ຜົນການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ4​ສິງຫາ​

(GMT+08:00) 2012-08-05 15:22:20     cri

ຕາມ​ຂ່າວCRI: ວັນ​ທີ4​ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ດໍາ​ເນີນ​ເປັນມື້​ທີ8​ແລ້ວ, ໝາຍ​ຄວາມ​ວ່າການ​ແຂ່ງຂັນ​ຂອງ​ງານ​​ໂອ​ລິ​ມ ປິກ​ຄັ້ງ​ນີ້ດຳ​ເນີນ​ໄປ​ກວ່າ​ເຄິ່ງໜຶ່ງ​ແລ້ວ. ​ໃນ​ມື້​ນັ້ນ​ມີ​ການ​ຊິງ​ໄຊ​ທັງ​ໝົດ25​ຫຼຽນ​ຄຳ, ອາ​ເມ​ລິ​ກາ​ໄດ້5​ຫຼຽນ​ຄຳ, ຈີນ​ກໍ່​ໄດ້5​ຫຼຽນ​ຄຳ​ເຊັ່ນ​ກັນ, ອາ​ເມ​ລິ​ກາ​ຢູ່​ອັນ​ດັບ​ໜຶ່ງ​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນ​ດ້ວຍຫຼຽນ​ຄຳ21​ຫຼຽນ, ຖັດລົງມາ​ແມ່ນ​ຈີນ​ຢູ່​ອັນ​ດັບ​ສອງ​ດ້ວຍ​ຫຼຽນ​ຄຳ20​ຫຼຽນ.

ວັນ​ວັນ​ນັ້ນ, ນັກ​ກິ​ລາ​ຈີນຊີງ​ໄດ້2​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ດອກ​ປີກ​ໄກ່ຕີ​ດ່ຽວ​ເພດ​ຍິງ​ແລະຕີ​ຄູ່​ເພດ​ຍິງ. ​ໃນ​ການ​ແຂ່ງຂັນ​ລອຍທ່າຟຣີສະ​ໄຕ1500​​ແມັດ​ເພດ​ຊາຍ, ທ້າວ​ຊຸ່ນຢາງ, ນັກ​ກິລາ​ຈີນ​ໄດ້​ຫຼຽນ​ຄຳ​ດ້ວຍຄວາມ​ໄວ14​ນາທີ31​ວິນາທີ02, ຊຶ່ງ​ໄດ້​ສ້າງ​ສະຖິຕິໃໝ່​​ຂອງໂລກ​.

ໃນ​ການ​ແຂ່ງຂັນ​ລອຍຜັດ​ປະສົມ4×100​ແມັດ​ເພດ​ຊາຍ, ທິມອາ​ເມ​ລິ​ກາ​ທີ່ມີທ້າວ​​ເຟັວສ໌ ມີ​ແຄນ, ນັກ​ກິລາລອຍ​ນ້ຳ​ທີ່​ດີ​ເດັ່ນ​​ເຂົ້າ​ຮ່ວມ​ນັ້ນ​ຊີງໄດ້ຫຼຽນ​ຄຳ, ທ້າວ​​ເຟັວສ໌ສຳ​ເລັດ​ການ​ແຂ່ງຂັນ​ໃນ​ງານ​​ໂອ​ລິ​ມປິກ​ຂອງ​ຕົນຢ່າງ​ຈົບງາມ, ​ໃນ​ງານ​ໂອ​  ລິ​ມປິກ​ລອນ​ດອນຄັ້ງ​ນີ້​, ລາວ​ຊີງໄດ້4​ຫຼຽນ​ຄຳ​ແລະ2​ຫຼຽນ​ເງິນ. ທ້າວ​​ເຟັວສ໌ທີ່​ມີ​ອາຍຸ27​ປີ​ຕັດສິນ​ໃຈ​ຖອນ​ຕົວ​ອອກ​ຈາກ​ວົງ​ການ​ກິລາຫຼັງ​ງານ​ໂມ​ລິ​ມບິ​ກລອນ​ດອນ.

ສ່ວນໃນ​ການ​ແຂ່ງຂັນ​ແລ່ນ​​ໄວ100​ແມັດ​ເພດ​ຍິງ, ນາງ​ຟຣາ​ເຊີ ພຼິສ ​ເສລີ​ອັນ, ນັກ​ກິລາ​ຈາ​ໄມ​ກາ​ຊີງໄດ້ຫຼຽນ​ຄຳດ້ວຍ​ຄວາມ​ໄວ10​ວິນາ​ທີ75, ກາຍ​ເປັນ​ຜູ້ຍິງ​ທີ່​ແລ່ນ​ໄວ​ທີ່​ສຸດ​ຄົນ​ໃໝ່​ໃນ​ງານ​ໂອ​ລິ​ມປິກ.

1 2 3 4 5 6 7