ຜົນ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ໃນ​ໂອ​ລິ​ມປິກ​ລອນ​ດອນ​ໃນ​ວັນ​ທີ 8 ສິງຫາ

(GMT+08:00) 2012-08-09 10:57:12     cri
ຕາມ​ຂ່າວCRI: ວັນ​ທີ 8 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ດໍາ​ເນີນ​ການ​ແຂ່ງຂັນເປັນມື້​ທີ 12 ແລ້ວ. ​​ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ 2 ຫຼຽນ​​​ຈາກ​ກິລາ​​ປິ່ງ​ປ່ອງ​​ແລະ​ກິລາ​ເທ​ຄວນ​ໂດ.  ຍັງສືບ​ຕໍ່ເປັນອັນ​ດັບ​ທີ​ໜຶ່ງ​​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນດ້ວຍຈຳນວນຫຼຽນ​ຄຳ 36 ຫຼຽນ.


ໃນ​ການ​ແຂ່ງຂັນ​ປິ່ງ​ປ່ອງ​ໝູ່​ຄະນະ​ເພດ​ຊາຍຮອບ​ຊິງ​ຊະນະ​ເລີດ​ຂອງ​ງານ​ກິລາ​ໂອ​ລິມປິກ​ລອນ​ດອນລະຫວ່າງ​ນັກ​ກິລາ​ຈີນ​ພົບ​ກັບສ.​ເ​ກົາຫຼີ, ຜົນ​ການ​ແຂ່ງຂັນ​ແມ່ນ, ທິມຈີນສາມາດ​ເອົາຊະນະ​ທິມສ.​ເກົາຫຼີ 3 ຕໍ່ 0 ​ເຊັດ, ປ້ອງ​ກັນຫຼຽນ​ຄຳ​ໃນ​ລາຍການ​ດັ່ງກ່າວ​ໄວ້​ໄດ້, ​ແລະ​ແມ່ນ​ລາຍການ​ທີ 2 ທີ່​ນັກ​ກິລາ​ຈີນ​ສາມາດ​ຄອງ​ຫຼຽນ​ຄຳ​ທັງ​ໝົດໃນ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້ຕໍ່​ຈາກ​ທິມນັກ​ກິລາ​ດອກ​ປີກ​ໄກ່. ທິມສ.​ເກົາຫຼີ​ໄດ້​ຫຼຽນ​ເງິນ, ທິມ​ເຢຍລະ​ມັນ​ໄດ້​ຫຼຽນ​ທອງ​ພາຍຫຼັງ​ເອົາຊະນະ​ທິມຮົງ​ກົງ​ຂອງ​ຈີນ​.


1 2