ບໍລິສັດ G4S ບໍ່​ມີ​ກຳລັງ​ທີ່​ພຽງພໍ​ໃນ​ການ​ຮັບ​ເໝົາ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ແລັມປິກ​ທັງ​ໝົດ​ແຕ່​ຝ່າຍ​ດຽວ

(GMT+08:00) 2012-07-19 16:05:39     cri
ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ແລັມປິກ​ຍັງ​ມີ​ອີກ​ຂ່າວ​ໜຶ່ງ​ຂອງ​ໜັງສືພິມ​ເອກະລາດ​ຂອງ​ປະ​ເທດ​ອັງກິດ, ​ເຊິ່ງ​ໄດ້​ແຈ້ງວ່າ, ກ່ອນ​ນ້າ​ນີ້​ໜຶ່ງ​ປີ​, ຜູ້​ຮັບຜິດຊອບ​ຂອງ​ສະມາຄົມ​ຕຳຫຼວດ​ຂອງ​ອັງກິດທີ່​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ​ ​ກໍ​ໄດ້​ເຕືອນ​ເຈົ້າໜ້າ​ທີ່​​ກະຊວງ​ພາຍ​ໃນຂອງ​ປະ​ເທດ​ອັງກິດ​ວ່າ, ບໍລິສັດ G4S ບໍ່​ມີ​ກຳລັງ​ທີ່​ພຽງພໍ​ໃນ​ການ​ຮັບ​ເໝົາ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ແລັມປິກ​ທັງ​ໝົດ​ແຕ່​ຝ່າຍ​ດຽວ, ​ແຕ່​ວ່າ ລັດຖະບານ​ອັງກິດ​ຄື​ຊິ​ບໍ່​ໄດ້​ປະຕິບັດ​ຕໍ່​ຄຳ​ເຕືອນ​ດັ່ງກ່າວ​ຢ່າງ​ເຄັ່ງຄັດ.

ໜັງສືພິມ​ເອກະລາດ​ເຜີຍ​ໃຫ້​ຮູ້​ວ່າ, ​ເມື່ອ 1 ປີ​ກ່ອນ, ຜູ້​ຮັບຜິດຊອບ​ຂອງ​ສະມາຄົມ​ຕຳຫຼວດ​ທີ່​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ​ຂອງ​ອັງກິດ​ກໍ​ໄດ້​ມີ​ຂໍ້​ສະ​ເໜີ​ຕໍ່​ລັດຖະບານ​ອັງກິດ​ວ່າ, ຖັນ​ແຖວ​ຂອງ​ຕົນ​ສາມາດ​ຊ່ອຍ​ລັດຖະບານ​ເຮັດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ໄລຍະ​ງານ​ກິລາ​ໂອ​ແລັມປິກ​ໄດ້, ​ແລະ​ເພີ່ນ​ກໍ​ເຊື່ອ​ວ່າ, ອາ​ໃສ​ແຕ່​ບໍລິສັດ G4S ຝ່າຍ​ດຽວ​ແມ່ນ​ບໍ່​ພຽງພໍ. ​ແຕ່​ວ່າ​ລັດຖະບານ​ບໍ່​ໄດ້​ໃຊ້​ມາດ​ຕະການ​ຫຍັງ.

​ທາງ​ດ້ານລັດຖະມົນຕີ​ວັດທະນະທຳ​ຂອງ​ອັງກິດ​ເວົ້າວ່າ, ຈົນ​ມາ​ຮອດ​ອາທິດ​ແລ້ວ​ນີ້ ລັດຖະບານ​ຈຶ່ງ​ສັງ​ເກດ​ເຫັນ​ວ່າ, ບໍລິສັດ G4S ບໍ່​ສາມາດ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ຕົນ, ​ແລ້ວຈຶ່ງ​ໄດ້​ປະຕິບັດ​ແຜນການ​ສຸກ​ເສີນ​ໃນ​ທັນທີ. ລັດຖະມົນຕີ​ວັດທະນະທຳ​ຜູ້​ນີ້​ກ່າວ​ວ່າ, "ພວກ​ຂ້າພະ​ເຈົ້າມີ​ແຜນການ​ສຸກ​ເສີນ​ຕໍ່​ແຜນການ​ແຕ່​ລະສະ​ບັບ, ການ​ປະຕິບັດ​ແຜນການ​ສຸ​ກ​ເສີນ​ແມ່ນ​ເລື່ອງ​ທຳ​ມະ​ດາ."
ກ່ອນ​ໜ້າ​ນີ້ ມີ​ສື່​ມວນ​ຊົນ​ລາຍ​ງານ​ວ່າ, ​ເພື່ອ​ແກ້​ໄຂ​ບັນຫາ​ແຮງ​ງານ​ບໍ່​ພຽງພໍ, ບໍລິສັດ G4S ​ໄດ້​ຈ້າງ​ຄົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ, ​ແຕ່​ຄົນ​ຕ່າງປະ​ເທດ​ເຫຼົ່າ​ນີ້ ພຽງ​ແຕ່​ຜ່ານ​ການ​ອົບຮົມ​ອາທິດ​ໜຶ່ງ​ເທົ່າ​ນັ້ນກໍ​ໄດ້​ເລີ່​ມ​ເຮັດ​ວຽກ, ສິ່ງ​ທີ່​​ແຮ່ງ​ເປັນຕາ​ຢ້ານ​ນັ້ນ​ແມ່ນ​ຄົນ​ຕ່າງປະ​ເທດ​ຫຼາຍ​ຄົນ​ຍັງ​ເວົ້າພາສາ​ອັງກິດ​ບໍ່​ຄ່ອຍ​ເປັນ​ປານ​ໃດ.

