ການ​ເປັນ​ມາ​ຂອງ​ບ້ານ​​ໂອ​ລິ​ມປິ​ກ

(GMT+08:00) 2012-07-30 10:28:57     cri

ບ້ານ​ໂອ​ລິ​ມປິກ​ກໍ​ເອິ້ນ​ເປັນ​ບ້ານ​ງານ​ໂອ​ລິ​ມປິກຫຼືບ້ານ​ນັກ​ກິລາ, ​​ແມ່ນ​ບ່ອນ​ພັກ​ເຊົາທີ່​ເຈົ້າພາບ​ຈັດ​ງານ​ກິລາຈັດ​ໄວ້​ໃຫ້​​ນັກ​ກິລາ ​ເຈົ້າໜ້າ​ທີ່​ແລະຜູ່​ປະຕິບັດ​ງານ​ທີ່​ເຂົ້າຮ່ວມ​ງານ​ກິ​ລາ​ໂອ​ລິ​ມປິກ. ​​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ໄລ​ຍະ​ຕົ້ນ, ນັກ​ກິລາ​ແລະ​ເຈົ້າໜ້າ​ທີ່ ທີ່​ມາ​ຈາກບັນດາ​ປະ​ເທດ​​ໄດ້​​ແຍກ​ກັນ​ພັກ​ເຊົາຢູ່​ຫໍ​ພັກ​ຕ່າງໆ, ບໍ່​ສະ​ດວກຕໍ່​ວຽກ​ຈັດຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ການ​ແລກປ່ຽນຕິດ​ຕໍ່​ພົວພັນ​ລະຫວ່າງ​ນັກ​ກິລາ​ປະ​ເທດ​ຕ່າງໆ. ງານ​ກິລາ​ໂອລິ​ມປິກ​ຄັ້ງທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ປາ​ຣີ​ໃນ​ປີ 1924, ເຈົ້າພາບຈັດ​ງານ​ເທື່ອ​ນັ້ນ​ໄດ້​​ໃຫ້​ຜູ່​ເຂົ້າຮ່ວມ​​ໂຮມກັນພັກ​ເຊົາ​ຢູ່​ໃນ​ເຮຶອນ​ໄມ້​ທີ່​ປຸກ​ຂຶ້ນ​​ໂດຍ​ສະ​ເພາະ, ນີ້​ກໍ​ແມ່ນ​ບ້ານ​ງານກິ​ລາ​ໂອ​ລິ​ມປິກ​ທີ່ສ້າງ​ຂຶ້ນກ່ອນ​ໝູ່.

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລົອສ​ແອນ​ເຈີ​ລິສ໌ປີ 1932, ອົງການ​ປົກຄອງ​ເມືອງໄດ້​ປຸກ​ເຮືອນ​ໂດຍ​ສະ​ເພາະ​ສຳລັບໃຫ້​ນັກ​ກິລາ​ແລະຜູ່​ປະຕິບັດ​ທາງ​ການພັກ​ເຊົາຢູ່​ບ່ອນ​ມໍ່​​ສະໜາມກິລາກາງ. ​ແຕ່​ນັ້ນມາ, ການ​ປຸກ​ສ້າງ​ບ້ານ​ນັກ​ກິ​ລາໄດ້​ກາຍ​ເປັນ​ມູນ​ເຊື້​ອ, ​ແລະ​ໄດ້​ກຳ​ນົດ​ໄວ້ໃນ​ກົ​​ດບັດ​ໂອ​ລິ​ມປິກວ່າ, "​ເພ່ືອ​ໃຫ້​ນັກ​ກິລາ ​ເຈົ້າໜ້າ​ທ່ີ​ແລະຜູ່​ປະຕິບັດ​ງານອື່ນໆ​ໄດ້​​ຢູ່​ນຳກັນ, ຄະນະ​ກຳ​ມະ​ການ​ຈັດງານ​ກິລາ​ໂອ​ລິ​ມປິກ​ຄວນ​ຈັດ​ໃຫ້​ມີ​ບ້ານ​ໂອ​ລິ​ມປິ​ກ​ແຫ່ງ​ໜຶ່ງ ທີ່ຢູ່ໄດ້​ກ່ອນຈັດ​ພິທີ​​ໄຂ​ງານ​ກິລາ​ໂອ​ລິ​ມປິກ 2 ອາທິດ​ຮອດ 3 ມື້ຫຼັງຈາກຈັດ​ພິທີ​ປິດ​ງານ."

