ສື່​ມ່ວນ​ຊົນ​ອິນ​ໂດ​ເນ​ເຊຍ​ຍ້ອງຍໍ"ນັກ​ກິລາ​ຕ່າງປະ​ເທດ​ທີ່​ເຊື້ອສາຍ​ຈີນ"​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ

(GMT+08:00) 2012-08-09 15:37:56     cri
ວັນ​ທີ 8 ສິງຫາ​ນີ້, ໜັງສືພິມ​ຊິນ​ໂຈ່​ວ​ລາຍ​ວັນຂອງ​ອິນ​ໂດ​ເນ​ເຊຍ​ພິມ​ບົດ​ຄວາມຂຽນວ​ວ່າ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ເທື່ອ​ນີ້, ມີ​ນັກ​ກິລາ​ທີ່​ມີ​ເຊື້ອສາຍ​ຈີນ​ຫຼາຍ​ຄົນ​ທີ່​ໄດ້ຕາງໜ້າ​ປະ​ເທດ​ຕ່າງໆເຂົ້າ​ຮ່ວມ​ການ​ແຂ່ງຂັນ, ​ແລະ​ໄດ້ຜົນງານ​ດີ​ເດັ່ນ.


ນາງ​ຊິນຊາ​ໂລ ຈູ​​ເຟີຢາ


ບົດ​ຄວາ​ມຊີ້​ອອກ​ວ່າ, ນັກ​ກິລາ​​ຈີນເຫຼົ່າ​ນີ້​​ໄດ້​ປ່ຽນ​ສັນຊາດ​ເປັນສັນຊາດສີ​ງກະ​ໂປ, ອົສຕຼາລີ, ສ.​ເກົາຫຼີ​ແລະ​ມາ​ເລ​ເຊຍ​ເປັນ​ຕົ້ນ, ​ແລ້ວ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ແລະ​​ໄດ້​ຜົນງານ​ດີ​ເດັ່ນ. ​ໃນ​ນັ້ນ​ນາງ​ຊິນຊາ​ໂລ ຈູ​​ເຟີຢາ, ນັກ​ກິລາ​ທີ່​ຕ່າງ​ໜ້າ​ກາ​ຊັກ​ສະຖານ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ເພດ​ຍິງ​ລຸ້ນ 53 ກິ​ໂລ​ແລະ​ໄດ້​ຫຼຽນ​ຄຳ​ນັ້ນ, ​ແມ່ນ​ເກີດ​ຢູ່​ແຂວງ​ຮູ​ນານ​ຂອງ​ຈີນ, ສ່ວນ​ມັນ​ຈາ ​ໄມ​ຢາ, ນັກ​ກິລາ​ທີ່​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ເພດ​ຍິງລຸ້ນ 63 ກິ​ໂລ​ແມ່ນ​ມາ​ຈາກ​ແຂວງ​ຫຼຽວ​ນິງ.


ມັນ​ຈາ ​ໄມ​ຢາ(ກາງ)


ບົດ​ຄວາມ​ນີ້​ຂຽນ​ວ່າ, ​ໂລກ​ແມ່ນ​ບ້ານ​ດຽວ​ຂອງ​ໜ່ວຍ​ໂລກ, ນັກ​ກິລາ​ຈີນ​ທີ່​ຍົກຍ້າຍ​ໄປ​ຕ່າງປະ​ເທດ​ບໍ່​ແມ່ນ​ເລື່ອງບໍ່​ດີ, ກົງກັນຂ້າມ​ມັນຫາກ​ແມ່ນ​ເລື່ອງ​ທີ່​ດີ. ນັກ​ກິລາ​ເຊື້ອສາຍ​ຈີນ​ເຫຼົ່າ​ນີ້​ໄດ້​ຊຸກຍູ້​ໃຫ້ວຽກ​ງານ​ກິລາ​ຂອງ​ປະ​ເທດ​ຕ່າງໆ​ພັດທະນາ​ເປັນ​ຢ່າງ​ດີ, ​ເຂົາ​ເຈົ້າ​ຕາງ​ໜ້າ​ປະ​ເທດ​ຂອງ​ຕົນ​ຊິງ​ໄດ້​ຫຼຽນ​ລາງວັນ​ກໍ່​ແມ່ນ​ສະພາບ​ກາ​ນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.