ຂ່າວ​ກ່ຽວ​ກັບ​ງານ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ3ສິງຫາ​ນີ້

(GMT+08:00) 2012-08-04 17:52:54     cri

ຕາມ​ຂ່າວCRI: ວັນ​ທີ 3 ສິງຫາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ການ​ແຂ່ງຂັນກິລາ​ປະ​ເພດ​ຕ່າງໆ​ຂອງ​ງານ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ດຳ​ເນີນ​ເປັນ​ວັນ​ທີ 7 , ​ເຊິ່ງ​ໃນ​ວັນ​ນັ້ນ​ມີ​ການ​ຊີງ​ໄຊ​ທັງ​ໝົດ22​ຫຼຽນ​ຄຳ​,​ແມ່ນ​ວັນ​ໜຶ່ງ​ທີ່​ຊີງ​ຫຼຽນ​ຄຳ​ຫຼາຍ​ທີ່​ສຸດ​ນັບ​ແຕ່​ໄຂ​ງານ​ໂອ​ລິ​ມປິກ​ເປັນ​ຕົ້ນ​ມາ, ອາ​ເມ​ລິ​ກາ​ຊີງ​ໄ​ດ້ຫຼຽນ​ຄຳ 3 ຫຼຽນ​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ,ຈຳນວນ​ຫຼຽນ​ຄຳຂອງ​ທິມອາ​ເມ​ລິ​ກາ​ເພິ່ມຂຶ້ນ​ຮອດ 21 ຫຼຽນ,​ໄດ້​ລ້ຳ​ໜ້າ​ຈີນ​ຄອງ​ອັນ​ດັບ​ທີ​ໜຶ່ງ​ໃນ​ປະ​ເທດ​ຕ່າງ​ໆ. ມື້​ດຽວ​ກັນ, ນັກ​ກິລາ​ຈີນ​ກໍ່​ມີ​ລີລາ​ການສະ​ແດງ​ອັນ​ຈົບາງາມ, ​ຊີງ​ໄດ້​ຫຼຽນ​ຄຳ 2 ຫຼຽນ​ໃນ​ການ​ແຂ່ງຂັນ​ດອກ​ປີກ​ໄກ່ຕີ​ຄູ່​ຍິງ​ຊາຍ​ປະສົມ​ແລະ​ການ​ແຂ່ງຂັນ​ຕຽງ​ສະ​ປິງ,ຈຳນວນ​ຫຼຽນ​ຄຳ​ຂອງ​ທິມຈີນ​ກໍ່​ເພິ່ມຂຶ້ນຮອດ 20 ຫຼຽນ.

ງານ​ໂອ​ລິ​ມປິກ​ດຳ​ເນີນ​ມາ​ຮອດ​ວັນ​ທີ 3 ສິງຫາ,ລວມມີ​ທິມກິລາ 27 ປະ​ເທດ​ຫຼື​ເຂດ​ແຄວ້ນ​ຊີງ​ໄດ້​ຫຼຽນ​ຄຳ, ມີ​ທິມກິລາ​ຂອງ 54 ປະ​ເທ​ດຫຼື​ເຂດ​ແຄວ້ນ​ຊີງ​ໄດ້​ຫຼຽນ​ລາງວັນ.