ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ໃນ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ

(GMT+08:00) 2012-08-30 17:46:43     cri
ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໃນ​ວັນ​ທີ30​ສິງຫາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ,​ທ່ານ​ພັນ​ເອກ​ເກິ​ງ​ຢ້ຽນ​ເສິ່ງ ​ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຈີນ​ມີ​ຄຳ​ວິຈານ​ແນວ​ໃດ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ການ​ຍາດ​ເອົາ​ເກາະ​ທີ່​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ດຳ​ເນີນ.​ທ່ານ​ເກິງ​ຢ້ຽນ​ເສິ່ງ​ກ່າວ​ວ່າ​:ການ​ກະທຳ​ທີ່​ຕັ້ງ​ໃຈ​ເນັ້ນ​ໜັກ​ໃສ່​ຄວາມ​ປອດ​ໄພ​ທາງ​ການ​ທະ​ຫານ,​ເຮັດ​ໃຫ້​ສະຖານະ​ການ​ໃນ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ​ກວ່າ​ເ​ກົ່ານັ້ນ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາ​ງດ້ານ​ຄວາມ​ປອດ​ໄພ​ລະ​ຫວ່າງ​ປະ​ເທດ​ໃນ​ພາ​ກ​ພື້ນ​ແຫ່ງ​ນີ້,​ແລະ​ບໍ່​ສອດຄ່ອງ​ກັບ​ກະ​ແສຍຸກ​ສະ​ໄໝ​ແຫ່ງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ,​ພວກ​ຂ້າ​ພະ​ເຈົ້າ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ດັ່ງ​ກ່າວ.

ທ່ານ​ເກິ​ງຢ້ຽນ​ເສິ່ງ​ກ່າວ​ວ່າ:ພວກ​ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ,​ປະ​ເທດ​ທີ່​ກ່ຽວຂ້ອງ​ຈັດການ​ຊ້ອມ​ຮົບ​ປະ​ເພດ​ຕ່າງໆ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເລື້ອຍໆ,ຕໍ່​ເລື່ອງ​ນີ້,ຈີນ​ກ່າວ​ເນັ້ນ​ວ່າການ​ປົກ​ປັກ​ຮັກສາ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະ​ເທດ​ຕ່າງໆ.

ກອງ​ປ້ອງ​ກັນ​ຕົວ​ທາງບົກ​ຂອງ​ຍີ່ປຸ່ນ​ແລະ​ກອງພົນ​ນ້ອຍ​ທະຫານ​ເຮືອ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ປ້ອງ​ກັນ​​ເກາະດອນ​ຢູ່​ເກາະ​ກວານ​ແລະ​ເກາະ​ທິນຽນ​ແຕ່​ວັນ​ທີ21​ສິງຫາ​​ເຖິງ​ວັນ​ທີ26​ກັນຍາ​ໜ້າ​ນີ້.ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ​ຈັດການ​ຊ້ອມ​ຮົບ​ຢູ່​ເກາະ​ດອນ.​ນັກ​ວິ​ເຄາະ​ເຫັນ​ວ່າ,​ການ​ຊ້ອມ​ຮົບ​ປ້ອງ​ກັນ​ເກາະ​ດອນ​ຂອງ​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ໃນ​ເທື່ອ​ນີ້​ແມ່ນ​ມີ​ຂຶ້ນ​ພາຍ​ໃຕ້​ສະພາບ​ທີ່​ມີຄວາມ​ຂັດ​ແຍ່ງ​ກ່ຽວ​ກັບເກາະ​ຕ້ຽວ​ອີລະຫວ່າງ​ຈີນ​ຍີ່​ປຸ່ນນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ,ຊຶ່ງ​ຈະ​ເຮັດ​ໃຫ້​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນນີ້​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ​ກວ່​າ​ເກົ່າ​ຊຶ່ງ​ຈະ​ບໍ່​ເປັນ​ຜົນ​ດີ​ຕໍ່​ທັງ​ສອງ​ຝ່າຍ.