ເປັນ​ຫຍັງ​ປະ​ເທດ​ຕ່າງໆ​ພະຍາຍາມ​ແຂ່ງ​ຂັນ​ກັນ​ເພື່ອ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມ​ປິກ

(GMT+08:00) 2012-08-02 09:44:05     cri

​    ງານ​ມະ​ໂຫລານ​ໂອ​ລິ​ມປິກຄັ້ງທີ 30 ​ໄດ້​ເປີດ​ພິທີ​ຢູ່​ນະຄອນຫຼວງ​ລອນ​ດອນ​ຂອງ​ອັງກິດ​ໃນ​ວັນ​ທີ 27 ກໍລະ​ກົດ​ຕາມ​ເວລາ​ອັງກິດ, ນັບ​ມາ​ຮອດ​ວັນ​ນີ້ ຄື ວັນ​ອັງຄານ ທີ 31 ກໍລະກົດ​ນີ້​ໄດ້​ດຳ​ເນີນ​ເປັນ​ມື້​ທີ​ 5 ​ແລ້ວ. ​ເຊື່ອ​ວ່າ​​ໃນ​ໄລຍະ​ນີ້ ​ເພື່ອນ​ມິດ​ທ່ານ​ຜູ້​ຟັງ​ກໍ​ຄົງ​ຈະກຳລັງ​ສົນ​ໃຈ​ນຳ​ງານ​ໂອ​ລິ​ມປິກ​ຢູ່ເນາະ. ສ່ວນ​ຫົວ​ຂໍ້​ຂ່າວກ່ຽວ​ກັບງານ​​ໂອ​ລິ​ມປິກ​ທີ່​ອະລຸນ​ຈະ​ນຳ​ສະ​ເໜີ​ສູ່​ທ່ານ​ຟັງ​ໃນ​ລາຍການ​ມື້​ນີ້​ແມ່ນ: ການ​ຈັດ​ງານ​ໂອ​ລິ​ມປິກ​ຕ້ອງ​ໃຊ້​ກຳລັງ​ຄົນ, ກຳລັງທາງດ້ານ​ວັດຖຸ​ສິ່ງ​ຂອງ​ ແລະ ກຳລັງ​ຊັບ​ສິນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ເປັນ​ຫຍັງ​ປະ​ເທດ​ຕ່າງໆ​ຍັງ​ພະ​ຍາ​ຍາມ​ແຂ່ງ​ຂັນ​ກັນ​ເພື່ອ​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ? ສາ​ເຫດ​ແມ່ນ​ຫຍັງ? ສື່​ມວນ​ຊົນ​ຫຼາຍ​ແຫ່ງ​ໄດ້​ລາຍ​ງາ​ນວ່າ, ສາ​ເຫດ​ອາດ​ຈະ​​​ແມ່ນ​ຄື​ດັ່ງ​ນີ້: ໜຶ່ງ, ຍົກ​ຄຸນ​ນະພາ​ບຂອງ​ຕົວ​ເມືອງ​ໃຫ້​ສູງ​ຂຶ້ນ. ​ເວົ້າສຳລັບ​ຕົວ​ເມືອງ​ທີ່​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ​ແລ້ວ, ຜ່ານ​ການ​ດຳ​ເນີນ​ໂຄງການ​ຕ່າງໆຈະ​ສາມາດຍົກ​ ລະດັບ​ພື້ນຖາ​ນ​ໂຄງ​ລ່າງ​​ແລະ​ລະດັບ​ທັນ​ສະ​ໄໝ​ຂອງ​ທົ່ວຕົວ​ເມືອງ​​ເຈົ້າພາບ​​ໃຫ້​ສູງ​ຂຶ້ນ ຢ່າງ​ໃຫຍ່​ຫຼວງ. ສອງ​, ​ເພີ່ມ​ລາຍ​ຮັບ​ການ​ເງິນ​ແຫ່ງ​ລັດ. ​ໃນ​ໄລຍະ​ຈັດ​ງານ​ໂອ​ລິ​ມປິກ, ຄົນ​ປະ​ເທດ​ຕ່າງໆ​ຈະ​ເຂົ້າ​ໄປ​ໃນ​ປະ​ເທດ​ເຈົ້າພາບ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ນັ້ນ, ມີນັກ​ທ່ອງ​ທ່ຽວ, ມີ​ຜູ້​ໄປ​ເບິ່ງ​​ໄປ​ຊົມການ​ແຂ່ງຂັນ, ມີ​ນັກ​ກິລາ, ກໍ​ມີ​ຄົນ​​ໄປ​ວຽກ​ງານ​ທາງ​ລັດຖະການ ຫຼື ທາງ​ການ​ຄ້າ, ​ດັ່ງນັ້ນ, ຈະ​ມີ​ຄວາມ​ຕ້ອງການ​ຕໍ່ເຄື່ອງອຸປະ​ໂພ​ກບໍລິ​ໂພ​ກ ​ແລະ ດ້ານ​ການ​ບໍລິການ​ເພີ່ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​​ໃນຕົວ​ເມືອງ​​ເຈົ້າພາບ, ​ເຮັດ​ໃຫ້​ຕະຫຼາດ​ການ​ບໍລິ​ໂພ​ກ​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ແນ່ນອນ​ແຫຼະ, ກໍ​ເປັນ​ໂອກາດ​ທີ່​ດີ​ສຳລັບ​ການ​ພັດທະນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ. ຂະນະ​ດຽວ​ກັນ, ​ເສດຖະກິດ​ໂອ​ລິ​ມປິກ​ກໍ​ຈະສ້າງ​ໂອກາດ​ການ​ຄ້າ​ອັນ​ມະຫາສານ ​ແລະ ດຶງ​ດູດ​ນັກ​ລົງທຶນ​ຈຳນວນ​ຫຼວງ​ຫຼາຍ​​ໄປສະ​ແຫວ​ງຫາ​ໂອກາດ​ຮ່ວມ​ມື, ​ແລ້ວ​ເຮັດ​ໃຫ້​ກາຍ​ເປັນ​ຕະຫຼາດ​ການ​ລົງທຶນ​ທີ່​ໃຫຍ່​ຫຼວງ. ທັງ​ໝົດນີ້​ລ້ວນ​ແຕ່​ຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ການ​ເງິນ​ຂອງ​ລັດ​ຢ່າງ​ຫຼວງ​ຫຼາຍ. ສາມ, ຊຸກ​ຍູ້​ໃຫ້​ເສດຖະກິດ​ພັດທະນາ. ຜົນ​ຄາດ​ຄະ​ເນປະກົດ​ວ່າ, ນັບ​ຕັ້ງແຕ່​ການ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ ຕະຫຼອດ​ຮອດການ​ແຂ່ງຂັນ​ຂອງງານ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ, ​ແຕ່ລະ​ປີ, ປັດ​ໄຈ​ໂອ​ລິ​ມປິກ​ກໍ​ໄດ້​ນຳ​ມາ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ອັນ​ມະຫາສານ, ​ແລະ​ຊຸກຍູ້​ໃຫ້​ເສດຖະກິດ​ພັດທະນາ. ງານ​ມະ​ໂຫລານ​ໂອ​ລິ​ມປິກ​ແມ່ນ​ກິດຈະ​ກຳລັກສະນະ​ທົ່ວ​ໂລກ​ທີ່​ມີ​ຂະໜາດໃຫຍ່ທີ່​ສຸດໃນປັດຈຸບັນ, ​ເພື່ອ​ຮັບປະກັນ​ການ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງສົມບູນໃນ​ການຈັດ​ງານ​ໂອ​ລິ​ມປິກ, ຕ້ອງ​ນຳ​ໃຊ້​ເຄື່ອງ​ອຸປະກອນ​ເຕັກນິກ ​ແລະ ຜະລິດ​ຕະພັນ​ທີ່ຄຸນ​ນະພາ​ບດີ​ທີ່​ສຸດ​ແລະ​ກ້າວໜ້າ​ທີ່​ສຸດ, ສະນັ້ນກໍ​ສາມາດ​ຊຸກ​ຍູ້​ການ​ຍົກ​ລະດັບ​ເຕັກນິກ​ແລະ​ປ່ຽນ​ຮຸ້ນຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ, ຊຸກຍູ້​​ໃຫ້​ອົງ​ປະກອບ​ອຸດສາຫະກຳ​ແລະ​ອົງ​ປະກອບ​ເຕັກນິກ​ພັດທະນາ​ໄປ​ສູ່​ລະດັບ​ສູງຕື່ມ​ອີກ. ການ​ປັບປຸງ​ອົງ​ປະກອບ​ອຸດສາຫະກຳ​​ໃຫ້​ແທດ​​ເໝາະ, ເສດຖະກິດພັດທະນາ​ກ້າວເດີນ​ເປັນຢ່າງດີ​ແລ້ວ ກໍ​ຈະ​ຊຸ​ກຍູ້​ໃຫ້​ສະພາບ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຂອງ​ປະ​ເທດ​ເຈົ້າພາບ​ພັດທະນາ​ຢ່າງ​ວ່ອງ​ໄວ​ຕື່ມ​ອີກ. ສີ່, ສາມາດ​ສະ​ແດງ​ໃຫ້​ເຫັນ​ເຖິງກຳລັງ​ແຫ່ງ​ຊາດ.