ຈີນ​ໄດ້​4ຫຼຽນ​ຄຳ​ເປັນອັນ​ດັບ​ທີ1​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນ​ໃນ​ມື້​ທຳ​ອິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ

(GMT+08:00) 2012-07-29 15:25:37     cri
ຕາມ​ຂ່າວCRI, ວັນ​ທີ28​ກໍລະກົດ​ນີ້​ຕາມ​ເວລາ​ລອນ​ດອນ, ງານກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ເຂົ້າ​ສູ່​​ມື້​ທຳ​ອິດ​ໃນ​ການ​ແຂ່ງຂັນ​ພາຍຫຼັງ​ພິທີ​ໄຂ​ງານ, ​ໃນ​ມື້​ນັ້ນ, ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ຂອງ19​ລາຍການ​ໃຫຍ່, ​ແລະ​ຊິງ​ເອົາຫຼຽນ​ຄຳ12ຫຼຽນ. ​ນັກ​ກິລາ​ຈີນ​ ​ໄດ້ຮັບຜົນ​ງານ​ທີ່​ດີ​ເດັ່ນ, ລວມ​ຊິງ​ໄດ້​4ຫຼຽນ​ຄຳ​ແລະ​​ໄດ້​ສ້າງ​ສະຖິຕິ​ໂລກ​ລາຍ​ໜຶ່ງ, ຄະນະ​ນັກ​ກິລາ​ຈີນ​​ໄດ້​ຫຼຽນ​ຄຳ4ຫຼຽນ​ເປັນອັນ​ດັບ1​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນ.


​ໃນ​ການ​ແຂ່ງຂັນ​ປືນ​ລົມ​ນ້ອຍ​ຍາວ10​ແມັດ​ເພດ​ຍິງ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ, ນາງ​ອີ້​ຊືຫຼິງ ນັກ​ກິລາ​ຈີນ​​ໄດ້ຄອງ​​ແຊມ​​ດ້ວຍ​ຜົນງານ502,9​ແຕ້ມ, ຊິງ​ໄດ້​ຫຼຽນ​ຄຳຫຼຽນ​ທຳ​ອິດ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້. ມື້​ດຽວ​ກັນ, ທ້າວ​ຊຸນ​ຢາງ ນັກ​ກິລາ​ຈີນ​ກໍ​ໄດ້​ສ້າງ​ປະຫວັດສາດ​ໃນ​ສະ​ລອຍ​ນ້ຳ, ​ໃນ​ການ​ແຂ່ງຂັນ​ການລອຍ​ຕາມ​ເສລີ​ເພດ​ຊາຍ400​ແມັດ​, ທ້າວ​ຊຸ​ນຢາງຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ການເອົາ​ຊະນະ​ທ້າວ​ປັກ​ເຕຮວນ ນັກ​ກິລາສ.​ເກົາຫຼີ. ພາຍຫຼັງ​ມາ, ນາງ​​ເຢ້ຊື​ເວິນ ນັກ​ກິລາ​ຈີນ​ໄດ້​ສ້າງ​ສະຖິຕິ​​ໃໝ່​ຂອງໂລກ​ແລະ​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ຊະນະ​ເລີດ​ຂອງ​ລາຍການ​ລອຍ​​​ປະສົມເພດ​ຍິງ​400​ແມັດ​ດ້ວຍ​​ເວລາ4​ນາທີ28​ວິລາ​ທີ43​ລິບດາ. ຫຼຽນ​ຄຳ​ອີກ​ຫຼຽນ​ໜຶ່ງ​ຂອງ​ທີມຈີນ​ໄດ້​ມາ​ຈາກ​ລາຍການ​ຍົກ​ນ້ຳໜັກ, ນາງ​ວາງ​ມິ​ງຈ່ວນ​ໄດ້​ຄອງ​ແຊມ​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ເພດ​ຍິງ​ລະດັບ48​ກິ​ໂລ.

ມື້​ດຽວ​ກັນ, ທີມອີ​ຕາ​ລີ​ໄດ້​ເອົາ​ຊະນະ​ທີ​ມສ.​ເກົາຫຼີ ທີ່​​ໄດ້​ຄອງແຊມ​ປຽນ​ມາ​ຫຼາຍ​ປີ, ຊິງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ຍິງ​ທະນູ​ຄະນະ​ເພດ​ຊາຍ.

ມື້​ທຳ​ອິດ​ລວມມີ6​ຄະນະ​ນັກ​ກິລາ​ໄດ້​ຫຼຽນ​ຄຳ, 14ຄະນະ​ໄດ້​ຫຼຽນ​ລາງວັນ, ປະຈຸ​ບັນ, ຈີນ, ອີ​ຕາ​ລີ​ແລະ​ອາ​ເມ​ລິ​ກາ​ເປັນອັນ​ດັບທີ1,2,3​ໃນ​ການລ​ຽງອັນດັບ​ຫຼຽນ​ລາງວັນ​ເປັນ​ຊົ່ວຄາວ.

ມື້​ທຳ​ອິດ​ຍັງ​ໄດ້​ກວດ​ພົບ​ນັກ​ກິລາ​ໃຊ້ສານ​ກະ​ຕຸ້ນ. ວັນ​ທີ28​ກໍລະກົດ​ນີ້, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ເປີດ​ເຜີຍ​ວ່າ, ທ້າວພຼາຄູ ນັກ​ກິລາ​ຍົກ​ນ້ຳໜັກ​ອານ​ບາ​ນີຍ້ອນ​ຖືກ​ກວດ​ພົບການ​ໃຊ້​ສານ​ກະ​ຕຸ້ນ​ແລ້ວຖືກ​ໄລ່​ອອກ​ຈາກ​ງານ​ໂອ​ລິ​ມປິກ.