ລອນ​ດອນ​ຖືກ​ສົງ​ໄສ​ໃນ​ຄຳ​ຂວັນ​ທີ່​ວ່າ​ຈະ​ຈັດ​ງານ​ໂອ​ລິມ​ປິກ​ແບບ​ສີ​ຂຽວ​ ຫຼື​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທີ່​ສຸດ

(GMT+08:00) 2012-08-08 17:14:07     cri

ງານ​ມະ​ໂຫລານໂອ​ລິ​ມປິກກຳລັງ​ດຳ​ເນີນານ​ແຂ່ງຂັນຢ່າງ​ຟົດ​ຟື້ນ​ຢູ່​ນະຄອນຫຼວງລອນ​ດອນ​ຂອງ​ອັງກິດ. ​ໃນ​ເວລາ​ກໍ່ສ້າງ​ສະ​ໜາມ​ກິ​ລາ​ຫຼັກ "ລອນ​ດອນ​ໂບວ" ຫຼື ຖ້ວຍ​ລອນ​ດອນ​ນັ້ນ, ​ເຈົ້າໜ້າ​ທີ່​ອັງກິດ​ເຄີຍ​ກ່າວ​ວ່າ, ​ຈະ​ຈັດ​ງານ​ໂອ​ລິ​ມປິກ​ເປັນ​ແບບ​ສີຂຽວ ຫຼື ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ສຸດ ຄື: ໃນ​ໄລຍະ​ຈັດ​ງານ, ອັງກິດ​ຈະຫຼຸດການ​ລະບາຍ​ກ໋າກ​ບອນ​ດີ​ອ໋ອກ​ຊິດ​ໃຫ້​ໜ້ອຍ​ລົງ 50%. ​ແຕ່ລອນ​ດອນ​​ບັນລຸ​​ເປົ້າໝາຍ​ຕາມທີ່​ໄດ້​​ສັນຍາ​ໄວ້ ຄື ຈັດ​ງານ​ໂອ​ລິ​ມປິກ​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ສຸດນັ້ນ​ໄດ້ຢ່າງ​ແທ້​ຈິງ​ແລ້ວຫຼືບໍ່? ​ເຖິງ​ວ່າ​ລອນດອນຈະໄດ້​ຮັບຄວາມ​ຍ້ອງຍໍ​ສັນ​ລະ​ເສີນ​ໃນ​ການ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຈັດ​ງານ​ໂອ​ລິ​ມປິກ​ແບບ​ສີຂຽວ​ກໍ​ຕາມ, ​ແຕ່​ກໍ​​ມີ​ຫາງສຽງ​ສະ​ແດງ​ຄວາມ​ສົງ​ໄສ​ແລະມີຄຳຕຳ​ນິຕິຕຽນ​ບໍ່​ໜ້ອຍ.

ຂ່າວ​ແຈ້ງວ່າ, ບໍລິສັດ​ດອບ​ເຄມີ​ແຄວ(Dow Chemical)​ແລະບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ອັງກິດ, ​ເຊິ່ງ​ເປັນຄູ່​ຮ່ວມ​ມື​ໃນ​ການຈັດ​ງານ​ໂອ​ລິ​ມ​ປິກ​ລອນ​ດອນ ລ້ວນ​ແຕ່​ມີ​ປະ​ຫວັດ​ບໍ່​ດີ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ຜູກ​ສຳພັນ​ແລະ​ເປັນ​ຄູ່​ຮ່ວມ​ມື​ກັບ​ບໍລິສັດ​ຄື​ແນວນີ້, ຄື​ວ່າ​ເປັນການ​ສຽດ​ສີ​ຕໍ່​ຄຳ​ຂວັນ​ທີ່​ວ່າ "ງານ​ໂອ​ລິ​ມປິກ​ສີຂຽວ". ພ້ອມ​ກັນນັ້ນ, ​ໃນ​ໄລຍະ​ຈັດ​ງານ​ໂອ​ລິ​ມປິກ, ການ​ນຳ​ໃຊ້​ພະລັງງານ​ໝູນວຽນ​ໄດ້​ກວມ​ອັດຕາ​ມີ​ພຽງ​ແຕ່ 9% ​ເທົາ​ນັ້ນ, ​ແຕ່​ອັງກິດ​ໄດ້​ຕັ້ງ​ເປົ້າໝາຍ​ໄວ້ວ່າ​ໃຫ້​ກວມ​ອັດຕາ 20%. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ນຳ​ໃຊ້​ພະລັງງານໝູນວຽນ​​ໃນ​ຕົວ​ຈິງໃນ​ໄລຍະ​ຈັດ​ງານ​ໂອ​ລິ​ມປິກ ຍັງ​ໄກ​ຈາກ​ລະດັບ​ຄາດໝາຍຫຼາຍສົມຄວນ. ສ່ວນ​ໂຄງການ​ໄຟຟ້າ​ແຮງ​ລົມທີ່​ຢາກ​ກໍ່​ສ້າງຢູ່​ບໍລິ​ເວນ​ໃກ້​ກັບ​ບ້ານ​ໂອ​ລິ​ມປິກ​ຕາມ​ແຜນການ​ເດີມ​ນັ້ນ ກໍ​ຖືກ​​ໂຈະ​​ໄວ້​ຍ້ອນ​ສາ​ເຫດ​ຕ່າງໆ​ໃນຫຼາຍດ້ານ.

ຫວ່າງ​ບໍ່​ດົນ​ມາ​ນີ້, ຂ່າວສານ​ຝຣັ່ງ ຫຼື ຂ່າວສານ​ອາ​​ເອັຟ​​ເປ(AFP) ​ກໍແຈ້ງວ່າ, ບາງບໍລິສັດ​ທີ່​ໃຫ້ການອຸປະຖຳ​ງານ​ໂອ​ລິມ​ປິກ​ກໍ​ມີ​ຫຼາຍ​ບັນ​ຫາ​, ບຸກຄົນ​ລິ​ເລີ່​ມສີຂຽວ​ຈົນກະທັ້ງ ຢາກຕັ້ງ​ໃຫ້​ມີ "ຫຼຽນຄຳ​ຟອກ​ຂຽວ" ​ເພື່ອ​​ເປັນ​ກຽດ​ໃຫ້​ແກ່​ຜູ້​ອຸປະຖຳ​ທີ່​ຢາກ​ປິດ​ບັງ​ການ​ປະພຶດທຳລາຍ​ສິ່ງ​ແວດ​ລ້ອມ​ຂອງ​​ເຂົາເອງ. ສ່ວນ​ບໍລິສັດ​ດອບ​ເຄມີ​ແຄວ​ເຊິ່ງ​ເປັນ​ບໍ​ລິ​ສັດ​ຮັບໂຄ​ສະ​ນາ​ສະ​ໜາມ​ກິ​ລາ​ຫຼັກ​ຂອງ​ງານ​ໂອລິ​ມປິກ ກໍ​ແມ່ນ​ບໍລິສັດ​ຮັບ​​ເອົາທຸລະ​ກິດຈາກ​ບໍລິສັດ​ທີ່​ເກີດ​ເຫດ​ສິ່ງ​ເຄມີ​ຮົ່ວ​ໄຫຼຢູ່​ອິນ​ເດຍ​ໃນ​ປີ 1984, ສ່ວນ​ໂລຫະ​ທີ່​ໃຊ້​ເຂົ້າ​ໃນ​ການຫຼໍ່ຜະລິດຫຼຽນລາງວັນ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງນີ້ ກໍ​ແມ່ນ​ມາ​ຈາກບໍ່​ແຮ່​ຂອງ​ບໍລິສັດຣີ​ໂອ ຕິນ​ໂຕ(Rio Tinto) ທີ່​ກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຟ້ອງ​​ໃນ​ຂໍ້​ຫາທຳ ລາຍ​ສິ່ງ​ແວດ​ລ້ອມ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ຄະນະ​ກຳມະການ​ລັກສະນະ​ແບບ​ຍືນ​ຍົງ 2012 ລອນ​ດອນ ​ໄດ້​ກ່າວ​ຕຳ​ນິຄະນະ​ກຳມະການ​ຈັດ​ງານ​ໂອ​ລິມ​ປິກ​ລອນ​ດອນ​ໃນ​ບາງ​ຂໍ້​ຕົກ​ລົງ, ​ເປັນ​ຕົ້ນ​ແມ່ນ ສ້າງ "ຫໍຄອຍ​ໂອ​ລິ​ມປິກ" ດ້ວຍ​ເຫຼັກກ້າທາດ​ໜັກ​ທີ່​ມີ​ຄວາມ​ສູງ 114,5 ​ແມັດ ​ແລະ ໜັກ​ປະມານ 1500 ​ໂຕນ ທີ່​ບໍ່​ມີ​ຄວາ​ມໝາຍ​ແຕ່​ຢ່າງ​ໃດ; ​ໄດ້ຕຳນິ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ລອນດອນ​ທີ່​ອະນຸຍາດ​ໃຫ້​ຜະລິດ​ຢາງພຼາສະຕິ​ກນັບ​ເປັນ​ພັນ​ເປັນ​ໝື່ນ​ໂຕນ, ສ່ວນ​ສາຍ​ຜະລິດ​ສິນຄ້າ​ເຫຼົ່ານີ້ບໍ່​ສາມາດ​ຮັບ​ປະກັນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃນ​ການ​ຜະລິດ​ແລະສະໜອງ​ຜະລິດ​ຕະພັນ​.

ນອກ​ນີ້, ກ່ອນ​ຈະ​ຈັດ​ງານ​ໂອ​ລິ​ມປິກ, ​ໂຄສົກ​ພາກສ່ວນ​ອຸຕຸນິຍົມ​ລອນ​ດອນ​ກໍ​ກ່າວ​ວ່າ, ​ເຖິງ​ວ່າ​ໃນ 3 ​ເດືອນ​ຜ່ານ​ມາ​ຢູ່​ອັງ​ກິດ​ມີ​ຝົນ​ຕົກ​ເລື້ອຍໆ​​ແລະ​ໄດ້​ເຮັດ​ໃຫ້​ອາກາດ​ຂອງ​ທົ່ວ​ນະຄອນຫຼວງ​ລອນ​ດອນ​ສະອາດຂຶ້ນ​ໃນ​ລະດັບ​ໃດ​ໜຶ່ງ​ກໍ​ຕາມ, ​ແຕ່​ກໍ​ຍາກ​ທີ່​ຮັບປະກັນ​ໄດ້​ວ່າ ລອນ​ດອນ​ຈະ​​ບໍ່​ຖືກ​ຜົນ​ກະທົບ​ຈາກ​ມົນ​ລະ​ພິດ​ທາງ​ອາກາດ​​ໃນ​ໄລຍະ​ຈັດ​ງານ​ໂອ​ລິ​ມປິກ.