​ ຢາກ​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ​, ກ່ອນ​ອື່ນຕ້ອງ​ມີກຳລັງ​ຊັບ​ສິນ​ອັນ​ມະຫາສານ​ເປັນ​ສິ່ງ​ສະໜັບສະໜູນ. ຫ້າ, ​ເພີ່ມ​ໂອກາດ​ຫາ​ວຽກ​ເຮັດ​ງານ​ທຳ. ​ໂຄງການ​ໂອ​ລິ​ມປິກ​ຕ່າງໆ​ຈະ​ຊຸກຍູ້​ການ​ກໍ່ສ້າງ​ຕົວ​ເມືອງ​ໂດຍ​ກົງ​​ແລະຮອບດ້ານ, ​ແລະຊຸກຍູ້​ການ​ປັບປຸງ​ອົງ​ປະກອບ​ອຸດສາຫະກຳຢ່າງ​ແຂງ​ແຮງ, ​ເພີ່ມ​ຄວາມ​ແຮງ​ເຂົ້າ​ໃສ່​ການ​ພັດທະນາ​ເສດຖະກິດ​ຕົວ​ເມືອງ​ເປັນ​ໄລຍະ​ຍາວ​ນານ, ສ້າງ​ຕຳ​ແໜ່​ງປະກອບ​ອາຊີບ​ຫຼາຍ​ກວ່າ​ເກົ່າ. ຫົກ​, ສາ​ມາດ​ຍົກ​​ລະດັບ​ວັດທະນະທຳ ​ແລະ ການກິລາ​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ. ບັນຫາ​ນີ້​ບໍ່​ຕ້ອງ​ເວົ້າຫຍັງຫຼາຍ​ເນາະ ທ່ານ​ຜູ້​ຟັງ, ຖື​ໂອກາດ​ຈັດ​ງານ​ໂອ​ລິ​ມປິກ, ສາມາດ​ພັດທະນາ​ພາລະກິດ​ດ້ານ​ການ​ກິລາຂອງ​ປະ​ເທດ​ຕົນ​ໃຫ້​ເຂັ້ມ​ແຂງ​ຂຶ້ນ. ​ເຈັດ, ຊຸກຍູ້​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະ​ເທດ​ເຈົ້າພາບ​ກັບ​ບັນດາ​ປະ​ເທດ​ຕ່າງໆ​ຂອງ​ໂລກ. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ການຈັດ​ງານ​ໂອ​ລິ​ມປິກ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ໃນ​ການ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ໄປມາຫາສູ່​ກັນ ລະ​ຫວ່າງ​ປະ​ເທດ​ເຈົ້າພາບ​ກັບ​ບັນດາ​ປະ​ເທດ​ຕ່າງໆ​ຂອງ​ໂລກ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ. ​ແປດ, ​​ເປັນ​ໂອກາດ ໂຄສະນາ​ໂສມ​ໜ້າ​ຂອງ​ປະ​ເທດ​ເຈົ້າພາບ​ໃນ​ເວທີ​ສາກົນ. ​ໃນ​ໄລຍະ​ຈັດ​ງານ​ໂອ​ລິ​ມປິກ, ​ໃນ​ທົ່ວ​ໂລກ​ຈະ​ມີ​ຄົນຈຳນວນນັບ​ເປັນ​ຕື້​ຄົນ​ເບິ່ງ​ການ​ແຂ່ງຂັນ​ໂດຍ​ຜ່ານທາງ​ໂທລະພາບ, ນີ້​ຈະ​ເຮັດ​ໃຫ້​ປະ​ເທດ​ກໍ​ຄືຕົວ​ເມືອງ​ເຈົ້າພາບກາຍ​ເປັນ​ຈຸດ​ສຸມ​ທີ່ດຶງ​ດູດ​ສາຍຕາ​ຂອງ​ຊາວ​ໂລກ, ​ແລະ​ສ້າງ​ໂສມ​ໜ້າ​ພາບ​ພົດ​ທີ່​ດີ​ຂອງ​ປະ​ເທດ​ຕົນ​ໃນ​ເວທີ​ສາກົນ.

