ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ​ອັງ​ກິດ​ກ່າວ​ວ່າ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ກ່າວ​ຄວາມ​ເວົ້າ​ທີ່​ວ່າ​ຄວນ​ເຜົາ​ຖິ້ມ​ຊຸດ​ໂອ​ລິມ​ປິກ​ຂອງ​ນັກ​ກິ​ລາ​ທີມ​ຊາດ​ອາ​ເມ​ລິ​ກາ​ຍ້ອນ​ມັນ​ແມ່ນ​ຜະ​ລິດ​ຢູ່​ຈີນ​ນັ້ນ ​ແມ່ນ​ໃຈ​ຄັບ​ແຄບ​ຫຼາຍ

(GMT+08:00) 2012-07-26 14:48:28     cri

ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ນັບ​ມື້​ນັບ​ຈໍ້​ເຂົ້າມາ, ທີ​ມ​ນັກ​ກິລາໂອ​ລິ​ມປິກຂອງ​ປະ​ເທດ​ຕ່າງໆ​ກໍ​ພວມ​ທຳ​ການ​ກະກຽມ​ເພື່ອ​ໄປ​ເຂົ້າຮ່ວມ​ງານ​ມະ​ໂຫລານ​ໂອ​ລິ​ມ ປິກທີ່​ລອນ​ດອນ. ​ແຕ່​ຫວ່າງ​ບໍ່​ດົນ​ມາ​ນີ້, ຢູ່​ອາ​ເມ​ລິ​ກາ​ທີ່​​ເປັນ​ປະ​ເທດຊຸກ​ຍູ້​ເສດຖະກິດ​ໂລກາ​ພິວັດມາ​ໂດຍ​ຕະຫຼອດ ພັດ​ໄດ້​ເກີດ​​ເລື່ອງ​ໃນ​ບັນຫາ​ຊຸດ​ທີ​ມຊາດ​ຂອງ​ອາ​ເມ​ລິ​ກາ. ​ໃນ​ກອງ​ປະຊຸ​ມຂ່າວ​​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ມີ​ເທື່ອ​ໜຶ່ງ, ທ່ານ​ຮາຣີ ​ແຣັດ, ຜູ້ນຳ​ພັກ​ທີ່​ໄດ້​ບ່ອນ​ນັ່ງ​ຫຼາຍ​ທີ່​ສຸດ​​ໃນ​ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ທີ່​ສຸດ​ຕໍ່​ທີ​ມຊາດອາ​ເມ​ລິ​ກາ​​ໃສ່​ຊຸດ​​ໂອ​ລິ​ມປິກ​ທີ່​ຜະ​ລິດ​ຢູ່​ຈີນ, ຈົນກະທັ້ງຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ເຜົາ​ຖິ້ມ​ເຄື່ອງ​ແບບ​ຂອງນັກ​ກິລາ​ທີ​ມ​ໂອ​ລິ​ມປິກ​​ອາ​ເມ​ລິ​ກາທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ, ​​ເຊິ່ງ​ໃຫ້​ເຜົາຖິ້ມໃນ​ທ້າຍ​ເດືອນ​ນີ້, ​ເພາະວ່າ​ເຄື່ອງ​ແບບ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ຈີນ​ເປັນ​ຜູ້​ຜະລິດ. ທ່ານ​ແຣັດ ກ່າວ​ວ່າ:"ຂ້າພະ​ເຈົ້າ​ເຫັນ​ວ່າ ຄວນ​ກອງ​ເຄື່ອງ​ແບບ​ເຫຼົ່າ​ນີ້​ເປັນ​ກອງ​ແລ້ວ​ເຜົາ​ຖິ້ມ, ​ແລະ​ຜະ​ລິດ​ເຄື່ອງ​ແບບ​ຊຸດ​ໃໝ່."

​ໂດຍ​ແນ​ໃສ່​ເລື່ອງ​ທີ່​ທ່ານ​ແຣັດ​ແລະ​ນັກ​ການ​ເມືອງທ່ານ​ອື່ນໆຂອງ​ອາ​ເມ​ລິ​ກາ​ກ່າວ ວ່າ ທີ​ມ​ໂອ​ລິ​ມປິກ​ອາ​ເມ​ລິ​ກາ​ຄວນ​ໃສ່​ເຄື່ອງ​ແບບ​ທີ່​ອາ​ເມ​ລິ​ກາ​ເປັນ​ຜູ້​ຜະລິດ​ ​ໄປ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ, ທ່ານ​ເຊ​ບາສຕຽນ ​ໂຄ, ປະທານ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ​ ກ່າວ​ວ່າ, ທ່ານບໍ່​ເຫັນ​ດີ​ນຳ​ຄວາມ​ຄິດເຫັນຂອງ​ອາ​ເມ​ລິ​ກາ, ນັກ​ການ​ເມືອງ​ຂອງ​ອາ​ເມ​ລິ​ກາ​ຄວນເຫັນ​​ໄດ້​ຜົນ​ປະ​ໂຫຍ​ດຕ່າງໆ​ຈາກ​ໂລກາ​ພິວັດ​ທີ່​ນຳ​ມາ​ແກ່​ປະ​ເທດ​ຕ່າງໆ​ຂອງ​ໂລກ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ທີ່​ລອນ​ດອນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ເຊ​ບາສຕຽນ ​ໂຄ ກ່າວ​ວ່າ, ງານ​ມະ​ໂຫລານ​ໂອ​ລິ​ມປິກ​ລອນ​ດອນ 2012 ຈະ​ສາມາດ​ຈັດ​ຂຶ້ນຢ່າງ​ໄດ້​ຮັບ​ຜົນສໍາ​ເລັດ​ຫຼື​ບໍ່, ຂໍ​ກະ​ແຈ​ສຳຄັນ​ແມ່ນ​ບັນດາ​ປະ​ເທດ​ຕ່າງໆ​ຕ້ອງ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ. ​ໃນ​ເວລາ​ນັກ​ຂ່າວ​ຖາມ​ວ່າ: ທ່ານ​ມີ​ຄວາມ​ຄິດ​ເຫັນ​ແນວ​ໃດ​ຕໍ່​ທ່ານ​ແຣັດ, ​ນັກ​ການ​ເມືອງ​ອາວຸ​ໂສຂອງພັກ​ເດ​​ໂມກະ​ເລັດ ແລ​ະ ທ່ານ​ແປ​ໂລຊີ, ນັກ​ການ​ເມືອງ​ອາວຸ​ໂສຂອງ​ພັກ​ລີ​ພັບ​ບຼີກັນ​ອາ​ເມ​ລິ​ກາ​ ທັງ​ສອງ​ຄົນກ່າວ​ວ່າ ນັກ​ກິລາ​ອາ​ເມ​ລິ​ກາ​ຄວນ​ໃສ່​ຊຸດ​ປະຈຳ​ທີ​ມຊາດທີ່ອາ​ເມ​ລິ​ກາ​ເປັນ​ຜູ້​ຜະລິດ​ນັ້ນ​ໄປ​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ລອນ​ດອນ ​ແລະ​ເຜົາ​ຖິ້ມ​ຊຸດ​ປະຈຳ​ທີ​ມທີ່​ຈີນ​ເປັນ​ຜູ້​ຜະລິດນັ້ນ​ໄປໝົດ. ທ່ານ ເຊ​ບາສຕຽນ ​ໂຄ ກ່າວ​ວ່າ, ຄວາມ​ຄິດ​ເຫັນ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ໃຈ​ຄັບ​ແຄບ​ທີ່​ສຸດ. ທ່ານ​ກ່າວ​ວ່າ:"ລັກ​ສະ​ນະ​ທາດ​ແທ​ຂອງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແມ່ນ​ພວກ​ເຮົາ​ສາມາດ​ຊື້​ການ​ບໍລິການ​ທີ່​ດີ​ທີ່​ສຸດ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ໂລກ​. ສູ່​ມື້​ນີ້, ມີ​ຫຼາຍ​ປະ​ເທດກໍ​ມາ​ຊື້​ຜະລິດ​ຕະພັນ​ຄຸນ​ນະພາ​ບດີ​ຂອງ​ອັງ​ກິດ, ຊຸດ​ປະຈຳ​ທີ​ມຊາດ​ອັງກິດ​ແມ່ນ​ບໍ​ລິ​ສັດ​ອາ​ດີ​ດາສ​ຂອງ​ເຢຍ​ລະ​ມັນ​ເປັນ​ຜູ້​ຜະລິດ, ​ເຊິ່ງ​ເປັນ​ບໍລິສັດ​ແຫ່ງ​ໜຶ່ງ​ທີ່​ມີ​​ຫຼາຍ​ສາ​ຂາ​ຢູ່​ຫຼາຍ​ໆປະ​ເທດ​​ໃນ​ໂລກ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ນີ້​ແຫຼະກໍ​ແມ່ນ​ລັກສະນະ​ທາດ​ແທ້​ຂອງ​ເສດຖະກິດ​ໂລກາ​ພິວັດ."