ຜົນ​ການ​ແຂ່ງ​ຂັນ​ກິ​ລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິມ​ປິກ​ລອນ​ດອນ​ໃນ​ວັນ​ທີ​2​ສິງຫາ

(GMT+08:00) 2012-08-03 17:49:43     cri
ຕາມ​ຂ່າວCRI:ວັນ​ທີ2​ສິງຫາ​ນີ້,ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​​ໄດ້​ເຂົ້າສູ່​ມື້​ທີ່6​ແລ້ວ,​ມີ​ການ​ຊີງ​ໄຊ​ທັງ​ໝົດ​18​ຫຼຽນ​ຄຳ. ​ໃນ​ນັ້ນ,​ຄະ​ນະ​ນັກ​ກິ​ລາ​ຈີນ​ໄດ້​1​ຫຼຽນ​ຄຳ​,ຍັງ​ຢູ່​ອັນ​ດັບ1​ໃນ​ຕາ​ຕະ​ລາງ​ສະ​ຫຼຸບ​ຫຼຽນ,​ດ້ວຍ​ຫຼຽນ​ຄຳ​18​ຫຼຽນ,​ຫຼຽນ​ເງິນ11​ຫຼຽນ​ແລະ​ຫຼຽນ​ທອງ​5​ຫຼຽນ.​ສ່ວນ​ຄະ​ນະ​ນັກ​ກິ​ລາ​ອາ​ເມ​ລິ​ກາ​ໄດ້​ຫຼຽນ​ຄຳ​ເພີ່ມ​ອີກ​6​ຫຼຽນ​ຈາກ​ກິ​ລາ​ລອຍ​ນ້ຳ​ແລະ​ກາຍ​ກະ​ກຳ​ເປັນ​ຕົ້ນ,​ຈຳ​ນວນ​ຫຼຽນ​ຄຳ​ໄດ້​ເທົ່າ​ກັນ​ກັບ​ຈີນ.​ແຕ່​ວ່າ​ມີ​ຫຼຽນ​ເງິນ​ໜ້ອຍ​ກວ່າ​2​ຫຼຽນ.


ທ້າວຈ່າງຈີ້ເຄີ່

ທ້າວຈ່າງຈີ້ເຄີ່ກັບທ້າວວາງຮ້າວ

ໃນລາຍການ​ແຂ່ງຂັນ​ປິ໋ງປ໋ອງຮອບ​ຊີງ​ຊະນະ​ເລີດ​ເພດ​ຊາຍ,​ເປັນ​ການ​ພົບ​ກັນ​ເອງ​ຂອງ​ນັກ​ກິລາ​ຈີນອີກ.​ ຜົນ​ການ​ແຂ່ງ​ຂັນ​ແມ່ນ​ທ້າວ​ຈ່າງ​ຈີ້​ເຄີ່​ເອົາ​ຊະ​ນະ​ທ້າວ​ວາງ​ຮ້າວ,​ໄດ້​ຫຼຽນ ຄຳ,​ຊຶ່ງ​ກາຍ​ເປັນ​ນັກ​ກິ​ລາ​ປິ໋ງ​ປ໋ອງ​ເພດ​ຊາຍ​ຈີນ​ຜູ່​ທີ່​ສາມ​ທີ່​ໄດ້​ຫຼຽນ​ຄຳ​ໃນ​ລາຍ​ການ​ແຂ່ງ​ຂັນ​ປິ໋ງ​ປ໋ອງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ປະ​ເພດ​ດ່ຽວ​ຊາຍ​ສາມ​ລາຍ​ການ ຄື:​ງານ​ກິ​ລາ​ໂອ​ລິມ​ປິກ,​ການ​ແຂ່ງ​ຂັນ​ຊິງ​ລາງ​ວັນ​ປິ໋ງ​ປ໋ອງ​ໂລກ​ແລະ​ການ​ແຂ່ງ​ຂັນ​ປິ໋ງ​ປ໋ອງ​ຊິງ​ຂັນ​ໂລກ.​ທ້າວ​ວາງ​ຮ້າວ​ໄດ້​ຫຼຽນ​ເງິນ,​ຊຶ່ງ​ເປັນ​ເທື່ອ​ທີ​3​ຢ່າງ​ລຽນ​ຕິດ​ທີ່​ໄດ້​ຫຼຽນ​ເງິນ​ໃນ​ການ​ແຂ່ງ​ຂັນ​ລາຍ​ການ​ນີ້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ.

1 2 3