ຜົນການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ 6 ສິງຫາ, ຈີ​ນຍັງ​ຄອງ​ອັນ​ດັບ​ໜຶ່ງ​ໃນ​ຕາຕະລາງ​ສະຫຼຸດ​ຫຼຽນ

(GMT+08:00) 2012-08-08 09:46:45     cri
ຕາມ​ຂ່າວCRI: ວັນ​ທີ 6 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ດໍາ​ເນີນ​ການ​ແຂ່ງຂັນເປັນມື້​ທີ 10 ແລ້ວ, ​ໃນ​ມື້​ນັ້ນ​ມີ​ການ​ຊິງ​ໄຊ​ທັງ​ໝົດ 18 ​ຫຼຽນ​ຄຳ. ​ໃນ​ຈຳນວນ​ນີ້ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ 1 ຫຼຽນ​​ແລະ​ຫຼຽນ​ເງິນ 2 ຫຼຽນ.  ຍັງສືບ​ຕໍ່ເປັນອັນ​ດັບ​ທີ​ໜຶ່ງ​​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນດ້ວຍຈຳນວນຫຼຽນ​ຄຳ 31 ຫຼຽນ.


ນາງ​ຊູ​ລີ້​​ເຈ່ຍ, ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ເຮືອ​ໃບ​ລະດັບLaser Radial ດ້ວຍ​​ເວລາ 30 ນາ​ທີ 19 ວິນາທີ, ນີ້​ແມ່ນຄັ້ງ​ທຳ​ອິດ​ທີ່​ນັກ​ກິລາ​ຈາກຈີນ​ໄດ້​ຫຼຽນ​ຄຳ​​ໃນ​ລາຍ​ການ​ນີ້.


ລາຍການ​ກາ​ຍະ​ກຳ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ໃນ​ຮອບ​ຊິງ​ຊະນະ​ເລີດ 3 ປະ​ເພດ​ໃນ​ມື້​ນັ້ນ, ​ໃນ​ການ​ແຂ່ງຂັນ​ບ້ວງ​ຫ້ອຍ​ເພດ​ຊາຍ, ທ້າວ​ເສີງ​ອີ່​ປິ່ນ, ນັກ​ກິລາ​ຈີນ​ໄດ້ຄະ​ແນນ​ຫຼຸດຄູ່​ແຂ່ງຂັນ​ 0,1 ​ຄະ​ແນນ​ແລ້ວ​ໄດ້​ຫຼຽນ​ເງິນ, ສ່ວນ​ການ​ແຂ່ງຂັນ​ໃນ​ລາຍການ​ຮາວ​ຕ່າງ​ລະດັບ, ນາງ​ມຸສຕາ​ຟີ​ນາ ອາລີ​ວາ, ນັກ​ກິລາ​ທີ່​ມີ​ຊື່​ສຽງ​ຂອງຣັດ​ເຊຍ​ຊິງ​ໄດ້​ຫຼຽນ​ຄຳ, ນາງ​ເຫີ​ເຂີ້ຊິນ, ນັກ​ກິລາ​ຈີນ​ໄດ້​ຫຼຽນ​ເງິນ, ນັກ​ກິລາ​ອັງກິດ​ໄດ້​ຫຼຽນ​ທອງ.


ນັບ​ມາ​ຮອດ​ວັນ​ທີ 6 ສິງຫາ​ນີ້, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້, ມີ 70 ປະ​ເທດ​ໄດ້​ຮັບ​ຫຼຽນ​ລາ​ງວັນ​ແລ້ວ, ​ໃນ​ນັ້ນ​ມີພຽງ 38 ປະ​ເທດ​ທີ່​ຍາດ​ໄດ້​ຫຼຽນ​ຄຳ.