ຜົນ​ການ​ແຂ່ງຂັນ​ໃນ​ວັນ​ທີ30​ກໍລະກົດ​ນີ້ຕາມເວ​ລາທ້ອງຖິ່ນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ

(GMT+08:00) 2012-07-31 16:05:15     cri



ຕອນ​ຂ້ອນ​ແຈ້ງ​ຂອງວັນ​ທີ30​ກໍລະກົດ​ນີ້​ຕາມ​ເວລາ​ທ້ອງຖິ່ນ, ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ປີ2012​ໄດ້​ເຂົ້າສູ່​ມື້​ທີ​ສາມ. ຄະນະ​ນັກ​ກິລາ​ຈີນ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ, ກາຍຍະກຳ​ແລະ​ໂດດ​ນ້ຳທັງ​ໝົດ3​ຫຼຽນ, ມາ​ຮອດ​​ເວລານີ້​ຈີນ​ໄດ້​ຫຼຽ​ນຄຳ9​ຫຼຽນ, ຢູ່​ໃນ​ອັນ​ດັບ​ໜຶ່ງຂອງຕາ​ຕະລາງ​ສະຫຼຸບ​ຫຼຽນ. ນອກ​ນີ້, ທ້າວ​ຊຸ່ນຢາງ​ແລະ​ນາງ​ເຢ້ຊື່​​ເວີນ​ກໍ່​ມີ​ຜົນງານ​ທີ່​ດີ​ໃນ​ການ​ແຂ່ງຂັນລອຍ​ນ້ຳ, ​ແຕ່​ຍັງ​ເສຍດາຍ​ວ່າ,  ມາ​ຮອດ​ປະຈຸ​ບັນ, ທີ​ມ​ຍົກ​ນ້ຳໜັກ​ເພດ​ຊາຍ​ແລະ​ທີ​ມຍິງ​ປືນ​  ເພ​ດຊາຍຍັງ​ບໍ່​​ໄດ້​ຫຼຽນ​ຄຳ​ເທື່ອ. ມື້​ນີ້, ຄະນະ​ນັກ​ກິລາ​ອາ​ເມ​ລິ​ກາ​ໄດ້​ຫຼຽນ​ຄຳ​ເພີ່ມ​ອີກ2​ຫຼຽນ, ລວມ​5ຫຼຽນຄຳ, ​ເປັນອັນ​ດັບ​2 ຮອງ​ຈາກ​ຈີນ, ສ່ວນ​ລວມຫຼຽນທັງ​ໝົດ ທັງ​ຫຼຽນ​ຄຳ, ຫຼຽນ​ເງິນ​ແລະ​ຫຼຽນ​ທອງ, ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ຈຳ​ນວນ​ເທົ່າ​ກັນ ຄື: 17ຫຼຽນ.

1 2 3 4 5