ຫຼີ​ຈົ່​ງ​ເຫວີຍ​ໄດ້​ຮັບ​ການ​ຕ້ອນຮັບ​​ຢ່າງ​ອົບ​ອຸ່ນເມື່ອ​ກັບ​ຄືນ​ສູ່ປະ​ເທດ​ແລະ ກ່າວ​ວ່າ​ອາດ​ຈະ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກອີກສະ​ໄໝ​ໄປ

(GMT+08:00) 2012-08-08 16:53:07     cri
ຕາມ​ຂ່າວສານ​ຈີນ:  ພາຍຫຼັງສິ້ນ​ສຸດ​ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ທີ່​ລອນ​ດອນ​ສະ​ໄໝ​ນີ້ແລ້ວ, ຕອນ​ເຊົ້າ​ວັນ​ທີ7ສິງຫາ​ນີ້, ທ້າວ ຫຼີ ຈົ່ງ ​ເຫວີຍ, ​ນັກ​ກິລາ​ດອກ​ປີກ​ໄກ່​ທີ່​ມີ​ຊື່​ສຽງ​ຂອງ​ມະ​ເລ​ເຊຍ​​ໄດ້​ເດີນທາງ​ກັບ​ຄືນ​ເຖິງ​ປະ​ເທດ​ແລະ​ມາ​ເລ​ເຊຍໄດ້​ຮັບ​ການ​ຕ້ອນຮັບຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຈາກ​ແຟນກິລາ​ຫຼາຍ​ພັນ​ຄົນ​ຢູ່​ສະໜາມ​ບິນ​ສາກົນ​ກົວ​ລາ​ລຳ​ເປີ.

​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ສະໜາມ​ບິນ, ຫຼີ ​ຈົ່ງ ​ເຫວີ​ຍໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ການ​ສະໜັບສະໜູນ​ຂອງ​ແຟນກິລາ​ມະ​ເລ​ເຊຍ. ທ່ານກ່າວ​ວ່າ, ​ບໍ່​​ໄດ້​ຄຶດເຖິງ​​​ເລີຍ​ວ່າເຖິງ​ຈະ​ເສຍ​ກໍ​ໄດ້​ຮັບ​ຄວາມ​ຕ້ອນຮັບ​ຢ່າງ​ຟົດ​ຟື້ນ​ຈາກ​ແຟນກິລາ​ຫຼາຍ​ປານ​ນີ້.

ຫຼີ ຈົ່ງ ​ເຫວີຍກ່າວ​ວ່າ: ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ສະ​ໄໝ​ນີ້, ຍ້ອນ​ເຈັບ​ຕີນ​ແລະ​ມີ​​ເວລາ​"ປົວ​ຕີນ"​ພຽງ​ແຕ່2ອາທິດ​ກໍ​ຕ້ອງ​ລົງ​ສະໜາມ, ສະ​ນັ້ນ​​ໄດ້​ແຕ່​ຫຼຽນ​ເງິນ​ທ່ານ​ກໍ​ພໍ​ໃຈ​ແລ້ວ: ​​ແຕ່​ກໍ່​ຮູ້ສຶກ​ເສຍ​ໃຈ​ທີ່​ບໍ່​ສາມາດ​ຍາດ​​​ເອົາຫຼຽນ​ຄຳ​ ​ໂອ​ລິ​ມປິກ​ເພື່ອ​ເປັນ​ໜ້າ​ເປັນຕາມາ​ໃຫ້​ແກ່​ມະ​ເລ​ເຊຍ. ກ່ຽວ​ກັບ​ແຜນການ​ຕໍ່​ໄປ, ທ່ານຫຼີ ຈົ່ງ ​ເຫວີຍ​ກ່າວ​ວ່າ, ​ໃນ2ປີ​ຕໍ່ໜ້າ​ນີ້, ທ່ານຈະທຸ່ມ​ເທ​ເຫື່ອ​​ແຮງ​ກຽມ​ເຂົ້າ​ຮ່ວມ​ເອຊຽນ​ເກ​ມ. ​​ແລະ, ຖ້າຫາກ​ສະພາບ​ຮ່າງກາຍອຳນວຍທ່ານກໍ​ອາດ​ຈະ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ເບຼຊິນ​ໃນ​ປີ2016.