ຜົນ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​​ໃນ​ງານ​ໂອ​ລິ​ມປິກ​ລອນ​ດອນ​ປະຈຳ​ວັນ​ທີ9​ສິງຫາ

(GMT+08:00) 2012-08-10 11:15:28     cri

ຕາມ​ຂ່າວCRI, ມາ​ຮອດວັນ​ທີ9​ສິງຫາ​ຕາມ​ເວລາ​ລອນ​ດອນ, ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ຂອງ​ງານ​ໂອ​ລິ​ມປິກຍັງ​ເຫຼືອພຽງ​ແຕ່4​ວັນ​ເທົ່າ​ນັ້ນ. ​ໃນ​ມື້​ນັ້ນ, ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ1ຫຼຽນ​ແລະ​ຫຼຽນ​ເງິນ2​ຫຼຽນ, ສ່ວນ​ຄະນະ​ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ5ຫຼຽນ, ​ແລະ​ໄດ້ລື່ນ​ກາຍ​ຈີນ​​ເປັນອັນ​ດັບ1​ໃນ​ຕາຕະລາງ​ສະຫຼຸບ​ຫຼຽນດ້ວຍຫຼຽນ​ຄຳ39ຫຼຽນ, ຈີນລົງ​ເປັນ​ອັນ​ດັບ​ທີ​ສອງ. ມາ​ຮອດ​ວັນ​ທີ9​ສິງຫາ​ນີ້, ​ມີ80​ປະ​ເທດ​ແລະ​ເຂດ​ແຄວ້ນ​ຊິງ​ໄດ້​ຫຼຽນ​ລາງວັນ​ແລ້ວ​ແລະ​ໃນ​ນັ້ນ​ມີ43​ປະ​ເທດ​ແລະ​ເຂດ​ແຄວ້ນ​ຊິງ​ໄດ້​ຫຼຽນ​ຄຳ.

ອະທິບາຍ​ຮູບ: ​ໃນ​ການ​ແຂ່ງ​ຂັນ​​ໂດດ​ນ້ຳ​ຈາກແທ່ນ​ສູງ10​ແມັດ​ເພດ​ຍິງ​ດ່ຽວຮອບຊິງ​ຊະນະ​ເລີດ​ຂອງງານ​ໂອ​ລິ​ມປິກ​ລອນ​ດອນ, ນາງ​ເສິນ​ຢົ້ວລິນ ​ແຊມ​ປຽນ​ເກົ່າ​ໃນ​ຄັ້ງ​ຜ່ານ​ມາ​ສາມາດ​ຊິງ​ໄດ້​ຫຼຽນ​ຄຳ​ອີກ​ເທື່ອ​ໃໝ່, ສາມາດ​ປ້ອງ​ກັນ​ແຊມ​ໃນ​ລາຍການ​ນີ້​ໄວ້​ໄດ້ດ້ວຍ​ຄະ​ແນນ​ສູງກວ່າ​ຄູ່​ແຂ່ງຢ່າງ​ຖ້​ວມທົ້ນ, ນີ້​ກໍ​ແມ່ນ​ຫຼຽນ​ຄຳຫຼຽນ​ທີ200​ຂອງ​ຄະນະ​ນັກ​ກິລາ​ຈີນທີ່​ຊິງ​ໄດ້​ໃນ​ງານ​ໂອ​ລິ​ມປິກ​ລະດູ​ຮ້ອນ. ນັກ​ກິລາ​ອົສຕຼາລີ​ຊິງ​ໄດ້ຫຼຽນ​ເງິນ​ແລະ​ນັກ​ກິລາ​ມະ​ເລ​ເຊຍ​ຊິງ​ໄດ້​ຫຼຽນ​ທອງ.


​ໃນ​ການ​ແຂ່ງຂັນ​ມວຍ​ສາກົນ​ສະໝັກ​ຫຼິ້ນ​ເພດ​ຍິງ​ລຸ້ນ51​ກິ​ໂລ​ຮອບ​ຊິງຊະນະ​ເລີດ, ນາງ​ເຢິນຊານຊານ ​ແຊມ​ປຽນ​ໂລກ​ຂອງ​ຈີນ​ເສຍ​ໃຫ້​ນາງ​ອາ​ດາມ​ສ ນີ​ໂຄ​ລາ ນັກ​ກິລາເດັ່ນ​ຂອງ​ອັງກິດ​ດ້ວຍ​ຜົນ​ແຂ່ງຂັນ7​ຕໍ່16ຄະ​ແນນ, ​ໄດ້​ຫຼຽນ​ເງິນ, ນາງ​ອາດ​າມສ໌ໄດ້​ຫຼຽນ​ຄຳ​ເຊິ່ງ​ເປັນຫຼຽນຄຳ​ທຳ​ອິດ​ໃນ​ການ​ແຂ່ງຂັນ​ມວຍ​ສາກົນ​ສະໝັກ​ຫຼິ້ນພດ​ຍິງ​​ໃນ​ປະ​ຫວັດ​ງານ​ໂອ​ລິ​ມປິກ.

​ໃນ​ການ​ແຂ່ງຂັນ​ແລ່ນ​ໄວ200​ແມັດ​ເພດ​ຊາຍ, ​ແມ່​ນນັກ​ກິລາ​ຈາກ​ຈາ​ໄມ​ກາ​ໄດ້​ທັງຫຼຽນ​ຄຳ, ຫຼຽນ​ເງິນ​ແລະ​ຫຼຽນ​ທອງ. ​ໃນ​ນັ້ນ, ທ້າວ​ໂບລທ໌ ອູ​ເຊ​ນ ​ປ້ອງ​ກັນ​ແຊມ​​ໄວ້​ໄດ້ດ້ວຍ​ຜົນງານ19​ວິນາທີ32​ລິບດາ, ກາຍ​ເປັນ​ນັກ​ກິລາ​ຜູ້​ທຳ​ອິດ​​ໃນ​ປະຫວັດ​ງານ​ໂອ​ລິ​ມປິກທີ່​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ແລ່ນ​ໄວ100​ແມັດ​ແລະ200​ແມັດ​​ເພດ​ຊາຍໃນ​ງານ​ໂອ​ລິ​ມປິກ​ສອງ​ຄັ້ງ​ລຽນຕິດ.