5​ປະ​ເທດ​ອາ​ຊຽນ​ຈະ​ສ້າງ​ສະ​ຫະ​ພັນ​ສົ່ງ​ອອກ​ເຂົ້າ

(GMT+08:00) 2012-08-24 14:12:32     cri
ໜັງສື​ພິມ​ບາງ​ກອກ​ໂພສສະບັບ​ວັນ​ທີ23ລາ​ຍງານ​ວ່າ:5ປະ​ເທດ​ອາ​ຊຽນຄື​ໄທ,ຫວຽດນາມ,​ກຳ​ປູ​ເຈຍ,​ມຽນ​ມາ​ແລະ​ລາວ​ຈະ​ລົງ​ນາມ​ໃນ​ສັນ​ຍາ​ໃນ​ທ້າຍ​ປີ​ນີ້​ເພື່ອ​ສ້າງ​ສະ​ຫະ​ພັນ​ສົ່ງ​ອອກ​ເຂົ້າ​ຂອງ​ອາ​ຊຽນ.ຊຶ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ,​ຍົກ​ສູງ​ລາ​ຄາ​ເຂົ້າ​ແລະ​ເພີ່ມ​ລາຍ​ໄດ້ຈາກ​ການ​ສົ່ງ​ອອກ​.

ໄທ​ເປັນ​ຜູ່​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ອົງການ​ປະ​ເທດ​ສົ່ງ​ອອກ​ເຂົ້າ​ຢູ່​ທີ່​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້,​ຊຶ່ງ​ໄທ​ສະ​ເໜີ​​ໃຫ້​ຮ່ວມ​ກັບ​ຫວຽດ​ນາມ,​ກຳ​ປູ​ເຈຍ,​ລາວ​ແລະ​ມຽນ​ມາ​ສ້າງ​ຕັ້ງ​ອົງ​ການ​ທີ່​ຄ້າຍຄື​ກັບ​ອົງ​ການ​ໂອ​ເປັກ​ຄື​ອົງ​ການ​ປະ​ເທດ​ສົ່ງ​ອອກ​ເຂົ້າ​ຫຼື​OREC,​ຊຶ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ພາຍ​ໃຕ້​ສະ​ພາບ​ທີ່​ລາຄາ​ເຂົ້າ​ໃນ​ສາກົນ​ຖີບ​ຕົວ​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ.ຕາມ​ສະ​ຖິ​ຕິ,​ໃນ​ປີ​2007,​5​ປະ​ເທດ​ອາ​ຊຽນດັ່ງກ່າວ​ໄດ້​ສົ່ງ​ອອກ​ເຂົ້າ​ກວມ​ຍອດ​ປະ​ລິ​ມານ​ສົ່ງ​ອອກ​ໃນ​ທົ່ວ​ໂລກ​ເຖິງ​49,2%.

ຂໍ້​ສະ​ເໜີ​ຂອງ​ໄທ​ໄດ້​ຮັບ​ຄວາມ​ເ​ຫັນ​ດີ​ຈາກ​ຫວຽດນາມ,ລາວ,​ກຳ​ປູ​ເຈຍ​ແລະ​ມຽນມາ,​ແຕ່​ກໍ່​ໄດ້​ມີ​ການ​ຖົກ​ຖຽງ​ກັນ​ບາງ​ຢ່າງ.​ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດນຳ​ເຂົ້າ​ເຂົ້າ​ເຫັນ​ວ່າ​"ອົງ​ການ​ປະ​ເທດ​ສົ່ງ​ອອກ​ເຂົ້າ"​ບໍ່​ພຽງ​ແຕ່​ບໍ່​ສາ​ມາດ​ແກ້​ໄຂ​ວິ​ກິດ​ການ​ພືດ​ພັນ​ທັນ​ຍາ​ຫານ​ຂອງ​ໂລກ​ເທົ່າ​ນັ້ນ,​ກົງ​ກັນ​ຂ້າມ​ຈະ​ເຮັດ​ໃຫ້​ບັນ​ຫາ​ຄວາມ​ອຶດ​ຫິວ​ແລະ​ຄວາມ​ທຸກ​ຍາກ​ໜັກ​ໜ່ວງ​ຂຶ້ນ​ຕື່ມ​ອີກ.

ແຕ່​ວ່າ​ທ່ານ​ຈ່ວງຈ້ຽນ ນັກ​ເສດຖະສາດ​ລະດັບ​ສູງ​ຂອງ​ທະນາຄານ​ພັດທະນາ​ອາ​ຊີ​ຫຼື​ADB​ວິ​ເຄາະ​ວ່າ,​ຕາມ​ປະ​ເທດ​ສຳ​ຄັນ​ທີ່​ສົ່ງ​ອອກ​ເຂົ້າ​ເຫັນ​ວ່າ,​ການ​ສ້າງ​ຕັ້ງ​ອົງ​ການ​OREC​ມີ​ເຫດ​ຜົນ​ໃນ​ລະ​ດັບ​ໃດ​ໜຶ່ງ​ຄື​ພາຍ​ໃຕ້​ສະ​ພາບ​ທີ່​ລາ​ຄາ​ເຂົ້າ​ຢູ່​ໃນ​ລະ​ດັບ​ຕ່ຳ​ມາ​ເປັນ​ໄລຍະ​ຍາວ​ນານ,​ການ​ບໍ​ລິ​ໂພກ​ເພີ່ມ​ຂຶ້ນ​ແລະ​ການ​ນຳ​ໃຊ້​ພະ​ລັງ​ງານ​ຊີ​ວະ​ພາບ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ປະ​ຈຸ​ບັນ,​ພືດ​ພັນ​ທັນ​ຍາ​ອາ​ຫານ​ໄດ້​ກາຍ​ເປັນ​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ​ຂອງ​​ໂລກ,​ປະ​ເທດ​ສຳ​ຄັນ​ໃນ​ການ​ສົ່ງ​ອອກ​ເຂົ້າ​ປະ​ກອບ​ເປັນ​ສະ​ຫະ​ພັນ​ໃນ​ການ​ຄວບ​ຄຸມ​ປະ​ລິ​ມານ​ການ​ຜະ​ລິດ​ແລະ​ລາ​ຄາ,​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ຮັບ​ປະ​ກັນ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ທີ່​ສຸດ​ໃນ​ລະ​ບົບ​ການ​ຄ້າ​ທົ່ວ​ໂລກ.

ທ່ານ​ຈ່ວງຈ້ຽນກ່າວ​ຕື່ມ​ວ່າ, ORECຢາກ​ມີ​ຖານະ​ບົດບາດ​ຄື​ໂອ​ເປັກ​ບໍ່​ແມ່ນ​ເລື່ອງ​ງ່າຍ.​ເພາະວ່າ​ການ​ຄວບ​ຄຸມ​ປະ​ລິ​ມານ​ການ​ສະໜອງ​ເຂົ້າ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ,​ຊາວ​ກະ​ສິ​ກອນ​ເປັນ​ໝື່ນ​ເປັນ​ລ້ານ​ຄົນ​ປູກ​ເຂົ້າ​ແບບ​ກະ​ຈັດ​ກະ​ຈາຍ,​ແຕ່​ນ້ຳ​ມັນ​ເຊື້ອ​ໄຟ​ແມ່ນ​ບໍ​ລິ​ສັດ​ຂ້າມ​ຊາດ​ຫຼາຍ​ແຫ່ງ​ຜະ​ລິດ​ຢູ່​ໃນ​ພຽງ​ບໍ່​ເທົ່າ​ໃດ​ປະ​ເທດ​ເທົ່າ​ນັ້ນ,​OREC​ຍາກ​ທີ່​ຈະ​ຄວບ​ຄຸມ​ການ​ຜະ​ລິດ​ຂອງ​ຊາວ​ກະ​ສິ​ກອນ.

ສ່ວນທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ,ພວກ​ຂ້າພະ​ເຈົ້າ​ຈະ​ບໍ່​ກັກ​ຕຸ​ນເຂົ້າ​ຫຼື​ຂຶ້ນ​ລາ​ຄາ​ເຂົ້າ​ໃນ​ເວ​ລາ​ຂາດ​ເຂີນ​ເຂົ້າ​ໃນ​ຕະ​ຫຼາດ,​ສິ່ງ​ທີ່​ພວກ​ເຮົາ​ຄວນ​ເຮັດ​ນັ້ນ​ແມ່ນ​ຮັບ​ປະ​ກັນ​ໃຫ້​ມີ​ພືດ​ພັນ​ທັນ​ຍາ​ຫານ​ຢ່າງ​ພຽງ​ພໍ,​ພ້ອມ​ທັງ​ຊ່ວຍ​ປະ​ສານ​ງານ​ແກ້​ໄຂ​ບັນ​ຫາ​ຂາດ​ເຂີນ​ເຂົ້າ​ໃນ​ທົ່ວ​ພາກ​ພື້ນ​ກໍ່​ຄື​ໃນ​ທົ່ວ​ໂລກ.