ທິມບານ​ເຕະ​ຍິງ​ສ.ປ.ປ.​ເກົາຫຼີ​ນັດ​ຢຸດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ

(GMT+08:00) 2012-07-26 15:46:39     cri
ເຖິງ​ວ່າ​ຍັງ​ອີກ 2 ວັນ​ຈິ່ງ​ຈະ​ຮອດ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ຢ່າງ​ເປັນ​ທາງ​ການ, ​ແຕ່​ວ່າ​ກິລາ​ບາງ​ປະ​ເພດ​ເປັນ​ຕົ້ນ​ແມ່ນ​ກິລາ​ບານ​ເຕະ​ເພດ​ຍິງ​ໄດ້​ເລີ່​ມຕົ້ນ​ແຂ່ງຂັນ​ແລ້ວ. ຕອນ​ຄ່ຳ​ວັນ​ທີ 25 ກໍລະກົດ​ນີ້ 23 ​ໂມງ​ຕາມ​ເວລາ​ປັກ​ກິ່ງ, ທິມບານ​ເຕະ​ຍິງ​ອັງກິດ​ເຊິ່ງ​ເປັນ​ເຈົ້າພາບ​ໄດ້​ລົງ​ແຂ່ງຂັນ​ພົບ​ກັບ​ທິມບານ​ເຕະ​ຍິງ​ນູ​ແວນ​ເຊ​ລັງ, ຖື​ວ່າການ​ແຂ່ງຂັນ​ຂອງ​ຄູ່​ນີ້​ເປັນ​ການ​ເປີດ​ສະນາມ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້. ​ແຕ່​ວ່າ​ໃນ​ການ​ແຂ່ງຂັນ​ລະຫວ່າງ​ທິມບານ​ເຕະ​ຍິງ​ສ.ປ.ປ.​ເກົາຫຼີ​ກັບ​ທິມບານ​ເຕະ​ຍິງ​ໂກ​ລົມ​ບີນັ້ນ, ພັດ​ເກີດ​ເຫດການ​ຜິດ​ພາດ​ທາງ​ດ້ານ​ເຕັກນິກ​ໜຶ່ງ​ຂຶ້ນ​ຄື: ​​ໃນ​ເວລາ​ແນະນຳ​ນັກ​ກິລາ​ຂອງ​ທິມບານ​ເຕະ​ສ.ປ.ປ.​ເກົາຫຼີ, ​ໃນ​ໜ້າ​ຈໍ​ໂທລະພາບ​ໃຫຍ່​ໃນ​ສະໜາມກິລາ​ໄດ້​ສະ​ແດງ​ອອກ​ທຸງຊາດ​ສ.​ເກົາ​ຫຼີຢ່າງ​ຜິດພາດ. ສ້າງ​ຄວາມ​ບໍ່ພໍ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ນັກ​ກິລາ​ກໍ່​ຄື​ຄະນະ​ນຳ, ທັກ​ທ້ວງ​ຕໍ່​ຄະນະ​ກຳມະການ​ຈັດ​ງານ​ແລະ​ກ່າວ​ວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ, ​ເຮັດ​ໃຫ້ການ​ແຂ່ງຂັນ​ນັດ​ນີ້​ຕ້ອງ​ເລື່ອ​ນ​ເວລາ​ອອກ​ໄປ​ເຖິງ 1 ຊົ່ວ​ໂມງ. ພາຍຫຼັງ​ເຫດການ​ສະຫງົບ​ລົງ, ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ໄດ້​ກ່າວ​ຂໍອະ​ໄພ​ຢ່າງ​ເປີດ​ເຜີຍ. ຫຼັງ​ຈາກ​ນັ້ນ​ຈຶ່ງ​ເລີ່​ມຕົ້ນ​ດຳ​ເນີນ​ການ​ແຂ່ງຂັນ​ຄືນ​ໃໝ່, ຜ່ານ​ການ​ແຂ່ງຂັນ​ໃນ​ທີ່​ສຸດທິ​ມ​ເຕະບານ​ຍິງ​ຈາກ​ສ.ປ.ປ.​ເກົາຫຼີ​ສາມາດ​ເອົາ​ຊະນະ​ໂກ​ລົມ​ບີ​​ໄປ 2 ປະຕູ​ຕໍ່ 0.