​ທ່ານ​ ຈູມ​ມາລີ ​ໄຊ​ຍະ​ສອນ ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງທ່ານ​ພົນ​ເອກ​ ລຽງ​ກ່ວງ​ເລ້ຍ

(GMT+08:00) 2012-09-07 18:19:41     cri
ວັນ​ທີ7ກັນຍາ​ນີ້​ຢູ່​ນະຄອນຫຼວງວຽງ​ຈັນ,​ ທ່ານ ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ​ໄດ້​​ໃຫ້​ກຽດຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານພົນ​ເອ​ກ ລຽງ​ກ່ວງ​ເລ້​ຍ,​ ທີ່ປຶກສາ​ແຫ່ງ​ລັດ​ຈີນ​ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຢູ່​ລາວ.

ທ່ານ​ ຈູມ​ມາລີ ​ໄຊ​ຍະ​ສອນ ​ຂໍຝາກ​ຄວາມ​ຢື້​ຢາມຖາມ​ຂ່າວອັນ​ອົບ​ອຸ່ນ​ ຜ່ານທ່ານ​ພົນ​ເອກ ​ລຽງ​ກ່ວງ​ເລ້​ຍ ໄປ​ຍັງ​ທ່ານ​ຫູ​ຈິນທ່າວ, ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ​ແລະ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ລາວ-​ຈີນ. ທ່ານ ​ຈູມ​ມາລີ ກ່າວ​ວ່າ, ຈີນ​​ເປັນ​ປະ​ເທດເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສະໜິດ​ແລະ​ໄວ້​ເນື້ອ​ເຊື່​ອ​ໃຈ​ຂອງ​ລາວ. ລາວ​ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ,​​ ໃນ​ຫຼາຍ​ປີຜ່ານ​ມາ, ສອງ​ພັກ​ສອງ​ລັດ​ລາວ-​ຈີນ​​ໄດ້ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ແລະ​ໃກ້ຊິດ,​ ລະດັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ກໍ່​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ​ໄດ້​ຮັບ​ໝາກຜົນ​ຢ່າງ​ພົ້ນ​​ເດັ່ນ. ຝ່າຍ​ລາວ​ຂອບ​ໃຈ​ຝ່າຍ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແລະ​ການ​ຊ່ວຍ​ເຫຼື​ອ​​ເປັນ​ໄລຍະ​ດົນ​ນາ​ນມາ​ນີ້, ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​​ເສີມ​ຂະຫຍາຍ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ​ແລະຊຸກ​ຍູ້​ໃຫ້ການ​ພົວພັນ​ສອງ​ລັດ​ແລະ​ສອງ​ກອງທັບ​ຂະຫຍາຍ​​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານພົນ​ເອກ​ ລຽງ​ກ່ວງ​ເລ້​ຍ ກ່າວ​ວ່າ,​ ສອງ​ປະ​ເທດ​ຈີນ​ລາວ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ດີຕໍ່​ກັນ. ​ແຕ່​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ 51ປີ​ມາ​ນີ້, ​ໂດຍ​ສະ​ເພາະ​​ແມ່ນຫຼັງ​ຈາກ​ເຂົ້າ​ສູ່​ສັດຕະວັດ​​ໃໝ່, ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ທະຫານ​ແລະ​ວັດທະນະທຳ​ໄດ້​ຂະຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.​ ການ​ພົວພັນ​​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​-​ລາວ​ ເປັນ​ແບບຢ່າງ​ທີ່​ດີ​​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ ປະ​ເທດ​. ຈີນ​ຈະ​ຍຶດໝັ້ນ​ປະຕິບັດ​ຕາມ​ທິດ​ທາງ"ໝັ້ນຄົງ​ຍາວ​ນານ, ມີ​ໄມຕີ​ຈິດ​ມິດຕະພາບ​ຕໍ່​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກັນ,​ ​ແລະ​ຮ່ວມ​ມື​ຮອບດ້ານ", ພະຍາຍາມຮ່ວມ​ກັບ​ຝ່າຍ​ລາວ​ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ,​ ​ແລະ​ການ​ພົວພັນ​ສອງລັດ​ສອງ​ກອງທັບ​ຂະຫຍາຍຕົວ​ໄປ​ສູ່​ຂົງ​ເຂດ​ທີ່​ກວ້າງຂວາງ​ກວ່າ​ເກົ່າ,​​ແລະ​ລະດັບ​ສູງ​ກວ່າ​ເກົ່າ.

ທ່ານ​ນາງ​ ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ, ​ແລະນາຍ​ທະຫານ​ລະດັບ​ສູງ​ຕ່າງໆໃນ​ຄະນະ​ຜູ້​ແທນ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ເຂົ້າ​ຢ້ຽມ​ຂ່ຳນັບຄັ້ງ​ນີ້.