ເຈົ້າໜ້າ​ທີ່​ກວດກາ​ຄວາມ​ປອດ​ໄພ​ທີ່​ມີ​ປະສົບ​ການ​ບໍ່​ຢູ່ສະໜາມ​ບິນ​ຮີ​ສ​ໂລ​ບາງ​ໄດ້ໄດ້​ປ່ອຍ​ໃຫ້​ຜູ້​ຖືກ​ສົງ​ໄສ​ວ່າ​ຈະ​​ເປັນ​ຜູ້ກໍ່​ການ​ຮ້າຍ​ໃຫ້​ເຂົ້າ​ປະ​ເທດ​ຫຼາຍຄົນ

(GMT+08:00) 2012-07-19 16:03:22     cri
ໜັງສືພິມ​ນັກ​ສັງ​ເກດ​ການ​ໄດ້​ນຳ​ເອົາ​ຄວາມ​ເວົ້າຂອງ​ເຈົ້າໜ້າ​ທີ່​ອົງການ​ຄຸ້ມ​ຄອງ​ຊາຍ​ແດນ​ອັງກິດ​ທີ່​ບໍ່​ຍອມ​ເປີດ​ເຜີຍ​ຊື່ 2 ຄົນ​ມາ​ລາຍ​ງານວ່າ, ​ເລີ່​ມ​ແຕ່​ຕົ້ນ​ເດືອນ​ນີ້​ເປັນຕົ້ນມາ, ​ເຈົ້າໜ້າ​ທີ່​ກວດກາ​ຄວາມ​ປອດ​ໄພ​ທີ່​ມີ​ປະສົບ​ການ​ບໍ່​ຢູ່ສະໜາມ​ບິນ​ຮີ​ສ​ໂລ​ບາງ​ໄດ້ໄດ້​ປ່ອຍ​ໃຫ້​ຜູ້​ຖືກ​ສົງ​ໄສ​ວ່າ​ຈະ​​ເປັນ​ຜູ້ກໍ່​ການ​ຮ້າຍ​ໃຫ້​ເຂົ້າ​ປະ​ເທດ​ຫຼາຍຄົນ, ​ໃນ​ນັ້ນ ຫຼາຍ​ທີ່​ສຸດ ມື້ໜຶ່ງ​ໄດ້​ປ່ອຍ​ໃຫ້ 5 ຄົນ​ເຂົ້າ​ສູ່​ປະ​ເທດ.

​ເຈົ້າໜ້າ​ທີ່​ຂອງ​ອົງການ​ຄຸ້ມ​ຄອງ​ຊາຍ​ແດນ​ຜູ້​ໜຶ່ງ​ເວົ້າວ່າ, ​ເມື່ອ​ເຈົ້າໜ້າ​ທີ່​ກວດ ກາໜັງສື​ເດີນທາງ​ພົບ​ເຫັນ​ຜູ້​ໂດຍສານ​ທີ່​ໜ້າ​ສົງ​ໄສ​​ເຂົ້າ​ມາ, ຄວນ​ແຈ້ງ​ໃຫ້​ກອງ​ຕຳຫຼວດ​ຕ້ານ​ການ​ກໍ່​ການ​ຮ້າຍ​ຫຼື​ອົງການ​ຄວາມ​ປອດ​ໄພ​ຂອງ​ອັງກິດ​ຊາບ​ໃນ​ທັນທີ. ​ເຈົ້າໜ້າ​ທີ່​ຜູ້​ນີ້​ເວົ້າວ່າ, ອັນ​ທີ່​ວ່າ"ຜູ້​ໂດຍສານ​ທີ່​ໜ້າ​ສົງ​ໄສ"ໝາຍ​ເຖິງ​ຜູ້​ທີ່​ຊື່​ນາມສະກຸນ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຜູ້​ຖືກ​ສົງ​ໄສ​ກໍ່​ການ​ຮ້າຍ​ຂອງ​ກະຊວງ​ພາຍ​ໃນ​ຂອງ​ອັງກິດ. ການ​ທີ່​ແຈ້ງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄົນ​ເຫຼົ່າ​ນີ້​ເຂົ້າ​ປະ​ເທດນັ້ນ​ໃຫ້​ຝ່າຍ​ຕຳຫຼວດ​ຫຼື​ອົງການ​ຂ່າວ​ລັບ ​ແມ່ນ​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ, ຖ້າ​ບໍ່​ດັ່ງນັ້ນ ຈະ​ບໍ່​ສາມາດ​ຮູ້​ວ່າ ​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ປະ​ເທດ​ອັງກິດ​ແລ້ວ​ໄດ້​ໄປ​ບ່ອນ​ໃດ​ອີກ.

​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ຊາຍ​ແດນ​ອີກ​ຜູ້​ໜຶ່ງ​ບອກ​ນັກ​ຂ່າວ​ຂອງ​ໜັງສືພິມ​ນັກ​ສັງ​ເກດ​ການ​ວ່າ, ​ເມື່ອ​ງານ​ກິລາ​ໂອ​ແລັມປິກ​ໃກ້​ຈະ​ໄຂ​ຂຶ້ນ, ​ເພື່ອ​ຜ່ອນຄາຍ​ຄວາມ​ກົດ​ດັນ​ທາງ​ດ້ານ​ຜູ້​ໂດຍສານ​ທີ່​ຫຼວງ​ຫຼາຍ, ສະໜາມ​ບິນ​ຮິ​ສ​ໂລ​ໄດ້​ສັບ​ຊ້ອນໃຫ້​ເຈົ້າໜ້າ​ທີ່​ທີ່​ປະສົບ​ການ​ບໍ່​ຫຼາຍຈຳນວນ​ໜຶ່ງ​ມາ​ຊ່ວຍ​ວຽກ. ​ເຂົາ​ເຈົ້າ​ແຕ່​ກ່ອນ​ແມ່ນ​ເຮັດ​ວຽກ​ຢູ່​ອົງການ​ອື່ນໆ​ທີ່​ຂຶ້ນກັບກະຊວງ​ພາຍ​ໃນ, ຖືກ​ສັບ​ຊ້ອນ​ມາ​ຢູ່​ສະໜາມບິນ​ເປັນ​ການ​ຊົ່ວຄາວ.

​ເຂົ​າ​ເຈົ້າບາງ​ຄົນ​ຫາ​ກໍ່​ຮູ້​ວຽກ​ງານ​ພື້ນຖານ​ທີ່​ກວດກາ​ໜັງສື​ເດີນທາງ, ອີກ​ສ່ວນ​ໜຶ່ງ​ພຽງ​ແຕ່​ໄດ້​ຮັບ​ການ​ອົບຮົມ​ເປັນ​ເວລາ​ມື້ໜຶ່ງ​ເທົ່າ​ນັ້ນ, ສ່ວນ​ການ​ອົບຮົມ​ທຳ​ມະ​ດາ​ຕ້ອງ​ໃຊ້ເວລາ 6 ​ຫາ 8 ອາທິດ.