ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທວງ​ອີກ​ເທື່ອ​ໜຶ່ງ​ໃຫ້​ຍີ່​ປຸ່ນປ່ອຍ​ຄົນ​ແລະ​ເຮືອ​ຈີນ​ທັນ​ທີ

(GMT+08:00) 2012-08-16 17:20:46     cri
ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແຈ້ງ​ຂ່າວ​ວ່າ:ວັນ​ທີ16​ສິງຫາ​ນີ້,ທ່ານ​ຈ່າງ​ຈື້ຈຸ່ນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ເຄນິຊີ​ໂຣ ຊາ​ຊາ​​ເອ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ​ເພື່ອ​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຈິງ​ຈັງ​ແລະ​ປະ​ທ້ວງ ​ຍີ່​ປຸ່ນທີ່​ຈັບ​ຕົວ​ແລະ​ກັກ​ຂັງ​ປະຊາຊົນແລະ​ເຮືອ​ຂອງ​ຈີນ​ຢ່າງ​ຜິດ​ກົດໝາຍ,​ແລະ​ທວງ​ໃຫ້​ຍີ່​ປຸ່ນປ່ອຍ​ຄົນ​ແລະ​ເຮືອ​ຈີນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​​ທັນທີ,ຮຽກຮ້ອງ​ໃຫ້​ຍີ່​ປຸ່ນຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດແລະ​ສິດທິ​ຂອງ​ເ​ຂົາ​ເຈົ້າ.

ວັນ​ທີ16​ສິງຫາ​ນີ້,ໜ່ວຍ​ງານ​ສະຖານທູດ​ຈີນ​ປະຈຳ​ຍີ່​ປຸ່ນ​ໄດ້​ເດີນທາງ​ໄປຢ້ຽມຢາມ​ຄົນ​ຈີນ​ທີ່​ຖືກ​ກັກ​ຕົວ​ຢູ່​​ໂອ​ກິ​ນາ​ວາ​​ແລະ​​ໄດ້ຕໍ່​ວ່າ​ທັກ​ທ້ວງ​ກັບ​ຍີ່​ປຸ່ນ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ.ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ພ້ອມ​ດ້ວຍ​ສຳນັກງານ​ທີ່​ປະຈຳ​ຢູ່​ໂຕ​ກຽວ​ກໍ່​ໄດ້​ສົ່ງ​​ເຈົ້າ​ໜ້າ​ທີ່​ໄປ​ປະສານ​ສົມ​ທົບ​ວຽກ​ງານ​ທີ່​ກ່ຽວຂ້ອງ.