ຈີນ​ກ່າວ​ວ່າບໍ່​ວ່າມາດ​ຕະການ​ໃດໆ​ກໍ່​ຕາມ​ທີ່​ຍີ່​ປຸ່ນ​ປະ​ຕິ​ບັດ​ຕໍ່​ພົນ​ລະ​ເມືອງ​ຈີນ​ພຽງ​ແຕ່​ຝ່າຍ​ດຽວ​ລ້ວນ​ແຕ່​ແມ່ນ​ຜິດ​ກົດ​ໝາຍ​ແລະ​ບໍ່​ມີ​ຜົນ​ສັກ​ສິດ

(GMT+08:00) 2012-08-17 14:46:27     cri
ວັນ​ທີ17​ສິງຫາ​ນີ້​,ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຍີ່​ປຸ່ນຕົກລົງ​ສົ່ງ​ຕົວພົນລະ​ເມືອງ​ຈີນ​ທີ່​ຖືກ​ກັກ​ຂັງ​ນັ້ນ​ຄືນ​ສູ່​ປະ​ເທດ​.ທ່ານ​ກ່າວ​ວ່າ:ບໍ່​ວ່າ​ຍີ່​ປຸ່ນຈະ​ໃຊ້​ມາດ​ຕະການ​ໃດໆ​ຕໍ່​ພົນລະ​ເມືອງ​ຈີນພຽງ​ແຕ່​ຝ່າຍ​ດຽວກໍ່ຕາມ​ກໍ່ລ້ວນ​ແຕ່​ແມ່ນ​ຜິດ​ກົດໝາຍ​ແລະ​ບໍ່​ມີ​ຜົນ​ສັກສິດ.

ຕອນ​ເຊົ້າ​ວັນ​ທີ17​ສິງຫາ​ນີ້,ກອງ​ປະຊຸມ​ຄະນະ​ລັດຖະບານ​ຍີ່​ປຸ່ນຕົກລົງ​ສົ່ງຕົວ​ພົນລະ​ເມືອງ​ຈີນ​ທີ່​ຖືກ​ກັກ​ຂັງ​ກ່ອນໜ້າ​ນີ້​ກັບ​ຄືນ​ສູ່ປະ​ເທດ​ໂດຍ​ອ້າງ​ວ່າ​ເຂົາ​ເຈົ້າ​ໄດ້​ລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ.ກ່ຽວ​ກັບ​ເລື່ອງນີ້,ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ແມ່ນ​ຈະ​ແຈ້ງ​ແລະ​ເດັດດ່ຽວ​ໜຽວ​ແໜ້ນ.ບໍ່​ວ່າ​ຍີ່​ປຸ່ນ​ຈະໃຊ້​ມາດ​ຕະການ​ ​ໃດໆ​ຕໍ່​ພົນລະ​ເມືອງ​ຈີນພຽງ​ແຕ່​ຝ່າຍ​ດຽວ,ກໍ່​ລ້ວນ​ແຕ່​ແມ່ນ​ຜິດ​ກົດໝາຍ​ແລະ​ບໍ່​ມີ​ຜົນ​ສັກສິດ.ລັດຖະບານ​ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຈິງ​ຈັງ​ຫຼາຍ​ເທື່ອ​ແລ້ວຕໍ່​ຍີ່​ປຸ່ນທີ່​ກັກ​ຕົວ​ພົນ​ລະ​ເມືອງ​ຈີນ​ຢ່າງ​ຜິດ​ກົດໝາຍ,ປະຈຸ​ບັນ,ຈີນ​ພວມ​ຕັ້ງໜ້າ​ຊຸກ​ຍູ້​ການຈັດ​ວາງ​ທີ່​ກ່ຽວຂ້ອງ​ເພື່ອ​ຮັບປະກັນ​ໃຫ້ປະຊາຊົນ​ຈີນ​ໄດ້​ກັບ​ຄືນ​ສູ່​ປະ​ເທດ​ດ້ວຍ​ຄວາມ​ສະດວກ​ປອດ​ໄພ​ໂດຍ​ໄວ.