​ໂຄງການ​ກໍ່ສ້າງ​ສູນ​ປະຊຸມ​ສາກົນ​ມີ​ຄວາມ​ຄືບ​ໜ້າ​ກາຍ90%

(GMT+08:00) 2012-09-03 17:34:43     cri
ມາ​ຮອດ​ປັດຈຸບັນ​ນີ້​ບັນດາ​ໂຄງການ​ທີ່​ຮອງ​ຮັບ​ໃຫ້​ແກ່​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ9ຢູ່​ນະຄອນຫຼວງ​ວຽງ​ຈັນ ທີ່​ຈະ​ມີ​ຂຶ້ນ​ຕົ້ນ​ເດືອນ​ພະຈິກ2012ຈະ​ມາ​ເຖິງ​ນີ້​ເຫັນ​ວ່າ​ຫຼາຍ​ໂຄງການ​ມີ​ຄວາມ​ຄືບ​ໜ້າ ​ແລະ ​ໃຫ້​ສຳ​ເລັດ​ຕາມ​ແຜນການ. ​ໃນ​ນັ້ນ, ກໍ​ມີ​ໂຄງການ​ກໍ່ສ້າງ​ສູນ​ປະ​ຊຸມ​ສາກົນ(ICC)ຕັ້ງ​ຢູ່​ຫຼັກ6ຖະໜົນ​ໄກສອນ ພົມວິຫານ.

ທ່ານ ດຣ. ອະ​ໄຊ​ຍະ​ເດດ​ອິນ​ສີ​ຊຽງ​ໃໝ່ ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໂຄງການ​ດັ່ງກ່າວ ​ໄດ້​ໃຫ້​ຮູ້​ວ່າ: ​ໂຄງການ​ກໍ່ສ້າງ​ສູນ​ປະຊຸມ​ສາກົນ ມາ​ຮອດ​ປັດຈຸບັນ​ແມ່ນ​ມີ​ຄວາມ​ຄືບ​ໜ້າການ​ຈັດ​ຕັ້ງ​ປະຕິບັດ​ສຳ​ເລັດ​ກາຍ 90% ​ແລະ​ຄາດໝາຍ​ສູ້​ຊົນ​ຈະ​ສຳ​ເລັດ​ໃນ​ວັນ​ທີ30ກັນຍາ2012​ໂດຍ​ລວມ​ແລ້ວ​ຫຼາຍ​ໜ້າ​ວຽກ​ແມ່ນ​ມີ​ຄວາມ​ສຳ​ເລັດ ​ແລະ ສ່ວນ​ໜ້າ​ວຽກ​ທີ່​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ມີ​ຄື: 1. ​ແມ່ນ​ວຽກ​ລະບົບ​ຕິດ​ຕັ້ງ​ນຳ​ໃຊ້ ນ້ຳ​ເປື່ອນ ລະບົບ​ປ້ອງ​ກັນ​ອັກຄີ​ໄພ ລະບົບ​ເຄື່ອງ​ປັບ​ອາກາດ ລະບົບ​ໄຟຟ້າ ຕິດ​ຕັ້ງ​ລິ​ຟ ​ແລະ ລະບົບ​ສື່ສານ 2. ວຽກ​ປະດັບ​ປະດາ ​ແລະ ຕົບ​ແຕ່ງ​ໃນ​ອາຄານ 3, ວຽກ​ຈັດ​ສວນ ບ່ອນ​ຈອດ​ລົດ​ເດີ່ນ​ທາງ​ເຂົ້າ-ອອກ​ຢູ່​ນອກ​ອາຄານ​ແລະ 4. ວຽກ​ທົດ​ລອງ​ກ່ອນ​ເປີດ​ການ​ນຳ​ໃຊ້.