​ເອີນ ບໍ່​ໄດ້​ຕັ້ງ​ໃຈ​ສະລະ​ແລ້ວ ບໍ່​ໄດ້​ຕັ້ງ​ໃຈ​ວ່າ​ຊັ້ນ​ຊະ! ຜູ້​ສາວ ​ເໜັງ​ໄປ​ເນັງມາກໍ່​ເລີຍ​ປ່ອຍ​ລົມ​ອອກ​​ ບຶດໜື່ງອ້າຍ​ບ່າວ​ກໍ່​ເໜັງ​ໄປ​ເໜັງ​ມາລະ​ປ່ອຍ​ລົມ​ອອກ​ຄືນ​ກັນ ທາງອ້າຍ​ບ່າວ​ລະ​ຮູ້ສຶກ​ນະ​ອາຍ​ເລີຍ​ເວົ້າ​ຂື້ນ​ວ່າ:

    ອ້າຍ​ບ່າວ: ​ເອີ້! ຢ່າ​ວ່າ​ຊັ້ນ​ວ່າ​ຊີ້ ​ເດີ້​ນ້ອງ​ເດີ້ ບັງ​ເອີນ​ວ່າ​ມັນ​ຄື​ກັນ​ເນາະນ້ອງ​ເນາະ! ​ຊ່າງ​ວ່າ​ຮູ້ສຶກ​ຄື​ກັນ​ເນາະນ້ອງ​ເນາະ! ​ໃນ​ຫັ້ນ​ພໍ່​ຜູ້​ສາວ​ໄດ້​ຍິນ​ເລີຍ​ເວົ້າ​ຂືນວ່າ:

ພໍ່​ຜູ້​ສາວ: ​ເອີ້! ​ໃຫ້​ສູ​ບັງ​ເອີນ​ກັນ​ຢູ່​ຫັ້ນ​ເດີ້! ຊິ​ໄປ​ທາງ​ໃດ​ລະ​ໄປ​ໄດ່! ບ່ອນ​ນີ້​ບໍ່​ແມ່ນ​ລາຍ​ຕົດ​ໄດ໋! ຮ່າ……ຮ່າ………….