ບັນດາ​ປະ​ເທດ​ຈັດການ​ສຳ​ຫລວດ​ຜູ່​ຊົມ​ກ່ຽວ​ກັບປະ​ເພດ​ຂອງ​ການ​ແຂ່ງຂັນ​ກິລາ

(GMT+08:00) 2012-08-02 11:17:05     cri
​ຟັງເພງມ່ວນໆແລະຟັງວັນນີເລົ່າຂ່າ;ຕ່າງໆທີ່ຫນ້າສົນໃຈສູ່ທ່ານຟັງ, ທີ່ທ່ານພວມຟັງຢູ່ນີ້ແມ່ນລາຍການ cri ທັນຂ່າວ
ທີ່ມາພົບປະກັບທ່ານເປັນ ປະຈຳໃນທຸກວັນແຕ່ເວລາ 15 ໂມງ 10 ນາທີຈົນຮອດເວລາ 16 ໂມງ.ກ່ອນຟັງເພງ,ວັນນີໄດ້
ເລົ່າສູ່ງຟັງແລ້ວວ່າ,ໃນພິທີໄຂງານໂອລິມປິກຄັ້ງທີ 30 ເທື່ອນີ້, ໃນເວລາຄະນະນັກກິລາອິນເດຍຍ່າງເຂົ້າສະຫນາມກິລາ
ຫລັກ, ໄດ້ເກີດເລື່ອງທີ່ມີຜູ່ບໍ່ກ່ຽວເຂົ້າຮ່ວມຖັນແຖວນັກກິລາອິນເດຍ, ຈົນພາໃຫ້ສື່ ມວນຊົນພາກັນສຸມສາຍຕາໄປສູ່ຄົນ
ແປກຫນ້າຜູ່ນີ້.ເວົ້າເຖິງການແຂ່ງຂັນກິ ລາປະເພດຕ່າງໆໃນງານໂອລິມປິກຄັ້ງນີ້, ບໍ່ຮູ້ວ່າທ່ານມັກເບິ່ງການແຂ່ງຂັນຂອງ
ກິລາປະເພດໃດ?ຫວ່າງກ່ອນນີ້ບໍ່ດົນ, ຄໍລຳໂອລິມປິກຂອງ​ເຟັດ​ສບຸກກັບແວັບໄຊ ຂອງຄະນະນັກກິລາໂອລິມປິກອາ
ເມລິກາໄດ້ທຳ ການສຳຫລວດເທື່ອຫນຶ່ງກ່ຽວກັບການແຂ່ງຂັນທີ່ຄົນອາເມລິກາມັກເບິ່ງທີ່ສຸດ,ເຊິ່ງໄດ້ສະແດງໃຫ້ເຫັນວ່າ
ຄົນອາເມລິກາມັກເບິ່ງທີ່ສຸດແມ່ນການແຂ່ງຂັນ ປະເພດກິລາແລ່ນແລະລານ,​ໂດຍທົ່ວໄປແລ້ວປະຊາຊົນໃນທົ່ວໂລກ
ແມ່ນ ມັກເບິ່ງການແຂ່ງຂັນບານ ice ball ຫລື​ຕີຄີ​ເທິງ​ນ້ຳກ້ອນຫລາຍ. ການ ສຳຫລວດຍັງສະແດງໃຫ້ເຫັນວ່າ,
ສຳລັບປະຊາຊົນອາເມລິກາທີ່ໃຊ້ ​ເຟັດ​ສບຸກນັ້ນແລ້ວ, ນັກກິລາທີ່ເຂົາເຈົ້າມັກທີ່ສຸດແມ່ນທ້າວ​ໄມ​ເຄິນ ​ເຟວລ
ນັກກິ ລາລອຍນ້ຳຂອງອາເມລິກາທີ່ມີຊື່ສຽງ.

ຫວ່າງກ່ອນນີ້ບໍ່ດົນ, ສື່ມວນຊົນຈີນກໍ່ເຄີຍ​ໄດ້​ທຳການສຳຫລວດທີ່ ຄ້າຍຄືກັນນີ້,ອັນໄດ້ສະແດງໃຫ້ເຫັນວ່າ, ຄົນຈີນມັກ
ເບິ່ງທີ່ສຸດແມ່ນການ ໂດດນ້ຳ,ວັນນີກໍ່ມັກເບິ່ງຄືກັນ, ເພາະວ່າຜ່ານມານີ້ນັກກິ ລາຈີນແມ່ນ ໄດ້ສ້າງຜົນ ງານທີ່ດີຫລາຍ
ໃນການແຂ່ງຂັນໂດດນ້ຳ.ຮອງຈາກນັ້ນທີ່ຄົນ ຈີນມັກເບິ່ງທີ່ສຸດກໍ່ແມ່ນການລອຍນ້ຳ, ມາຮອດປັດຈຸບັນ,ນັກກິລາຈີນຊິງ
ໄດ້ຫລຽນຄຳສອງຫລຽນແລະຫລຽນເງິນຫນຶ່ງຫລຽນແລ້ວໃນການແຂ່ງຂັນ ລອຍນ້ຳ.ອັນທີສາມ​ເຊິ່ງເປັນການແຂ່ງ
ຂັນທີ່ຄົນຈີນມັກທີ່ສຸດກໍ່ຄືການ ຕປິ໋ງ ປ໋ອງ, ໃນດ້ານນີ້ນັກກິລາຈີນກໍ່ແມ່ນມີຄວາມສາມາດສູງຫລາຍ. ນອກຈາກ ການ
ໂດດນ້ຳ,ລອຍນ້ຳແລະການຕີປິ໋ງປ໋ອງແລ້ວ, ການແຂ່ງຂັນທີ່ຄົນຈີນມັກ ເບິ່ງນັ້ນກໍ່ຍັງມີການຕີດອກປີກໄກ່,   ແລ່ນແລະ
ລານ, ບານບ້ວງ,ບານເຕະ, ບານສົ່ງ, ການຍິງທະນູ,ຍົກນ້ຳຫນັກແລະການຕີ​ເທັນນິສ.ແຕ່ກ່ອນຄົນຈີນ ແມ່ນຖືສຳຄັນ
ທີ່ສຸດນຳການຊິງໄດ້ຫລຽນຄຳ.ແຕ່ໃນການສຳຫລວດເທື່ອນີ້ ໄດ້ສະແດງໃຫ້ເຫັນວ່າມີຜູ່ຮັບການສຳຫລວດ 78% ກ່າວ
ວ່າ, ເມື່ອທຽບກັບ ຈຳນວນຫລຽນຄຳທີ່ຊິງໄດ້ແລ້ວ ນັ້ນ,ນ້ຳໃຈຂອງນັກກິລາຈີນທີ່ສະແດງອ ອກໃນການແຂ່ງຂັນນັ້ນແ
ມ່ນສຳຄັນກວ່າ.ອັນນີ້ກໍ່ຄືການປ່ຽນແປງຂອງຄົນ ຈີນທີ່ມີຕໍ່ການເຂົ້າຮ່ວມການແຂ່ງຂັນກິລາເນາະ.