ຖະ​ແຫຼງ​ການ​ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ເພື່ອ​ປົກ​ປັກ​ຮັກ​ສາ​ຫຼັກ​ການ

(GMT+08:00) 2012-07-23 16:20:03     cri
ຕາມ​ບົດຄວາມ​ຂອງ​ໜັງສືພິມ《ຢື້​ໝິນຢື້​ປ້າວ​ສະບັບຕ່າງປະ​ເທດ》ຂອງ​ຈີນ: ວັນ​ທີ20ກໍລະກົດ​ນີ້, ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊຽນ​ໄດ້​ອອກ​ຖະ​ແຫຼ​ງການ6ຫຼັກການຂອງ​ອາ​ຊຽນກ່ຽວ​ກັບທະ​ເລ​ຈີນ​ໃຕ້, ​ໄດ້ປັບປຸງຂໍ້​ບົກພ່ອງ​ທີ່​ຍັງ​ຄົງ​ຄ້າງ​ໃນລະດັບ​ໃດ​ໜຶ່ງທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ພະນົມ​ເປັນ​ບໍ່​ດົນ​ມາ​ນີ້​ໂດຍ​ທີ່​ບໍ່​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມຕາມ​ເວລາ​ກຳນົດ​

ຂ່າວ​ແຈ້ງວ່າ, ຂໍ້ສຳຄັນ​ດັ່ງກ່າວຖືກ​ບັນຈຸ​ວ​ໄວ້​ໃນຮ່າງ​​ຖະ​ແຫຼ​ງການ​ຮ່ວມ​ທີ່​ກຳປູ​ເຈຍ​ໄດ້ຍື່ນຕໍ່ກອງ​ປະຊຸມ​ລັດຖະມົນຕີ​ກ່ານ​ຕ່າງປະ​ເທດ​ອາ​ຊຽນ. ຍ້ອນ​ວ່າ​ຟິລິບ​ປີນ, ຫວຽດນາມ​ໄດ້ຍຶດໝັ້ນ​ນຳ​ເອົາ​ສະຖານະ​ການ​ເກາະ​ຫວງ​ອຽນ​ຂອງຈີນ​ເຂົ້າ​ໃນ​ຖະ​ແຫຼ​ງການ​ຮ່ວມ, ​ພຽງ​ແຕ່​ເອົາ​ໃຈ​ໃສ່ນຳ​ແຕ່​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດຕົນ​ເອງ, ຢາກ​ປ່ຽນ​ຫຼັກ​ໝັ້ນ​ພຽງ​ຝ່າຍ​ດຽວ​ຂອງ​ບາງ​ປະ​ເທດ​ໃຫ້​ກາຍ​​ເປັນ ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​​ໂດຍ​ລວມຂອງ​ອາ​ຊຽນຢ່າງ​ບໍ່​ປ່ຽນ​ແປງຈົນ​ເຮັດ​ໃຫ້ບໍ່​ສາມາດ​ອອກຖະ​ແຫຼງການ​ຮ່ວມໄດ້, ສະ​ນັ້ນ​ຈຶ່ງຖືກປະ​ເທດ​ອື່ນໆ​​ຂອງ​ອາ​ຊຽນຂວ້ຳ​ບາດ. ຖະ​ແຫຼ​ງການ​6ຫຼັກການຂອງ​ອາ​ຊຽນບໍ່​ໄດ້​ຮອງ​ຮັບ​ເອົາ​ຄວາມ​ຮຽກຮ້ອງ​ຕ້ອງການ​ພຽງ​ຝ່າຍດຽວ​ຂອງ​ຟິລິບ​ປີນ​ແລະ​ອື່ນໆ.

ການບໍ່​ສາມາດອອກຖະ​ແຫຼ​ງການຮ່ວມ​ໄດ້​ນີ້​ບໍ່​ແມ່ນ​ຄວາມ​ຜິດພາດ​ຂອງ​ຈີນ. ບັນຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ໃນ​ອາຊຽນ, ບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ. ຈີນ​ໄດ້​ເຕືອນ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ມາໂດຍ​ຕະຫຼອດ, ກາ​ນ​ເຮັດ​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​​ກາຍ​ເປັນ​ບັນຫາ​ສາກົນ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສັບ​ສົນ. ການກາຍ​​ເປັນບັນຫາສາກົນ​ບໍ່​ມີ​ຜົນ​ປະ​ໂຫຍ​ດຫຍັງ, ພຽງ​ແຕ່​ຈະ​ເພີ່ມ​ຄວາມ​ຫຍຸ້ງຍາກ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແລະ​ຢູ່​ພາຍ​ໃນ​ອາ​ຊຽນ.

ນອກ​ນີ້, ຈີນ​ໄດ້​ສະໜັບ​ສະ​ໜູນ​ຄວາມ​ສາມັກຄີກັນ​ແລະ​ຖານະ​ນຳ​ພາຂອງ​ອາຊຽນມາ​ໂດຍ​ຕະຫຼອດ, ​ແຕ່​ວ່າຄວາມ​ສາມັກຄີ​ກັນ​ແລະ​ຖານະນຳ​​ກໍ່​ຕ້ອງ​ປະຕິບັດ​ຕາມ​ຫຼັກການ, ຕ້ອງ​ພິ​ຈາລະ​ນາ​ເຖິງ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ໂດຍລວມຂອງ​ອາຊຽນ, ບໍ່​ຄວນ​ສະ​ແດງ​ອັນ​ທີ່​ວ່າຄວາມ​ສາມັກຄີ​ກັນ​ຂອງ​ອາ​ຊຽນ​ແຕ່​ທຳລາຍ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຈີນ,ຊຶ່ງ​ເປັນສອດຄ່ອງ​ກັບ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ຍາວ​ຂອງອາ​ຊຽນ​ແລະພາກ​ພື້ນ​ແຫ່ງ​ນີ້.