ຜົນ​ການ​ແຂ່ງ​ຂັນ​ໃນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລອນ​ດອນ​ໃນ​ວັນ​ທີ​1​ສິງ​ຫາ

(GMT+08:00) 2012-08-02 17:57:00     cri
ຕາມ​ຂ່າວCRI:ວັນ​ທີ1​ສິງຫາ​ນີ້,ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ເຂົ້າສູ່​ມື້​ທີ່5​ແລ້ວ,​ມີ​ການ​ຊີງ​ໄຊ​ທັງ​ໝົດ​20​ຫຼຽນ​ຄຳ.​ໃນ​ນັ້ນ,​ຄະ​ນະ​ນັກ​ກິ​ລາ​ຈີນ​ໄດ້​4​ຫຼຽນ​ຄຳ​ຈາກ​ກິ​ລາ ໂດດ​ນ້ຳ,​ປິ໋ງ​ປ໋ອງ,​ຍົກ​ນ້ຳ​ໜັກ​ແລະ​ລອຍ​ນ້ຳ,​ສືບ​ຕໍ່​ຢູ່​ອັນ​ດັບ​1​ໃນ​ຕາ​ຕະ​ລາງ​ສະ​ຫຼຸບ​ຫຼຽນ​ດ້ວຍ​ຫຼຽນ​ຄຳ​17​ຫຼຽນ,​ຫຼຽນ​ເງິນ9​ຫຼຽນ​ແລະ​ຫຼຽນ​ທອງ​4​ຫຼຽນ.


ທ້າວ​ຫຼູ​ສຽວ​ຈຸ່ນ

ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກລຸ່ນ77​ກິ​ໂລ​ເພດ​ຊາຍ,ທ້າວ​ຫຼູສຽວ​ຈຸ່ນ,ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ນ້ຳ ໜັກ​ລວມ​379​ກິ​ໂລ,​ໃນ​ນັ້ນ,​​ໃນ​ທ່າ"​ສະ​ແນັດທ໌​"ຍົກ​ໄດ້​175​ກິ​ໂລ,​ແລະ​ທ່າ​"ຄລີນ​ແອນ​ເຈີກ"​ຍົກ​ໄດ້​204​ກິ​ໂລ,​ໃນ​ທ່າ​ສະ​ແນັດ​ທ໌​ແລະຄະ​ແນນ​ລວມ​ໄດ້​ສ້າງ​ສະ​ຖິ​ຕິ​ໂລກ​ໃໝ່.​ທ້າວ​ລູ້​ຮ້າວ​ເຈ​ທີ່​ເປັນ​ເພື່ອນ​ຮ່ວມ​ທີມ​ໄດ້​ຫຼຽນ​ເງິນ,​ສ່ວນ​ຫຼຽນ​ທອງ​ຕົກ​ເປັນ​ຂອງ​ອີ​ວານ ​ແຊມ​ບາ,ນັກ​ກິລາ​ຈາກ​ກຸຍ​ບາ.


ນາງ​ຈ່ຽວ​ລິວ​ຢາງ

ໃນ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດຂອງ​ການ​ແຂ່ງ​ຂັນ​ລອຍ​ທ່າ​ແມງກະ​ເບື້ອ200​ແມັດ​ເພດ​ຍິງ,​ນາງ​ຈ່ຽວ​ລິວ​ຢາງ,​ນັກ​ກິ​ລາ​ຈີນ​ແຊງ​ໜ້າ​ຄູ່​ແຂ່ງ​ໃນ​ໄລ​ຍະ​ສຸດ​ທ້າຍ,​ຊິງ​ໄດ້​ຫຼຽນ​ຄຳ​ແລະ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ.


ນາງ​ຫຼີ​ສຽວ​ເຊຍ​

ສ່ວນການ​ແຂ່ງຂັນ​ປິ໋ງປ໋ອງຮອບ​ຊີງ​ຊະນະ​ເລີດ​ເພດ​ຍິງ,​ເປັນ​ການ​ພົບ​ກັນ​ເອງ​ຂອງ​ນັກ​ກິລາ​ຈີນ.​ໃນ​ທີ່​ສຸດ,​ຜົນ​ການ​ແຂ່ງ​ຂັນ​ແມ່ນ​ນາງ​ຫຼີ​ສຽວ​ເຊຍ​ເອົາ​ຊະ​ນະ​ນາງ​ຕີ່ງ​ນີງ,​ໄດ້​ຫຼຽນ​ຄຳ,​ຊຶ່ງ​ເປັນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ກິລາ​ປະ​ເພດ​ນີ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້.

1 2