ທ້າວ​ລິນ​ຕ່າ​ນ​ປ້ອງ​ກັນ​ແຊັມ​​ໃນ​ການ​ແຂ່ງຂັນ​ຕີ​ດອກ​ປີກ​ໄກ່​ປະ​ເພດ​ດ່ຽວ​ຊາຍ​

(GMT+08:00) 2012-08-06 14:48:57     cri

ໃນ​ການ​ແຂ່ງຂັນ​ຕີ​ດອກ​ປີກ​ໄກ່​ໃນ​ຮອບ​ຊີງ​ຊະນະ​ເລີດ​ປະ​ເພດ​ດ່ຽວ​ຊາຍ, ທ້າວ​ລິນ​ຕ່າ​ນ, ນັກ​ກິລາ​ຈີນ​ສາມາດ​ເອົາ​ຊະນະ​ທ້າວ​ຫຼີ້ຈົ່ງ​ເຫວີຍ, ນັກ​ກິລາ​ມາ​ເລ​ເຊຍ​ 2 ຕໍ່ 1 ​ເຊັດດ້ວຍ​ຄະ​ແນນ 15 ຕໍ່ 21 21 ຕໍ່ 10​ແລະ 21 ຕໍ່ 19, ກາຍ​ເປັນ​ນັກ​ກິລາ​ຜູ້​ທຳ​ອິດ​ທີ່​ປ້ອງ​ກັນ​ແຊັມ​​ໃນ​ລາຍການ​ນີ້​​ໄວ້​ໄດ້​ໃນ​ງານ​ກິລາ​ໂອ​ລິ​ມປິກ. ການ​ແຂ່ງຂັນ​ຂັດ​ດອກ​ປີກ​ໄກ່​ຄູ່​ຊາຍ​ຮອບ​ຊິງ​ຊະນະ​ເລີດ​ແມ່ນ​ການ​ແຂ່ງຂັນ​ນັດ​ສຸດ​ທ້າຍ​ຂອງ​ລາຍການ​ດອກ​ປີກ​ໄກ່​ໃນ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້, ທ້າວ​ຊ້າຍ​ຢຸ່ນ​ແລະ​ທ້າວ​ຟູ້ຫາຍ​ເຟີ່ງສາມາດ​ເອົາ​ຊະນະ​ນັກ​ກິລາ​ຈາກ​ດານ​ມາກ​ໄດ້​ຄອງ​ຫຼຽນ​ຄຳ.  ຫຼຽນ​ຄຳ​ຂອງ​ລາຍການ​ດອກ​ປີກ​ໄກ່​ແມ່ນ​ນັກ​ກິລາ​ຈາກ​ຈີນ​ຍາດ​ມາ​ຄອງ​ໄດ້​ທັງ​ໝົດ, ຊຶ່ງ​ເປັນ​ເຫດການ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ປະຫວັດສາດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.