ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງກັນ​ປະ​ເທດ​ຈີນ-ລາວ​ພົບ​ປະ​ກັນ

(GMT+08:00) 2012-09-07 14:14:05     cri

ວັນ​ທີ7ກັນຍາ​ນີ້,​ ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ,​ ທ່ານພົນ​ເອກ ​ລຽງ​ກ່ວງ​ເລ້​ຍ, ທີ່​ປຶກສາ​ແຫ່ງ​ລັດ​ຈີນ,​ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະກັບທ່ານ​ພົນ​ໂທ ດ​ວງ​ໃຈ ພິຈິດ,​ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄຳ​ຄິດຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນ​ຫາ​ຕ່າງໆ, ​ເຊັ່ນ,​ ການ​ພົວພັນ​ສອງ​ລັດ​​ແລະສອງ​ກອງທັບ,​​ ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ສາກົນ​ກໍ່​ຄື​ຂອງ​ພາກ​ພື້ນ ​ແລະ​ອື່ນໆ,​​ ແລະ​ໄດ້​ຕົກລົງ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ.

ທ່ານພົນ​ເອກ ​ລຽງ​ກ່ວງ​ເລ້​ຍ ກ່າວ​ວ່າ,​ ຈີນ​ແລະ​ລາວ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິ​ດຕະພາບ​ຕໍ່​ກັນ​ແລະ​ມີ​ພູຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ. ​​ແຕ່​ການ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ເປັນ​ເວລາ 5​0 ກວ່າ​ປີ​ເປັນ​ຕົ້ນ​ມາ,​ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ກໍ​ໄດ້​ຂະ​ຫຍາຍ​ກວ້າງ​ອອກ​ແລະ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​. ​ໂດ​ຍສະ​ເພາະ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ ສອງ​ກອງທັບ​ໄດ້​ດຳ​ເນີນ​ການ​​ແລກປ່ຽນ​​ແລະ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ຢ່າງຫຼວງ​ຫຼາຍ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ, ​ຄະນະ​ນຳ​ລະດັບ​ສູງ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ,​ ການ​ອົບຮົມ​ບຸກຄະລາ​ກອນ,​ ການ​ກໍ່ສ້າງ​ໂຮງຮຽນ, ການ​ຄຸ້ມ​ຄອງ​ວຽກ​ງານ​ປ້ອງ​ກັນຊາ​ຍ​ແດນ, ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ດັ່ງ​ນີ້​ເປັນ​ຕົ້ນ, ​ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້ການ​ພົວພັນ​ສອງ​ປະ​ເທດ​ຂະ​ຫຍາ​ຍຕົວຢ່າງ​ຮອບດ້ານ. ພາຍ​ໃຕ້​ສະພາບ​ການ​ໃໝ່​ທີ່​ສະຖານະ​ການ​ສາກົນ​ກໍ່​ຄື​ພາກ​ພື້ນ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ແລະ​ສັບສົນ​ນັ້ນ,​ ຈີນຍິນ​ດີ​ຮ່ວມ​ມືກັບ​ຝ່າ​ຍລາວ ​​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ຍຸດ​ທະ​ສາດ​, ຂະຫຍາຍ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​​ກ້າວ​ສູ່​ລວງ​ເລິກ, ຊຸກ​ຍູ້​ໃຫ້ສາຍພົວພັນ​ສອງ​ລັດ​​ແລະສອງ​ກອງທັບ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸ​​ດຢັ້ງ.

ທ່ານພົນ​ໂທ ດ​ວງ​ໃຈ ພິຈິດ​ ກ່າວ​ວ່າ,​ ສອງ​ປະ​ເທດ​ລາວ​ຈີນ​ມີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ຢ່າງ​ແໜ້ນໜາ, ​ແຕ່​ດົນ​ນານ​ມາ​ນີ້,​ ສອງ​ຝ່າຍ​​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ. ​ຝ່າຍ​ລາວ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໃຫ້ການ​ສະໜັບສະໜູນ​ແລະ​ການ​ຊ່ວຍ​ເຫຼືອ​ຢ່າງຫຼວງ​ຫຼາຍ​ໃນ​ກາ​ນສ້າງສາ​ປະ​ເທດ​ແລະ​ກອງທັບ​ປະຊາຊົນ​ລາວ, ​ລາວ​ໃຫ້​ຄວາມ​ສຳຄັນຫຼາຍ​ຕໍ່​ການ​ພົວພັນ​ກັບ​ຈີນ, ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມມື​ກັບ​ຈີນ​ຕື່ມ​ອີກ,​ ທຳ​ຄວາມ​ພະຍາຍາມຢ່າງ​ຕັ້ງໜ້າ ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ປະ​ເທດ​ ກໍ່​ຄື​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານພົນ​ເອກ​ ລຽງ​ກ່ວງ​ເລ້​ຍ ​ແມ່ນ​​ເດີນທາງ​ມາຮອດ​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ6ກັນຍາ​ນີ້, ​ເລີ່​ມ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຢູ່ລາວ​ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ​ຂອງ​ ທ່ານພົນ​ໂທ ດ​ວງ​ໃຈ ພິຈິດ.