ຕໍ່​ເລື່ອງ​ນີ້ ບໍລິສັດ G4S ອະທິບາຍ​ວ່າ, ​ບໍ່​ແມ່ນ​ກໍລະນີ​ທັງ​ໝົດ​ລ້ວນ​ແຕ່​ຕ້ອງ​ໃຊ້​ພາສາ​ອັງກິດ. ​ແຕ່​ປະຊາຊົນ​ອັງກິດ​ຊ້ຳພັດ​ຮູ້ສຶກ​ບໍ່ພໍ​ໃຈ​ຫຼາຍ​ຕໍ່​ຄຳ​ອະທິບາຍ​ດັ່ງກ່າວ, ​ເຂົາ​ເຈົ້າ​ເວົ້າວ່າ, ສິ່ງ​ຂັດຂວາງ​ທາງດ້ານ​ພາສາ​ຈະ​ພາ​ໃຫ້​ເກີດ​ບັນຫາ​ໃນ​ດ້ານ​ທຳ​ຄວາມ​ເຂົ້າ​ໃຈ​ກັນ, ​ແລະ​ເກີດ​ຂໍ້​ຂັດ​ແຍ່ງ​ທີ່​ບໍ່​ຈຳ​ເປັນ.

ທ່ານ​​ເຊ​ບາ​ສະຕຽນ ​ໂຄ, ປະທານ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ແລັມປິກ​ລອນ​ດອນ​ມີ​ຄວາມ​ເຫັນ​ໃຈ​ຫຼາຍຕໍ່​ບໍລິສັດ G4S, ທ່ານ​ເວົ້າວ່າ:"​ເລື່ອງ​ຈິງ​ແມ່ນ, ມີ​ແຕ່​ລໍ້​ລົດ​ຢຽບ​ໜ້າດິນ​ແລ້ວ, ພວກ​ເຮົາ​ຈຶ່ງ​ຮູ້​ວ່າ, ຢູ່​ຕໍ່ໜ້າ​ມີ​ຂຸມ, ປັດຈຸບັນ ບໍລິສັດ G4S ກໍ​ເປັນ​ສະພາບ​ແນວ​ນີ້​ຄື​ກັນ."

ຍ້ອນ​ບໍລິສັດ G4S ປະຕິບັດ​ໜ້າ​ທີ່​ບໍ່​​ໄດ້​ດີ, ສະນັ້ນ ທະຫານ​ຫຼາຍ​ຄົນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຍົກ​ເລີກ​ການ​ພັກຜ່ອນ, ​ແລ້ວ​ຖືກ​ສັບ​ຊ້ອນ​ມາ​ຊ່ວຍ​ເຫຼືອ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ, ​ເຂົາ​ເຈົ້າກໍ​ມີ​ຄວາມບໍ່ພໍ​ໃຈ​ຕໍ່​ບໍລິສັດ G4S.

ທ່ານຜູ້​ຟັງ, ພວກ​ເຮົາ​ເວົ້າບໍລິສັດ G4S ມາ​ດົນ​ແລ້ວ, ຄັນຊັ້ນ ບໍລິສັດ​ນີ້​ແມ່ນ​ບໍລິສັດ​ຫຍັງ? ຕາມ​ຂ່າວ​ແຈ້ງວ່າ, ບໍລິສັດ G4S ​ແມ່ນ​ບໍລິສັດ​ຮັກສາ​ຄວາມ​ປອດ​ໄພ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ, ສ້າງຕັ້ງຂຶ້ນຢູ່​ໂກ​ເປັນ​ຮາກ​ໃນ​ປີ 1901, ພາຍຫຼັງ​ມາ​ໄດ້ ຍ້າຍ​ໄປ​ປະ​ເທດ​ອັງກິດ, ທຸລະ​ການ​ຂອງ​ບໍລິສັດ​ສ່ວນ​ຫຼາຍ​ແມ່ນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ເຂດ​ຊຸມ​ຊົນ, ຮ້ານ​ຄ້າ​ລະດັບ​ສູງ, ທະນາຄານ, ນອກ​ນີ້ ຍັງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ບຸກຄົນ​ຜູ້​ມີ​ຊື່​ສຽງ, ​ເງິນສົດ, ​ເພັດ​ນິນ​ຈິນດາ. ສ່ວນ​ຢູ່​ທະວີບ ອາຊີພວກ​ເຮົາ, ບໍລິສັດ​ນີ້​ມີ​ລົດຍົນ​ຫຼາຍ​ກວ່າ 800 ຄັນ, ມີ​ທຸລະ​ການ​ຢູ່​ປະ​ເທດ​ໄທ, ມາ​ເລ​ເຊຍ​ແລະ​ປະ​ເທດ​ອື່ນໆ. ​ໃນ​ເວລາ​ຮັບ​ເໝົາ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ແລັມປິກ, ບໍລິສັດ​ນີ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ສາມາດ​ສະໜອງ​​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ປອດ​ໄພ 1 ໝື່ນ 400 ຄົນ, ນອກ​ນັ້ນຍັງ​ສາມາດ​ຄຸ້ມ​ຄອງ​ທະຫານ 7500 ຄົນ​ແລະ​ອາສາ​ສະໝັກ 2500 ຄົນ. ​ແຕ່​ຖືກ​ສື່​ມວນ​ຊົນ​ເປີດ​ເຜີຍ​ວ່າ ບໍ່​ສາມາດ​ສະໜອງ​ກຳລັງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເຖິງ​ຂະໜາດ​ນັ້ນ.