​ພົນລະ​ເມືອງແລະ​ເຮືອຂອງ​ຈີນ​ທີ່​ຖືກ​ຍີ່ປຸ່ນ​​ກັກ​ຢ່າງ​ຜິດ​​ກົດໝາຍ​ລ້ວນ​ແຕ່​ໄດ້​ກັບ​ຄືນ​ສູ່​ຮົງ​ກົງ​ແລ້ວ

(GMT+08:00) 2012-08-22 17:39:38     cri
ຕາມ​ຂ່າວCRI: ພົນລະ​ເມືອງຈີນ7ຄົນ​ແລະ​ເຮືອ"​ໄຄ​​ເຟີ່ງ​ເລກ2"ທີ່​ຖືກ​ຍີ່​ປຸ່ນ ​ກັກ​​ຢ່າງ​ຜິດ​ຕາມ​ກົດໝາຍ, ​ເມືອ​ໄດ້ເດີນ​ເຮືອເປັນ​ເວລາ4ວັນ​ເຄິ່ງ​ໄດ້​ມາ​ຮອດຢູ່​ທ່າ​ຈ່ຽນ​ຊ່າ​ຈູ​ເຂດ​ເກົ້າ​ລົງຂອງ​​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ​ແລ້ວ​ໃນ​ເວລາ2​ໂມງ​ຕອນ​ບ່າຍ​ວັນ​ທີ22, ພົນລະ​ເມືອງຈີນ7ຄົນ​ໃນ​ຊຸດ​ທຳ​ອິດ​ໄດ້​ກັບ​ຄືນ​ສູ່​ຮົງ​ກົງ​ດ້ວຍ​ເຮືອບິນໃນ​ວັນ​ທີ17ສິງຫາ​ນີ້.

ທ່າ​ກຳ​ປັ່ນ, ມີ​ປະຊາຊົນ​ຮົງ​ກົງ​​ແລະ​ນັກ​ທ່ອງ​ທ່ຽວ​ຈາກຈີນ​ແຜ່ນດິນ​ໃຫຍ່​ຫຼາຍຮ້ອຍ​ຄົນ​ໄດ້​​ໄປ​ຕ້ອນຮັບ​ເຮືອ"​ໄຄ​ເຟີ່ງງ​ເລກ2"ທີ່​ເດີນທາງ​ກັບ​ຄືນ​ສູ່​ຮົງ​ກົງ, ​ໂດຍ​ໄດ້ຣັບການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ.