ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຖ້ອຍ​ຄວາມ​ຂອງ​ຜູ້​ນຳ​ຍີ່​ປຸ່ນ​ທີ່​ກ່ຽວ​ພັນ​ເຖິງ​ເກາະ​ຕ້ຽວ​ອີ

(GMT+08:00) 2012-08-25 16:24:26     cri

ວັນ​ທີ 24 ສິງຫາ​ນີ້, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ຖ້ອຍ​ຄວາມ​ຂອງ​ຜູ້ນຳ​ຍີ່ປຸ່ນ​ທີ່ກ່ຽວ​ພັນ​ເຖິງ​ເກາະ​ຕ້ຽວ​ອີ.

ນັກ​ຂ່າວ​ຖາມ​ວ່າ, ​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 24 ສິງຫາ​ນີ້, ທ່ານ​ໂຢຊີ​ຮີ​ໂກ ​ໂນ​ດາ, ນາຍົກລັດ​ຖະ​ມົນ​ຕີ ຍີ່ປຸ່ນ​ກ່າວ​​ວ່າ, ​ເມື່ອ​ປີ 1895, ລັດຖະບານ​ເມ​ຈິ​ຍີ່ປຸ່ນ​ໄດ້​ຈັດ​ເອົາ​ເກາະ​ຕ້ຽວ​ອີ​ເຂົ້າ​ໃນ​​ແຜ່ນດິນ​ຂອງປະ​ເທດຍີ່ປຸ່ນ, ​ເກາະ​ຕ້ຽວ​ອີ​ບໍ່​ມີ​ບັນຫາ​ທີ່​ວ່າ​ແມ່ນ​ຂອງ​ປະ​ເທດ​ໃດ. ຕໍ່​ເລື່ອງ​ນີ້, ຈີນ​ມີ​ການ​ຕອບ​ໂຕ້​ແນວ​ໃດ​ແດ່?

ທ່ານ​ຫົງ​ເຫຼີຍ ກ່າວ​ວ່າ, ພວກ​ຂ້າພະ​ເຈົ້າສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ແຮງ​ກ້າຕໍ່ຜູ້ນຳ ຍີ່ປຸ່ນ​ທີ່​ຫວ່ານ​ຖ້ອຍ​ຄວາມ​ທຳ​ລາຍ​ອະ​ທິ​ປະ​ໄຕ​ເໜືອ​ແຜ່ນດິນ​ຂອງ​ຈີນ​ຢ່າງ​ເປີດ​ເຜີຍ.

ທ່ານ​ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ ​ແລະ​ເກາະດອນ​ຢູ່​ອ້ອມ​ຂ້າງ ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ, ​ແມ່ນ​ຄົນ​ຈີນ​ຄົ້ນພົບ, ​ຕັ້ງ​ຊື່ ​ແລະ ພັດທະນານຳ​ໃຊ້​ກ່ອນໝູ່. ​ແຕ່ຍີ່ປຸ່ນພັດ​ແມ່ນ​ຮຽກ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ໃນ​ໄລຍະ​ສົງຄາມ​ເຈຍ​ອູ​ເມື່ອ​ປີ 1895, ​ແລະ​ຍຶດ​ເອົາ​ເກາະດອນ​ເຫຼົ່ານີ້​​ໃນ​ຊ່ອງ​ທາງ​ຜິດ​ກົດໝາຍ.

​ເມື່ອ​ວັນ​ທີ 1 ທັນວາ 1943, ປະມຸກ​ລັດ​ຂອງ​ຈີນ, ອາ​ເມ​ລິ​ກາ ​ແລະ ອັງກິດ ​ໄດ້​ອອກ "ຖະ​ແຫຼງການ​ເລີ​ແກ" ​ໂດຍ​ລະ​ບຸ​ວ່າ, ຍີ່ປຸ່ນ​ຕ້ອງ​ມອບ​ດິນ​ແດນທີ່​ຍຶດ​ເອົາ​ຈາກ​ຈີນ, ​ເຊິ່ງລວມທັງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ, ​ເກາະ​ໄຕ້​ຫວັນ ​ແລະ ​ເກາະ​ເຜິງ​ຮູ ​ແລະ​ເກາະ ດອນ​ຕ່າງໆຢູ່​ອ້ອມ​ຂ້າງຄືນ​ໃຫ້​ຈີນ​ໝົດ. ວັນ​ທີ 26 ກໍລະກົດ 1945, ປະມຸກ​ລັດ​ຂອງ​ຈີນ, ອາ​ເມ​ລິ​ກາ ​ແລະ ອັງ​ກິດ ​ໄດ້​ອອກ​ "ຖະ​ແຫຼງການ​ໂປ​ທ໌ສະ​ດຳ" ​ໂດຍ​ລະບຸ​ວ່າ, ຂໍ້​ມາດຕາ​ໃນ​ຖະ​ແຫຼງການ​ເລີ​ແກ​ຄົງ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຕົວ​ຈິງ. ​ເດືອນ​ສິງຫາ 1945, ຍີ່ປຸ່ນ​ຍອມຮັບ​ຖະ​ແຫຼງການ​ໂປ​ທ໌ສະ​ດຳ, ​ແລະ​ປະກາດ​ຍອມ​ຈຳນົນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ, ນີ້​ໝາ​ຍ ຄວາມ​ວ່າ ຍີ່ປຸ່ນຕ້ອງ​ມອບ​​ເກາະ​ໄຕ້​ຫວັນ, ​ເກາະ​ຕ້ຽວ​ອີ ​ແລະ ​ເກາະ​ດອນ​ຢູ່​ອ້ອມ​ຂ້າງ​ຄືນ​ໃຫ້​ຈີນ.