ນັກວິຊາການຈີນ​ທີ່​ກັບ​ມາ​ຈາກ​ຕ່າງປະ​ເທດກ່າວ​ວ່າ ​ແຜນ​ທີ່​ຍີ່ປຸ່ນ 100 ປີ​ກ່ອນ​ຢືນຢັນ​ວ່າ​ເກາະ​ຕ້ຽວ​ຢູ​ແມ່ນ​ຂຶ້ນ​ກັບ​ຈີນ

(GMT+08:00) 2012-08-22 18:06:04     cri

ຫວ່າງກ່ອນ​ນີ້​ບໍ່​ດົນ,ທ່ານ​ເຈິ້ງ​ໄຫ​ຫຼິນ,ນັກວິຊາການ​ຈີນ​ທີ່​ເຄີຍ​ໄປ​ຮຽນ​ແລະ​ຄົ້ນຄວ້າ​ຢູ່​ຍີ່ປຸ່ນ​ກ່າວ​ວ່າ,​ໃນ《​ແຜນ​ທີ່ຍີ່ປຸ່ນ》ສະບັບປີ 1876 ທີ່​ທ່ານຊື້​ໄວ້ໃນ​ໄລຍະ​ຮຽນ​ຢູ່​ຍີ່ປຸ່ນ,ບໍ່​ມີ​ເກາະ​ຕ້ຽວ​ຢູ​​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ໃກ້,ນີ້​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,​ເກາະ​ຕ້ຽວ​ຢູ​ແລະ​ເກາະ​ດອນຕ່າງໆ​ທີ່ຢູ່​ໃກ້​ແມ່ນ​ດິນ​ແດນ​ຂອງ​ຈີນ​ແທ້ໆ.

ໃນຕົ້ນ​ຊຸມ​ປີ 1990,ທ່ານ​ເຈິ້ງ​ໄຫຫຼິນເຄີຍ​ໄປ​ຮຽນ​ແລະ​ຄົ້ນຄວ້າ​ວິຊາ​ປະຫວັດສາດ​ແລະ​ກົດໝາຍ​ສາກົນ​ຢູ່​ຍີ່ປຸ່ນ.​ໃນ​ໄລຍະ​ຢູ່​ຍີ່ປຸ່ນ,ທ່ານ​ເຈິ້ງ​ໄຫ​ຫຼິນ​​ໄດ້​ຊື້《​ແຜນ​ທີ່ຍີ່ປຸ່ນ》ສະບັບປີ 1876 ທີ່​​ແຕ້ມ​​ແລະ​ພິມ​ໂດຍ​ກົມ​ເສນາ​ທິການ​ກອງທັບ​ບົກ​ຍີ່ປຸ່ນ​ຢູ່​ຮ້ານ​ຂາຍ​ປື້​ມ​ເກົ່າ​ແຫ່ງ​ໜຶ່ງ.​ແຜນ​ທີ່​ດັ່ງກ່າວ​ຍາວ 1 ແມັດ 31 ຊັງ​ຕີ​ແມັດ,ກວ້າງ 1 ແມັດ 16 ຊັງ​ຕີ​ແມັດ,​ແມ່ນຄວັດ​​ໃສ່ແຜ່ນ​ທອງ​ແລ້ວ​ພິມ​ອອກ​ດ້ວຍ​ນ້ຳໝຶກ.

ທ່ານ​ເຈິ້ງ​ໄຫ​ຫຼິນກ່າວວ່າ,​ໃນ​ແຜນ​ທີ່​ສະບັບ​ນີ້,ບໍ່​ມີ​ເກາະ​ຕ້ຽວ​ຢູ​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ໃກ້.ຕາມກົດໝາຍ​ສາກົນ,​ແຜນ​ທີ່​ທາງ​ການ​ທີ່​ປະ​ເທດ​ໃດ​ໜຶ່ງ​ໄດ້​ປະກາດ​ນັ້ນ,ມີ​ຜົນ​ສັກສິດ​ທາງ​ດ້ານ​ກົດໝາຍ​ສາກົນ​ໃນ​ດ້ານ​ດິນ​ແດນ​ແຫ່ງ​ຊາດ.​ແຜນ​ທີ່​ສະບັບ​ນີ້​ໄດ້​ຢືນຢັນ​ວ່າ,​ເກາະ​ຕ້ຽວ​ຢູ​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ໃກ້​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ,ບໍ່​ແມ່ນ"ດິນ​ແດນ​ຂອງ​ຍີ່ປຸ່ນ"ຢ່າງ​ເດັດຂາດ.