ເ​ປີດ​ເຜີຍ​ຖານະ​ຂອງ​ຜູ່​ຍິງ​ທີ່​ເລິກ​ລັບ​ທີ່​ປະກົດ​ຕົວ​ຢູ່​ໃນ​ຂະ​ບວນຄະນະ​ນັກ​ກິລາ​ອິນ​ເດຍ​ໃນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ

(GMT+08:00) 2012-08-01 10:36:51     cri
ເລີ່​ມ​ແຕ່​ວັນ​ທີ 27 ກໍລະກົດ​​ແລ້ວ​ນີ້ເປັນ​ຕົ້ນມາ, ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິ​ມປິກ​ແມ່ນ​ພວມ​ດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ​ຢູ່​ນະຄອນຫລວງ​ລອນ​ດອນ, ມາ​ຮອດ​ປັດຈຸບັນ, ​ໄດ້​ມີ​ຫລາຍໆ​ປະ​ເທດ​ຊິງ​ໄດ້​ຫລຽນ​ມາ​ຄອງແລ້ວ. ​ແຕ່​ວັນນີ​ຍັງ​ຢາກ​ຫວນ​ຄືນ​ເຖິງ​ມື້​ທີ່ຈັດ​ພິທີ​ໄຂ​ງານ​ໂອ​ລິ​ມປິກ, ບໍ່​ຮູ້​ວ່າ​ທ່ານ​ກໍ່​ຍັງ​ຈື່​ບໍ່​ວ່າ​ເມື່ອ​ເບິ່ງ​ການຖ່າຍ​ທອດ​ສົດ​ຂອງ​ພິທີ​ໄຂ, ​ເວລາ​ຄະນະ​ນັກ​ກິລາ​ອິນ​ເດຍຍ່າງ​ເຂົ້າ​ສູ່​ສະຫນາມກິ​ລາກາງ​ບ່ອນ​ຈັດ​ພິທີ​ໄຂ​ຢ່າງ​ເປັນ​ທາງ​ການ​ນັ້ນ, ມີ​ຜູ່​ຍິງ​ຜູ່​ຫນຶ່ງ​ທີ່​ນຸ່ງ​ເຄື່ອງ​ທີ່​ມີ​ສີ​ແຕກ​ຕ່າງ​ຈາກນັກ​ກິລາ​ອິນ​ເດຍ​ໄດ້​ຍ່າງ​ຢູ່​ທາງ​ຫນ້າ​ຂອງ​ຄະນະ​ນັກ​ກິລາ​ອິນ​ເດຍ, ຜູ່​ຍິງ​ຜູ່​ນີ້​ທັງ​ຍ່າງ​ທັງ​​ໂບກ​ມື​ຕໍ່​ກ້ອງຖ່າຍ​ຕ່າງໆ, ຍ້ອນ​ຄະນະ​ນັກ​ກິລາ​ອິນ​ເດຍ​ແມ່ນ​ນຸ່ງ​ເຄື່ອງ​ສີ​ເຫລືອງ​ຫມົດ, ມີ​ແຕ່​ຜູ່​ຍິງ​ຜູ່​ນີ້​ນຸ່ງ​ເສື້ອ​ສີ​ແດງ​ແລະ​ໂສ້ງ​ສີຟ້າ, ຊະ​ນັ້ນ​ຈິ່ງ​​ເປັນ​ທີ່​ສະດຸດ​ຕາ​ຫລາຍ, ​ເຮັດ​ໃຫ້​ຜູ່​ຊົມມີໃຫ້​ຄວາມ​ສົນ​ໃຈ​ຫລາຍ, ລາວ​ແມ່ນ​ໃຜ​ແທ້? ນັກ​ກິລາ​ອິນ​ເດຍບໍ່​ຮູ້ຈັກ​ລາວ,ສື່​ມວນ​ຊົນ​ອິນ​ເດຍຈົນ​​ເຖິງ​ທົ່ວ​ໂລກ​ກໍ່​ບໍ່​ຮູ້​ຄື​ກັນ.ຖາ ນະ​ຂອງ​ຜູ່​ຍິງ​ຜູ່​ນີ້​ຈິ່ງ​ກາຍ​ເປັນ​ເລື່ອງ​ທີ່​ສື່​ມວນ​ຊົນ​ປະ​ເທດ​ຕ່າງໆ​ພາກັນ​​ໄປ​ຊອກ​ຮູ້.ຫນັງສືພິມ​ອິນ​ເດຍ​ແທມສ໊​ໄດ້​ພິມ​ຮູບ​ແຜ່ນ​ໃຫຍ່​ແລ້ວພາດຫົວ​ຂໍ້ວ່າ: ຜູ່​ຍິງ​ໃສ່​ເສື້ອ​ສີ​ແດງລັກ​ເຂົ້າ​ຮ່ວມ​ຄະນະ​ນັກ​ກິລາ​ອິນ​ເດຍ.ຫນັງສືພິມ​ເທ​ລິ​ແກຼດຂອງ​ອັງກິດ​ກໍ່​ພິມ​ບົດ​ຄວາມ​ກ່າວ​ວ່າ, ຜູ່​ຍິງ​ທີ່​ເລິກ​ລັບ​ຜູ່​ນີ້​ໄດ້​ຍາດ​ເອົາ​ເວລາ​ສະ​ແດງ​ຕົວ​ຂອງ​ຄະນະ​ນັກ​ກິລາ​ອິນ​ເດຍ​​ໃນ​ການຖ່າຍ​ທອດ​ສົດ​ທີ່​ເປັນ​ເວລາ 10 ວິນາທີ.

ສ່ວນ​ເຈົ້າ​ຫນ້າ​ທີ່​ຄະນະ​ນຳ​ແລະນັກ​ກິລາອິນ​ເດຍກໍ່​ຮູ້ສຶກ​ບໍ່ພໍ​ໃຈ​ຫລາຍ​ຕໍ່​ເລື່ອງ​ນີ້, ​ເຫັນ​ວ່າ​ນີ້​ແມ່ນ​ຍ້ອນ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ລິ​ມປິກ​ນັ້ນ​ບໍ່​ຮອບ​ຄອບ,​ແລະ​ຈົ່ມ​ວ່າ​ຜູ່​ຍິງ​ຜູ່​ນີ້​ໄດ້​ຍາດ​ເອົາ​ເວລາ​ທີ່​​ແຕ່​ເດີມ​ຄວນ​ແມ່ນ​ເວລາ​ທີ່​ສື່​ມວນ​ຊົນ​ທົ່ວ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຄະນະ​ນັກ​ກິລາ​ອິນ​ເດຍ.ຍ້ອນ​ເລື່ອງ​ນີ້, ຄະນະ​ຜູ່​ແທນ​ອິນ​ເດຍ​ໄດ້​ສົ່ງ​ຈົດຫມາຍ​ໄປ​ຍັງ​ຄະນະ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ​ເພື່ອ​ຮຽກຮ້ອງ​ໃຫ້ສືບສວນ​ສອບ​ສວນ​ເລື່ອງ​ນີ້​ຢ່າງ​ເຖິງ​ຖອງ​ແລະ​ສະ​ແດງ​ຄວາມ​ຂໍ​ໂທດ​ຢ່າງ​ເປີດ​ເຜີຍ.

ຜູ່​ຍິງ​ຜູ່​ນີ້​ແມ່ນ​ໃຜ​ແທ້? ​ເມື່ອ​ຜ່ານ​ການ​ສຳ​ຫລວດ​ກວດກາແລ້ວ​ຈິ່ງ​ຮູ້​ວ່າ, ນາງ​ຄົນ​ນີ້​ມີ​ຊື່ວ່າ ມາ​ຕູ​ລາ, ປີ​ນີ້​ອາຍຸ 27 ປີ, ​ມາຈາກ​ເມືອງ​ບານ​ກາ​ໂຣທາງ​ພາກ​ໃຕ້​ຂອງ​ອິນ​ເດຍ​ໄປ​ຮຽນ​ຢູ່​ອັງກິດ, ປັດຈຸບັນພວມ​ຮຽນ​ເອົາ​ປະລິຍາ​ໂທ​ຂອງ​ວິຊາ mba. ​ໃນ​ມື້​ທີ່​ປະກົດ​ຕົວ​ໃນ​ຄະນະ​ນັກ​ກິລາ​ອິນ​ເດຍນັ້ນ, ລາວ​ແມ່ນ​ຈະ​ເຂົ້າ​ຮ່ວມ​ການສະ​ແດງ​ເຕັ້ນ​ໃນ​ພິທີ​ໄຂ​ງານ. ​ນີ້​ແມ່ນ​ຄຳ​ອະທິບາຍ​ຂອງ​ຄະນະ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ.

ຫລັງ​ຈາກ​ນັ້ນ​ບໍ່​ດົນ, ທ້າວ​ນາ​ເກັນ​ເຕີ,ພໍ່ຄ້າ​ທີ່​ເຮັດ​ທຸລະ​ກິດ​ຄ້າຂາຍ​ເສື້ອ​ຫນັງ​ຢູ່​ເມືອງ​ບານ​ກາ​ໂຣ ພໍ່​ຂອງ​ນາງ​ມາ​ຕູ​ລາ​ກໍ່​ຢືນຢັນ​ຄຳ​ເວົ້າ​ຂອງ​ຄະນະ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ​ວ່າ ຜູ່​ຍິງ​ທີ່​ນຸ່ງ​​ເສື້ອ​ສີ​ແດງ​​ໂສ້ງ​ສີຟ້າ​ປະກົດ​ຢູ່​ໃນ​ຂະ​ບວນຄະນະ​ນັກ​ກິລາ​ອິນ​ເດຍນັ້ນ​ແມ່ນ​ລູກ​ສາວ​ຂອງ​ຕົນ​ເອງ​ແທ້.ລາວ​ບອກ​ວ່າ: ລູກ​ສາວ​ຂອງ​ຕົນ​ເອງ​ໄດ້​ຮັບ​ການ​ຝຶກ​ແອບ​ການ​​ເຕັ້ນ​ບູຮານ​ຂອງ​ອິນ​ເດຍຕັ້ງ​ແຕ່​ນ້ອຍ, ​ແມ່ນ​ນັກ​ເຕັ້ນ​ຜູ່​ດີ​ເດັ່ນ​ຜູ່​ຫນຶ່ງ. ​ເທື່ອ​ນີ້​ນາງ​ມາ​ຕູ​ລາ​ແມ່ນ​ໄດ້​ຮັບ​ການ​ຄັດ​ເລືອກ​ຫລາຍ​ເທື່ອ​ຈາກ​ຄະນະ​ຈັດ​ງານ​ໂອ​ລິ​ມປິກ​ລອນ​ດອນ​ແລ້ວ​ຈິ່ງ​ມີ​ໂອກາດ​ເຂົ້າ​ຮ່ວມ​ການສະ​ແດງ​ໃນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ. ທ້າວ​ນາ​ເກັນ​ເຕີ ພໍ່​ຂອງ​ນາງ​ມາ​ຕູ​ລາ​ຍັງ​ເວົ້າ​ຢ່າງ​ເດັດດ່ຽວ​ວ່າ:ລູກ​ສາວ​ຂອງ​ຕົນ​ເອງ​​ເດັດຂາດ​ບໍ່​ແມ່ນ​ຜູ່​ທີ່​ກໍ່​ເລື່ອງ​ກໍ່​ລາວ, ​ແລະ​ບໍ່​ໄດ້​ລະ​ເມີດ​ຂໍ້​ກຳນົດ​ດ້ານ​ຄວາມ​ປອດ​ໄພ​ຕ່າງໆ.

​ຢູ່​ພາຍ​ໃນ​ປະ​ເທດ​ອິນ​ເດຍ, ປະຊາຊົນ​ອິນ​ເດຍ​ແມ່ນ​ມີ​ຄວາມ​ເຫັນ​ທີ່​ຕ່າງ​ກັນ, ບາງ​ຄົນ​ເຫັນ​ວ່າ​ນາງ​ມາ​ຕູ​ລາ​ເຮັດ​ໃຫ້​ປະ​ເທດ​ຊາດ​ຕົນ​ເອງ​ຮູ້ສຶກ​ອັບອາຍ​ຂາຍຫນ້າ.​ແຕ່​ບາງ​ຄົນ​ກໍ່​ເຫັນ​ວ່າ,ພິທີ​ໄຂ​ງານ​ໂອ​ລິ​ມປິກ​ແມ່ນ​ງານ​ຊຸມນຸມ​ທີ່​ມ່ວນ​ຊື່ນ​ມາຕັ້ງ​ແຕ່​ດົນ​ມາ​ແລ້ວ, ສະ​ນັ້ນ,ຕໍ່​ເລື່ອງ​ນີ້​ກໍ່​ຄວນມີ​ທ່າ​ທີ​ທີ່ເປີດໃຈ.