ຄະນະ​ນັກ​ກິລາ​ຂອງ​ອາ​ເມ​ລິ​ກາ​ເດີນທາງ​ໄປ​ຮອດ​ລອນ​ດອນ​ແລ້ວ​ໄດ້​ຫຼົງ​ທາງ 4 ຊົ່ວ​ໂມງ

(GMT+08:00) 2012-07-19 16:07:45     cri
ໃນ​ວັນ​ຈັນ​ທີ 16 ຜ່ານ​ມາ​ນີ້, ນັກ​ກິລາ​ແລ່ນ​ຂ້າມ​ຮົ້ວ 400 ​ແມັດ​ຂອງ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ, ພາຍຫຼັງ​ຄະນະ​ນັກ​ກິລາ​ຂອງ​ອາ​ເມ​ລິ​ກາ​ເດີນທາງ​ໄປ​ຮອດ​ລອນ​ດອນ​ແລ້ວ​ໄດ້​ຫຼົງ​ທາງ, 4 ຊົ່ວ​ໂມງ​ຜ່ານ​ໄປ​ແລ້ວ​ຈຶ່ງ​ເດີນທາງ​ເຖິງ​ບ້ານ​ໂອ​ແລັມປິກ.

ຂ່າວ​ແຈ້ງວ່າ, ທ້າວ​ໄຄຼ​ເມັນ​ເຕ ນັກ​ກິລາ​ອາ​ເມ​ລິ​ກາ​ຂຽນ​ຢູ່​ເວັບ​ໄຊ​ທວີ​ເທີ​ວ່າ: "ຟ້າ​ເອີຍ, ພວກ​ເຮົາ​ໄດ້​ຫຼົງ​ທາງຕັ້ງ 4 ຊົ່ວ​ໂມງ, ​ເປັນ​ພາບ​ປະ​ທັບ​ໃຈ​ທຳ​ອິດ​ທີ່ບໍ່​ດີ​ປານ​ໃດ​ຕໍ່​ລອນ​ດອນ, ນັກ​ກິລາ​ທຸກ​ຄົນ​ກໍ​ເໝື່ອຍຫຼາຍ, ຫິວ​ເຂົ້າຢູ່, ບາງ​ຄົນ​ຍັງ​ຟ້າວ​ຢາກ​ໄປ​ຫ້ອງ​ນ້ຳ."

ພາຍຫຼັງ​ຄະນະ​ນັກ​ກິລາ​ຫຼົງ​ທາງ​ແລ້ວ​ບໍ່​ດົນ, ພະນັກ​ງານ​ສື່​ມວນ​ຊົນ​ກໍ​ໄດ້​ຫຼົງ​ທາງ​ຄື​ກັນ, ລົດ​ບັສຂອງ​ສື່​ມວນ​ຊົນຄັນ​ໜຶ່ງ​ໃນ​ເວລາ​ແລ່ນ​ໄປ​ຫາ​ສວນສາທາລະນະ​ໂອ​ແລັມປິກ, ຄົນ​ຂັບ​ລົດ​ກໍ​ຫຼົງ​ທາງ. ຫຼັງ​ຈາກ​ນັ້ນ ຄົນ​ຂັບ​ລົດ​ໄດ້​ຮັບ​ແຜນ​ທີ່ ​ແລ້ວ​ຊອກ​ພົບ​ເສັ້ນທາງ​ທີ່​ຖືກຕ້ອງ, ​ໃນ​ທີ່​ສຸດ​ໄດ້​ໄປ​ຮອດ​ຈຸດໝາຍ​ປາຍທາງ​ໂດຍ​ຊ້າ​ກວ່າ​ເວລາ​ກຳນົດ​ເຄິ່ງຊົ່ວ​ໂມງ.