ທ້າວ​ອີ້​ຈ້ຽນຫຼຽນ​ຈະ​ເປັນ​ຜູ້​ທຸງຊາດ​ນຳ​ຂະ​ບວນຄະນະ​ນັກ​ກິລາ​ຈີນ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ລອນ​ດອນ 2012

(GMT+08:00) 2012-07-26 15:32:22     cri
ໃນ​ເວລາ 16 ​ໂມງ 30 ນາທີ​ຂອງ​ວັນ​ທີ 25 ກໍລະກົດ​ນີ້​ຕາມ​ເວລາ​ປັກ​ກິ່ງ, ຄຽງ​ຄູ່​ກັບ​ພິທີ​ຊັກ​ທຸງຊາດ​ຂຶ້ນສູ່​ຍອດ​ເສົາ​ຢູ່​ເຂດ​ສາກົນ​ໃນ​ບ້ານ​ໂອ​ລິ​ມປິກ​ລອນ​ດອນ, ນີ້​ເປັນ​ການ​ຢັ້ງຢືນ​ເຖິງ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຂອງ​ຄະນະ​ນັກ​ກິລາ​ຈີນ​ໃນ​ໂອ​ລິ​ມປິກ​ລອນ​ດອນ​ 2012 ​ໄດ້​ເລີ່​ມຂຶ້ນ​ຢ່າງ​ເປັນ​ທາງ​ການ.

​ແຕ່​ສິ່ງ​ທີ່​ປະຊາຊົນ​ຈີນ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ໃນ​ປະຈຸ​ບັນ​ນີ້​ວ່າ​ແມ່ນ​​ໃຜ​ຈະ​ເປັນ​ຜູ້​ຈັບ​ຄັນ​ທຸງຊາດ​ນຳ​ໜ້າ​ຂະ​ບວນນັກ​ກິລາ​ຂອງ​ຈີນ​ເຂົ້າ​ຮ່ວມ​ພິທີ​​ໄຂ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້, ​ໂດຍ​ຜ່ານ​ການ​ສອບ​ຖາມ​ຂອງ​ສື່​ມວນ​ຊົນ​ຈຶ່ງ​ຮູ້​ວ່າ: ທ້າວ​ອີ້​ຈ້ຽນຫຼຽນ, ນັກ​ກິລາ​ບານບ້ວງ​ໄດ້​ຮັບຮອງ​ວ່າ​ຕົນ​ເອງ​ຈະ​ເປັນ​ຜູ້​ຈັບ​ຄັນ​ທຸງຊາດ​ຈີນ​ແກວ່ງ​ສະ​ບັດ​ໄປ​ມາ​ນຳ​ໜ້າ​ຄະນະ​ນຳ​ແລະ​ນັກ​ກິລາ​ຈີນ​ເຂົ້າຣ່ວມພິທີ​ໄຂ​ງານ​ໂອ​ລິ​ມປິກ​ລອນດອນ 2012. ພ້ອມ​ກັນ​ນີ້​ລາວ​ຍັງ​ໄດ້​ກ່າວ​ຂອບ​ໃຈ​ນຳ​ຄະນະ​ການ​ໂອ​ລິ​ມປິກ​ຈີນ​ທີ່​ມີ​ຄວາມ​ໄວ້​ວາງ​ໃຈ​ໃຫ້​ເປັນ​ຜູ້​ຖື​ທຸງຊາດ​ນຳ​ໜ້າ​ຄະນະ​ນຳ​ແລະ​ນັກ​ກິລາ​ຈີນ​ທຸກ​ຄົນ.