ງານກິລາໂອແລັມປິກລອນດອນ​ຕ້ານ​ສານ​ກະ​ຕຸ້ນ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

(GMT+08:00) 2012-07-19 15:55:27     cri
ບໍລິສັດ BBC ຂອງ​ອັງກິດ​ລາຍ​ງານ​ວ່າ, ງານ​ກິລາ​ໂອ​ແລັມປິກ​ລອນ​ດອນ​ປີ 2012 ຈະ​ກາຍ​ເປັນ​ງານ​ໂອ​ແລັມປິກ​ຄັ້ງໜຶ່ງ​ທີ່​ຕ້ານ​ສານ​ກະ​ຕຸ້ນ​ຢ່າງແຂງ​ແຂງ​ທີ່​ສຸດ​ໃນ​ປະຫວັດສາດ.

ຂ່າວ​ແຈ້ງວ່າ, ນັກ​ກິລາ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຈະ​ຖືກ​ກວດກາ​ສານ​ກະ​ຕຸ້ນ, ນັບ​ແຕ່​ປັດຈຸບັນ​​ໄປ​ຈົນຮອດ​ງານ​ກິລ​າ​ໂອ​ແລັມປິກ​ຄົນ​ພິການ​ສິ້ນສຸດ​ລົງ, ມີ​ນັກ​ວິທະຍາສາດ 150 ຄົນ​ຈະ​ກວດກາ​ຕົວຢ່າງ 6 ພັນ​ຕົວຢ່າງ. ສິ່ງ​ທີ່​ຕ້ອງ​ກ່າວ​ເຖິງ​ເປັນ​ພິ​ເສດ​ນັ້ນ​ແມ່ນ, ນັກ​ກິລາ​ທຸກ​ຄົນ​ທີ່​ໄດ້​ຮັບ​ຫຼຽນ​ລ້ວນ​ແຕ່​ຕ້ອງ​ຮັບ​​ເອົາ​ການ​ກວດກາ.

ນັກ​ກິລາ​ຜູ້​ມີ​ຊື່​ສຽງ​ຫຼາຍ​ຄົນຂອງ​ປະ​ເທດ​ອັງກິດກໍ​ຈະ​ເປັນ​ຕົວຢ່າງ​ໃນ​ການ​ຕ້ານ​ສານ​ກະ​ຕຸ້ນ. ທ່ານ​ເດີ​ເວັນ​ນິສ, ນັກ​ກິລາ​ທີ່​ເຄີຍ​ໄດ້​​ເປັນ​ແຊັມ​ໃນ​ການ​ແຂ່ງຂັນ​ແລ່ນ​ປ່ຽນ​ໄມ້ 4 ຄູນ 100 ​ແມັດ​ໃນ​ງານ​ກິລາ​ໂອ​ແລັມປິກ​ອາ​ແຕນ​ເມື່ອ​ປີ 2004 ກ່າວ​ວ່າ,"ການ​ທີ່​ໄດ້​ຮັບ​ຫຼຽນ​ຂອງ​ງານ​ກິລາ​ໂອ​ແລັມປິກ​ແມ່ນ​ມີ​ຄວາມ​ຮູ້ສຶກພາກພູມ​ໃຈ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້, ສະນັ້ນ ຕ້ອງ​ຮູ້​ຈະ​ແຈ້ງວ່າ​ນັກ​ກິລາ​ທຸກ​ຄົນ​ທີ່​ຂຶ້ນຢືນ​ຢູ່​ເທິງ​ແທ່ນ​ຮັບ​ລາງວັນ​ນັ້ນ ​ໄດ້​ທຸ່ມ​ເທ​ເຫື່ອ​ແຮງ​ແລະ​ຄວາມ​ຕັດສິນ​ໃຈ​ຫຼື​ບໍ່, ຫາກ​ບໍ່​ແມ່ນ​ອາ​ໃສ​ສານ​ກະ​ຕຸ້ນ."

ນອກ​ນີ້, ​ໃນ​ງານ​ໂອ​ແລັມປິກ​ຄັ້ງນີ້, ມີຫຼາຍ​ກວ່າ 1 ພັນ​ຄົນ​ເຮັດ​ວຽກ​ຢູ່​ຫ້ອງ​ທົດ​ລອງ​ຕ້ານ​ສານ​ກະ​ຕຸ້ນ, ​ແຕ່​ລະ​ມື້ ຈະ​ກວດກາ​ຕົວຢ່າງ 400 ຕົວຢ່າງ​ເພື່ອ​ຢືນຢັນ​ວ່າ​ມີ​ສານ​ກະ​ຕຸ້ນ​ທີ່​ເກືອດ​ຫ້າມ​ຫຼື​ບໍ່. ປັດຈຸບັນ ສານ​ກະ​ຕຸ້ນ​ທີ່​ຫ້າມ​ໃຊ້​ມີ​ຫຼາຍ​ກວ່າ 240 ຊະນິດ.
ທ້າວ​​ແອ​ມົງ​ເດ, ນັກ​ກິລາລອຍ​ນ້ຳ​ຄົນ​ພິການ​ທີ່​ເຄີຍ​ໄດ້​ຮັບ​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ​ແບບ​ຟຼິສະ​ໄຕ 4 ຄູນ 100 ​ແມັດ​ຢູ່​ງານ​ກິລາ​ໂອ​ແລັມປິກ​ອາ​ແຕນ​ແລະ​ປັກ​ກິ່ງ​ກ່າວ​ວ່າ:"ການ​ທີ່​ໄດ້​ຮັບ​ຫຼຽນ​ກໍ​ຄື​ການ​ເສບ​ຢາ​ເສບ​ຕິດ, ​ໄດ້​ຮັບ​ຫຼຽນ​ໜຶ່ງ​ແລ້ວ ກໍ​ຢາກ​ໄດ້​ອີກ​ຫຼຽນ​ໜຶ່ງ, ນີ້​ແມ່ນ​ກຳລັງ​ແຮງ​ໃຫຍ່​ທີ່​ສຸດ​ສຳລັບ​ຂ້ອຍ. ​ໃນ​ເວລາ​ຢືນ​ຢູ່​ເທິງ​ແທ່ນ​ຮັບ​ລາງວັນ ຮູ້ສຶກ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທຸ່ມ​ເທ​ອອກ​ມານັ້ນ​ແມ່ນ​ຄຸ້ມຄ່າ​ໝົດ. ຂ້ອຍ​ຝຶກ​ແອບ​ອາທິດ​ລະ 9 ​ເທື່ອ, ​ເທື່ອ​ລະ 2 ຊົ່ວ​ໂມງ​ເຄິ່ງ, ຝຶກ​ແອບ​ມາ 4 ປີ​ແລ້ວ, ຂ້ອຍ​ເຊື່ອໝັ້ນວ່າ, ພວກ​ເຮົາ​ໄດ້​ມີ​ມາດ​ຕະການ​ທຸກ​ຢ່າງ​ເພື່ອ​ຕ້ານ​ສານ​ກະ​ຕຸ້ນ, ນີ້​ຈະ​ນຳ​ມາ​ເຊິ່ງງານ​ກິລາ​ໂອ​ແລັມປິກ​ທີ່​ພິ​ເສດ​ຄັ້ງໜຶ່ງ."