ງານ​ກິລາ​ໂອ​ລິ​ມປິກ​​ລະດູ​ຮ້ອນ​ຄັ້ງ​ທີ 30 ຢູ່​ລອນ​ດອນ​ໄດ້​ອັດ​ລົງ​ແລ້ວ

(GMT+08:00) 2012-08-13 10:14:36     cri

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 12 ສິງຫາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ 30 ​ໄດ້​ອັດ​ລົງ​ຢູ່​ລອນ​ດອນ. ນັກ​ກິລາໝື່ນ​ກວ່າ​ຄົນ​ທີ່​ມາ​ຈາກ 204 ສະມາ​ຊິກຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້. ອາ​ເມ​ລິ​ກາ​ເປັນອັນ​ດັບ​ທີ​ໜຶ່ງ​ໃນ​ຕາຕະລາງສະຫຼຸບ​ຫຼຽນ, ຈີນ​ເປັນອັນ​ດັບ​ທີ​ສອງ​ແລະ​ອັງກິດ​ເປັນ​ອັນ​ດັບ​ທີສາມ. ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້​ໄດ້​ບັນລຸລາຍການ​​ແຂ່ງ​ຂັນ​ທັງ​ໝົດ​ທີ່​ລ້ວນ​ແລ້ວ​ແຕ່​ມີ​ນັກ​ກິລາ​ເພດ​ຍິງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ, ກາຕາ, ອາຣາບີ​ຊາ​ອູ​ດິດ​ແລະ​ບຼູ​ໄນ​ເປັນ​ຕົ້ນ​ໄດ້​ສົ່ງ​ນັກ​ກິລາ​ເພດ​ຍິງ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ຄັ້ງ​ທຳ​ອິດ.

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ເທື່ອ​ນີ້, ຄະນະ​ນັກ​ກິລາ​ຈີນ​​ໄດ້​ຫຼຽນ​ຄຳ 38 ຫຼຽນ, ​ຫຼຽນ​ເງິນ 27 ຫຼຽນ​ແລະ​ຫຼຽນ​ທອງ 22 ຫຼຽນ, ລວມ​ທັງ​ໝົດໄດ້​ຫຼຽນ​ລາງວັນ 87 ຫຼຽນ, ​ເປັນອັນ​ດັບ​ທີສອງ​ໃນ​ຕາ​ຕະລາງສະຫຼຸບ​ຫຼຽນ​ຄຳ​ແລະ​ອັນ​ດັບ​ທີ​ສອງ​ໃນ​ຕາຕະລາງ​ສະຫຼຸບຫຼຽນ, ​ໄດ້​ສ້າງ​ສະຖິຕິ​ດີ​ທີ່​ສຸດ​ຂອງ​ຈີນ​ທີ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈັດ​ຂຶ້ນ​ຢູ່​ຕ່າງປະ​ເທດ. ນັກ​ກິລາ​ຈີນ​ໄດ້​ມ້າງ​ສະຖິຕິ​ໂລກ​​ແລະ​ມ້າງ​ສະຖິຕິ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ແນວ​ລະ 6 ລາຍການ.

ວັນ​ທີ 12 ສິງຫາ​ນີ້, ທ່ານ​​​ຣ໋ອກກໍ໌, ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ມ້າງ​ສະຖິຕິ​ໂລກ​ໃນ 44 ລາຍການ​ແລະ​ໄດ້​ມ້າງ​ສະຖິຕິ​ຂອງ​ງານ​ກິລາໂອ​ລິມ​ໃນ 117 ລາຍການ, ​ໄດ້​ສ້າງ​ປະຫວັດສາດ​ໃໝ່. ນີ້​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ໜຶ່ງ​ທີ່​ມ່ວນ​ຊື່ນ​ແລະ​ແລະ​ມີ​ກຽດ.

ຕອນ​ຄ່ຳ​ວັນ​ທີ 12 ສິງຫາ​ນີ້, ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ໄດ້​ມອດ​ລົງພາຍຫຼັງ​ການສະ​ແດງ​ຂະໜາດ​ໃຫຍ່​ທີ່​ຊື່ວ່າ"ດົນ​ຕີ​ປະສານ​ສຽງ​ອັງກິດ". ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ 31 ຈະ​ຈັດ​ຂຶ້ນ​ຢູ່ຣີ​ໂອ​ເດີ​ຈາ​ນີ​ໂຣ​ປະ​ເທດ​ເບຼຊີ​ນ​ໃນ​ປີ 2016

1 2 3 4