​    ໃນ​ເມື່ອການ​​ຈັດ​ງານ​ໂອ​ລິ​ມປິກຈະ​ເຮັດ​ໃຫ້​ປະ​ເທດທີ່​ເປັນ​ເຈົ້າພາບ​ໄດ້ຮັບຜົນ​ປະ​ໂຫຍ​ດອັນ​ມະຫາສານ​, ດັ່ງນັ້ນ​ແຫຼະ, ​ເຖິງ​ວ່າ​ຈະ​ຕ້ອງ​ໃຊ້​ກຳລັງ​ຄົນ, ກຳລັງ​ວັດຖຸສິ່ງ​ຂອງ​ແລະ​ກຳລັງຊັບ​ສິນຫຼາຍ​ເທົ່າ​ໃດ​ກໍ​ຕາມ, ກໍ​ຈະ​ມີ​ຫຼາຍໆ​ປະ​ເທດ​​ແຂ່ງຂັນ​ກັນຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ. ນັບ​ມາ​ຮອດ​ປັດຈຸບັນ, ​ງານ​ມະ​ໂຫລານໂອ​ລິ​ມປິກ​ໄດ້​ກາຍ​ເປັນກາ​ໝາຍ​ທີ່​ມີ​ຊື່​ສຽງ​ໂດ່​ງດັງທີ່​ສຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ. ​ແຂ່ວ​ແຈ້ງວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ບໍລິສັດ​ເບຣນຟາຍ​ເນນສ໌, ​ເຊິ່ງ​ເປັນ​ບໍລິສັດ​ໃຫ້​ຄຳ​ປຶກສາກ່ຽວ​ກັບ​ມູນ​ຄ່າ​ກາ​ໝາຍ​ສິນຄ້າ​ທີ່​ມີ​ຊື່​ສຽງ​ອັງກິດ ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ ​ໂດຍປະກາດ​ວ່າ: ມູນ​ຄ່າ​ກາ​ໝາຍ​ສັນຍາ​ລັກ​ງານໂອ​ລິ​ມປິກ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ, ນັບ​ມາ​ຮອດ​ປັດຈຸບັນ​ໄດ້​ເພີ່ມ​ຂຶ້ນຮອດ 47 ຕື້ 500 ລ້ານ​ໂດ​ລາ​ແລ້ວ, ​ເຊິ່ງພຽງ​ຖັດລົງ​ມາຈາກມູນ​ຄ່າ​ 70 ຕື້ 600 ລ້ານ​ໂດ​ລາ​ຂອງ​ບໍລິສັດ​ແອັບເປີນອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຄອງ​ອັນ​ດັບ​ສອງ​ຂອງ​ໂລກ. ​ແຕ່​ມີ​ມູນ​ຄ່າສູງ​ກວ່າ​ກາ​ໝາຍ​ບໍລິສັດ​ກູ​ໂກວ(Google), ​ເຊິ່ງ​​ເປັນ​ບໍລິ​ສັດຊອກ​ຫາ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ທີ່ມີມູນ​ຄ່າ 47 ຕື້ 400 ລ້ານ​ໂດ​ລາ.

    ບົດ​ລາຍ​ງານ​ຂຽນ​ວ່າ, ນັບ​ແຕ່​ງານ​ມະ​ໂຫລານ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ​ເປັນຕົ້ນມາ, ລາຍ​ຮັບ​ລວມຈາກ​ງານ​ໂອ​ລິ​ມປິກ​ໄດ້​ເພີ່ມ​ຂຶ້ນ 38% ​ໃນ​ເວລາ​ອັນ​ສັ້ນ, ບັນລຸ 5 ຕື້ 100 ລ້ານ​ໂດ​ລາ, ​ໃນ​ນັ້ນລາຍ​ຮັບ​ຈາກ​ການຖ່າຍ​ທອດ​ງານ​ແຂ່ງຂັນ​ເພີ່ມ​ຂຶ້ນ 51%, ບັນລຸ 3 ຕື້ 900 ລ້ານ​ໂດ​ລາ.

    ບົດ​ລາຍ​ງານ​ໄດ້​ຄາດ​ຄະ​ເນ​ວ່າ, ຮອດ​ງານ​ໂອ​ລິ​ມປິກທີ່​ນະຄອນ​ລີ​ໂອ​ເດີ​ຈາ​ເນ​ໂລ 2016, ຕົວ​ເລກ​ດັ່ງກ່າວ​ຍັງ​ຈະ​ເພີ່ມ​ຂຶ້ນອີກ, ລາຍ​ຮັບ​ລວມຈະ​ບັນລຸ 6 ຕື້​ກວ່າໂດ​ລາ​. ທ່ານ​ເຮ​ກ, CEO ຂອງບໍລິສັດ​ເບຣນຟາຍ​ເນນ​ສ໌ ກ່າວ​ວ່າ, ຄາດ​ວ່າ​ງານ​ໂອ​ລິ​ມປິກ​ຄັ້ງນີ້​ຈະ​ສາມາດ​ສ້າງ​ລາຍ​ຮັບ​ສຸດທິ​ໃຫ້​ແກ່​ອັງກິດຫຼາຍ​ກວ່າ 25 ຕື້​ໂດ​ລາ.