ທ່ານ​ເດ​ວິດ ​ແບັກ​ແຮມ​ໄດ້​ເຂົ້າ​ຮ່ວມ​ການສະ​ແດງ​ໃນ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້

(GMT+08:00) 2012-07-26 15:47:28     cri
ໃນ​ຖານະ​ເປັນ​ດາລາ​ກິລາ​ເຕະບານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ອັງກິດ, ທ່ານ​ເດ​ວິດ ​ແບັກ​ແຮມ, ອະດີດ​ຫົວໜ້າ​ທິມບານ​ເຕະ​ອັງກິດ​ເຄີຍ​ອອ​ກ​ແຮງ​ເຄື່ອນ​ໄຫວ​ຢ່າງ​ສຸດ​ຂີດ​ເຂົ້າຣ່ວມທາງ​ການ​ລອນ​ດອນ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ​ແຕ່​ຍ້ອນ​ວ່າ​ອາຍຸ​ແລະ​ຄວາມ​ຕ້ອງການ​ຂອງ​ຄູ​ຝຶກ, ທ່ານ​ບໍ່​ໄດ້​ຮັບ​ຄັດ​ເລືອກ​​ເຂົ້າ​ຮ່ວມ​ໃນ​ທິມ​ເຕະບານ​ຊາຍ​ທິມຊາດ​ຂອງ​ອັງກິດ​ໃນ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້. ​ແຕ່​ວ່າ, ທ່ານ​ຍັງ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້. ທ່ານ​ເຄີຍ​ຮັບປາກ​ວ່າ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ແລະ​ດຳ​ເນີນ​ການສະ​ແດງ"​ຕົວ​ຕໍ່​ສາທາລະນະ​ຊົນ​ຊິ່ງ​ເຂົ້າ​ພະ​ເຈົ້າ​ຮູ້ສຶກ​ພາກ​ພຸມ​ໃຈ."