ບ້ານ​ໂອ​ລິ​ມປິກ​ຄວນ​ສອດຄ່ອງ​ກັບ​ຄວາມຮຽກຮ້ອງ​ໃນ​ " ຂໍ້​ຄວນ​ຮູ້​ຂອງບ້ານ​ໂອ​ລິ​ມປິກ " ​ທ່ີ​ຄະນະ​​ບໍລິ​ຫານ​ງານ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນວາງ​ອອກ.​ ຈຳນວນ​ເຈົ້າຫນ້າ​ທີ່​​ແລະຜູ່​ປະຕິບັດງານ​ອື່ນໆ​ທີ່​ຢູ່​ບ້ານ​ໂອ​ລິ​ມປິກ​ຈະ​ກຳນົດ​ໂດຍ​ຄະນະ​​ບໍລິ​ຫານ​ງານ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ​ເຊິ່ງບໍ່​ຄວນ​ກາຍ 50% ຂອງ​​ຈຳນວນ​ນັກ​ກິລາ​ທີ່​ສະໝັກ​ເຂົ້າຮ່ວມ.

ບ້ານ​ໂອ​ລິ​ມປິກ​ຄວນ​ຕັ້ງຢູ່​ບ່ອນ​ມໍ່​ສະຫນາມກິລາ​ກາງແລະ​ສະຫນາມ​​ເຝິກ​ແອບ.​ໃນ​ບ້ານ​ໂອ​ລິ​ມປິກ, ຕ້ອງ​ມີ​ຫ້ອງ​ອາຫານ ​ຄຼິນນິກ ຮ້ານ​ຄ້າ​ແລະ​ສູນວັດທະນະທຳ​ລື້​ນ​ເລີງ​ແລະ​ອື່ນໆ.

ກົດ​ບັດ​ໂອ​ລິ​ມປິກ​ຍັງ​ກຳນົດ​ວ່າ, ຄະນະ​ກຳມະການຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ຄວນ​ຫາບ​ແບກ​ຄ່າ​ໃຊ້​ຈ່າຍ​ທາງ​ດ້ານອາຫານ​ກາ​ນກິນ​ແລະ​ທາງ​ຄົມ ມະນາຄົມ​ທັງ​ຫມົດຢູ່​ທ້ອງ​ຖິ່ນ​ນັ້ນຂອງ​ນັກ​ກິລາ ​ເຈົ້າຫນ້າ​ທິ່​ແລະ​ຜູ່​ປະຕິບັດ​ງານ​ທ່ີ​ພັກ​ເຊົາທີ່​ຢູ່​ບ້ານ​ໂອ​ລິ​ມປິກ. ຄະນະ​ຜູ່​ແທນ​ຂອງ​ບັນດາ​ປະ​ເທດ​ເຂົ້າຢູ່​ບ້ານ​ໂອ​ລິ​ມປິກ​ລ້ວນ​ແຕ່​ຕ້ອງ​ຈັດ​ພິທີ​ເຂົ້າປະຈຳແບບ​ງ່າຍໆ. ກ່ອນ​ອື່ນ​​ນາຍບ້ານ​ຕ້ອງກ່າວ​ຄຳ​ຍິນ​ດີ​ຕ້ອນຮັບ, ​ແລະ​ໃຫ້​ຫົວຫນ້າ​ຄະນະ​ຜູ່​ແທນ​ກ່າວ​ຄຳ​ຂອບ​ໃສ​,​ ແລ້ວ​ເສບ​ເພງ​ຊາດ​ຂອງຄະນະ​ຜູ່​ແທນ​ນັ້ນ,ສຸດ​ທ້າຍ​ຍັງ​ຕ້ອງ​ຊັກ​ທຸງຊາດ​ຂອງ​ຄະນະ​ຜູ່​ແທນຂຶ້ນ​ເສົາ.

​ປີ 1952 ​ໃນ​ເວລາ​ຄະນະ​ນັກ​ກິລາ​ຈີນ​ເດີນທາງ​ໄປ​ຮອດ​ແຮນ​ຊິງ​ກີນັ້ນ, ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ມໍ່ຈະ​ສ້ຽງ​ສຸດ​ລົງ​ແລ້ວ, ​ແຕ່​ກໍຍັງ​​ຈັດ​ພິທີ​ຊັກ​ທຸງຊາດ​ຢ່າງ​​ເຄັ່ງ​ຂືມຢູ່​ໃນ​ບ້ານ​ໂອ​ລິ​ມປິກ,ນີ້​ແມ່ນ​ທຸງ​ແດງ​ຫ້າ​ດາວ​ປະກົດ​ຕົວ​ຢູ່​ໃນ​ງານ​ກິລາ​ໂອ​ລິ​ມປິກ​ເປັນຄັ້ງທຳ​ອິດ.