ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ພວກ​ຝ່າຍ​ຂວາ​ຍີ່​ປຸ່ນ​ຂຶ້ນ​ເກາະ​ຕ້ຽວ​ອີ

(GMT+08:00) 2012-08-20 16:03:16     cri
ວັນ​ທີ19​ສິງຫາ​ນີ້,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ສະ​ແດງການ​ປະ​ທ້ວງ​ຢ່າງຮຸນ​ແຮງ​ຕໍ່ພວກ​ຝ່າຍຂວາ​ຍີ່​ປຸ່ນທີ່ຂຶ້ນ​ເກາະ​ຕ້ຽວ​ອີ​ແລະທວງ​ໃຫ້​ຍີ່​ປຸ່ນຢຸດຕິ​ການ​ກະທຳ​ທີ່​ທຳລາຍ​ສິດ​ອຳນາດ​ອະທິປະ​ໄຕທາງ​ດ້ານ​ດິນ​ແດນ​ຂອງ​ຈີນ.

ຕາມ​ຂ່າວ​ລາຍ​ງານ​ວ່າ:ສະມາຊິກ​ລັດຖະສະພາ​ຍີ່​ປຸ່ນ​ແລະ​ສະມາຊິກ​ອົງການ​ຈັດ​ຕັ້ງ​ຝ່າຍ​ຂວາ​ຂອງ​ຍີ່​ປຸ່ນຈຳນວນ150​ຄົນ​ໄດ້​ເດີນທາງ​ໄປ​ເກາະ​ຕ້ຽວ​ອີ​​ແລະຈັດ​ກິດຈະກຳ​ທີ່​ວ່າ​"ປອບ​ວິນ​ຍານ",​ໃນ​ນັ້ນ,ມີ10​ຄົນ​ໄດ້​ຂຶ້ນ​ເກາະ.

ທ່ານ​ຊິນ​ກ່າ​ງກ່າ​ວວ່າ:ການ​ກະທຳ​ທີ່​ຜິດ​ກົດໝາຍ​ຂອງ​ພວກ​ຝ່າຍ​ຂວາ​ຍີ່​ປຸ່ນ​ໄດ້​ລ່ວງ​ລ້ຳ​ສິດ​ອຳນາດ​ອະທິປະ​ໄຕ​ທາງ​ດ້ານ​ດິນ​ແດນ​ຂອງ​ຈີນ.​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ປະ​ທ້ວງ​ຢ່າງ​ຈິງ​ຈັງ​​ແລະ​ຮຸນ​ແຮງຕໍ່​​ເອກ​ອັກຄະ​ລັດຖະທູດ​ຍີ່​ປຸ່ນປະຈຳ​ຈີນ​ແລະ​ທວງ​ໃຫ້​ຍີ່​ປຸ່ນຢຸດຕິ​ການ​ກະທຳ​ທີ່​ທຳລາຍ​ສິດ​ອຳນາດ​ອະທິປະ​ໄຕ​ທາງ​ດ້ານ​ດິນ​ແດນ​ຂອງ​ຈີນ.ທ່ານ​ຊິນ​ກ່າງ​ກ່າວ​ວ່າ:ຍີ່​ປຸ່ນຄວນ​ແກ້​ໄຂ​ບັນຫາ​ໃນ​ປະຈຸ​ບັນ​ຢ່າງ​ຈິງ​ຈັງ,ຫຼີກ​ເວັ້ນບໍ່​ໃຫ້​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ໃຫ້​ຮ້າຍ​ແຮງ​ລົງ​ໄປ​ອີກ.

ວັນ​ທີ19​ສິງຫາ​ນີ້,ທ່ານ​ເສິງ​ຢົງ​ຮວາ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່​ປຸ່ນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​​ຢ່າງ​ຈິງ​ຈັງ​​ຕໍ່​ເຈົ້າ​ໜ້າ​ທີ່​ກະຊວງການ​ຕ່າງປະ​ເທດ​ຍີ​ປຸ່ນ​ໂດຍ​ປະ​ທ້ວງ​ຢ່າງ​ຮຸນ​ແຮງກ່ຽວ​ກັບ​ພວກ​ຝ່າຍ​ຂວາ​ຍີ່​ປຸ່ນ​ເຂົ້າ​ສູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ແລະ​ຂຶ້ນ​ເກາະ​ຢ່າງ​ຜິດ​ກົດໝາຍ.ທ່ານ​ເສິງ​ຢົງ​ຮວາ​ກ່າວ​ຢ້ຳວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່ບູຮານ​ນະ​ການ,ຈີນ​ຮຽກຮ້ອງ​ໃຫ້​ຍີ​ປຸ່ນຢຸດຕິ​ການ​ກະທຳ​ທີ່​ທຳລາຍ​ສິດ​ອຳນາດ​ອະທິປະ​ໄຕ​ທາງ​ດ້ານ​​ດິນ​ແດນ,ປົກ​ປັກ​ຮັກສາ​ກາ​ນພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ.