ງານ​ໂອ​ລິ​ມປິກລອນ​ດອນ​ອາດ​ຈະ​ກາຍ​ເປັນ​ງານ​ໂອ​ລິມ ປິກ​ທີ່​ປຽກ​ຊຸ່ມ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

(GMT+08:00) 2012-07-26 15:01:33     cri

ຄຽງ​ຄູ່​ກັບ​ງານ​ມະຫະກຳ​ໂອ​ລິ​ມປິກ​ລອນ​ດອນ​ນັບ​ມື້​ນັບ​ຈໍ້​ເຂົ້າມາ, ​ໃນຫຼາຍມື້​ຜ່ານ​ມາ, ຢູ່ຕາມເວັບ​ໄຊ​ຕ່າງໆ​ກໍ​ເລີ່​ມມີ​ຫົວ​ຂໍ້​ກ່ຽວ​ກັບ​ງານ​ໂອ​ລິມ​ປິກ​ລອນ​ດອນ​ເພີ່ມຂຶ້ນຊັກ​ໃຊ້, ​ໃນ​ນັ້ນມີຫຼາຍຂ່າວ​ກໍ​ມ່ວນ​ແລະ​ເປັນ​ໜ້າ​ສົນ​ໃຈຫຼາຍ. ຂ່າວ​ລາຍ​ງານ​ວ່າ, ຝົນຝອຍ​ຕິດ​ຕໍ່​ກັນຫຼາຍມື້ ອາດ​ຈະ​ກາຍ​ເປັນ​ພາ​ບພົດ​ຂອງ​ທົ່ວ​ໂລກ​ທີ່ມີ​ຕໍ່​ງານ​ໂອ​ລິ​ມປິກ​ລອນ​ດອນ. ສື່​ມວນ​ຊົນ​ຕ່າງປະ​ເທດ​ຄາດ​ຄະ​ເນ​ວ່າ, ງານ​ໂອ​ລິ​ມປິກ​ລອນ​ດອນ 2012 ອາດ​ຈະ​ກາຍ​ເປັນ​ງານ​ໂອ​ລິ​ມປິກ​ທີ່​ປຽກ​ຊຸ່ມ​ທີ່​ສຸດ​ໃນ​ປະຫວັດສາດ. ນ້ຳ​ຝົນ​ອາດ​ຈະ​ກາຍ​ເປັນ​ສິ່ງທີ່​ເປັນ​ອຸປະສັກ​ໃຫຍ່​ທີ່​ສຸດ​ສຳລັບ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ.

ທ່ານ​ເຊ​ບາສຕຽນ ​ໂຄ, ປະທານ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ເວົ້າຢອກ​ວ່າ: ຖ້າ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ຮູ້ໄດ້​​ວ່າດິນ​ຟ້າ​ອາກາດ​ຂອງ​ລອນ​ດອນ​ຈະເປັນ​ຄື​ແນວ​ນີ້ ໃນ​ເວລາ​ທີ່​ພວກ​ເຮົາ​ຮ້ອງ​ຂໍ​ເປັນ​​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ​ນັ້ນ, ພວກ​ເຂົາ​ເຈົ້າກໍ​ອາດ​ຈະ​ບໍ່​ໃຫ້ງານ​ໂອ​ລິ​ມປິກ​ມາ​ຈັດ​ຢູ່​ລອນ​ດອນ​.

​ຂ່າວ​ແຈ້ງວ່າ, ແຕ່​ຕົ້ນປີ​ມານີ້, ດິນ​ຟ້າ​ອາກາດຢູ່ອັງກິດ​ຜິດ​ປົກກະຕິຫຼາຍ, ທຳ​ອິດ​ແມ່ນ​ໄດ້​ປະສົບ​ໄພ​ແຫ້ງ​ແລ້ງ​ເປັນ​ເວລາ​ປະມານ 3 ​ເດືອນ​ມາ​ກ່ອນ, ​ແລະ​ນັບ​ແຕ່​ທ້າຍ ເດືອນ​ເມສາ​ເປັນຕົ້ນມາ, ​ໄພ​ແຫ້ງ​ແລ້ງ​ໄດ້​ກາຍ​ມາ​ເປັນ​ໄພ​ນ້ຳ​ຖ້ວມ. ​ໃນ​ນັ້ນ, ​ເດືອນ ມິຖຸນາທີ່​ຫາ​ກໍ່​ຜ່ານ​ໄປ​​ແມ່ນ​​ເດືອນ​ໜຶ່ງ​ທີ່ມີ​ຝົນຕົກຫຼາຍທີ່​ສຸດ​ໃນ​ຮອບ 90 ປີ​ຢູ່​ອັງກິດ. ບໍລິສັດ​ກະຈາຍສຽງ​ອັງກິດ ຫຼື BBC ​ແຈ້ງວ່າ, ​ໃນ​ຕະຫຼອດ​ເດືອນ​ມິຖຸນາ, ປະລິມານ​ນ້ຳ​ຝົນ​ສະ​ເລ່ຍ​​ທົ່ວ​ປະ​ເທດອັງກິດ​ວັດ​ແທກ​ໄດ້ 145,3 ມີ​ລີ​ແມັດ, ​ໄດ້​ສ້າງ​ສະຖິຕິ​ທີ່ມີ​ຝົນຕົກຫຼາຍ​ທີ່​ສຸດ​ນັບ​ແຕ່​ມີ​ການ​ບັນທຶກ​​ໄວ້​ໃນ​ປີ 1910 ​ເປັນຕົ້ນມາ. ​ໃນ​ນັ້ນ, ບາງ​ມື້ມີ​​ຝົນຕົກຫຼາຍປະລິມານ​ນ້ຳ​ຝົນເທົ່າ​ກັບປະລິມານ​ນ້ຳ​ຝົນ​ຂອງ​​ໄລຍະ​ໜຶ່ງເດືອນ​​ໃນ​ຍາມ​ປົກ​ກະ​ຕິ. ຝົນຕົກ​ໜັກ​ຍັງ​ເຮັດ​ໃຫ້​ການ​ຂົນ​ສົ່ງທາງບົກສ່ວນ​ໜຶ່ງ​ໃນອັງກິດ​ຖືກ​ຕັດຂາດ​ໄປ.

ນັກວິຊາການ​ດ້ານ​ອຸຕຸນິຍົມ​ເຕືອນ​ວ່າ: ວັນ​​ເວລາທີ່​ຟ້າສົດ​ໃສອາກາດຮ້ອນທີ່​ເຄີຍເຫັນ​​ໄດ້ໃນງານ​ໂອ​ລິ​ມປິກທຸກ​ຄັ້ງຜ່ານ​ມານັ້ນ ບໍ່​ອາດ​ຈະ​ໄດ້​ເຫັນ​ຕໍ່​ໄປອີກ​ແລ້ວ​ໃນ​ງານ​ໂອ​ລິ​ມປິກ​ລອນ​ດອນ​ຄັ້ງນີ້. ຍິ່ງ​ໄປ​ກວ່າ​ນັ້ນ, ບໍລິສັດ​ພະນັນ​ວິ​ລຽມຮິ​ວອັງກິດຍັງ​​ໄດ້ອອກ​ອັດຕາ​ຕໍ່​ລອງໜຶ່ງ​ຕໍ່​ໜຶ່ງ​ສະ​ເພາະ​ວ່າ​ໃນ​ວັນ​ຈັດ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ລອນດອນ​ນັ້ນຈະ​ມີ​ຝົນຕົກຫຼືບໍ່.