ຜົນການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ 5 ສິງຫາ

(GMT+08:00) 2012-08-06 14:40:10     cri
ຕາມ​ຂ່າວCRI: ວັນ​ທີ 5 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ດໍາ​ເນີນ​ການ​ແຂ່ງຂັນເປັນມື້​ທີ 9 ແລ້ວ, ​ໃນ​ມື້​ນັ້ນ​ມີ​ການ​ຊິງ​ໄຊ​ທັງ​ໝົດ 18 ​ຫຼຽນ​ຄຳ. ​ໃນ​ມື້​ນີ້, ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ 5 ຫຼຽນ​ໃນ​ລາຍການຕີ​ດອກ​ປີກ​ໄກ່, ກາຍະ​ກຳ, ຍົກ​ນ້ຳໜັກ​ແລະ​ການ​ໂດດ​ນ້ຳ.  ຄະນະ​ນັກ​ກິລາ​ຈີນ​ໄດ້​ກັບຄືນ​ມາ​ເປັນອັນ​ດັບ​ທີ​ໜຶ່ງ​ອີກ​ເທື່ອ​ໜຶ່ງ​ດ້ວຍຈຳນວນຫຼຽນ​ຄຳ 30 ຫຼຽນ.