ລັດຖະບານ​ຈີນ​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບການຂີດແບ່ງ​ຊາຍ​ແດນ​ທາງທະ​ເລ​ຂອງ​​ເກາະ​ຕ້ຽວ​ອີແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນໃກ້​ຄຽງ

(GMT+08:00) 2012-09-10 18:43:25     cri
ວັນ​ທີ 10 ກັນຍາ​ນີ້,ລັດຖະບານ​ຈີນ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບການຂີດແບ່ງ​ຊາຍ​ແດນທາງທະ​ເລ​ຂອງ​​ເກາະ​ຕ້ຽວ​ອີແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນໃກ້​ຄຽງຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ.

ຖະ​ແຫຼ​ງການຊີ້​ອອກວ່າ,ອີງ​ຕາມ《ກົດ​ໝາຍວ່າ​ດ້ວຍ​ນ່ານນ້ຳທະ​ເລ​ແລະ​ເຂດຕິດ​ຕໍ່​ກັນ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ》ສະບັບ​ວັນ​ທີ 25 ​ກຸມພາ​ປີ 1992,ລັດຖະບານ​ສາທາລະນະ​ລັດ​ປະຊາຊົນຈີນ​ໄດ້ປະກາດ​​​ເສັ້ນຂີດ​ແບ່ງຊາຍ​ແດນ​ທາງທະ​ເລ​ຂອງ​ເກາະ​ຕ້ຽວ​ອີແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ.

ໃນ​ຖະ​ແຫຼ​ງການ​ໄດ້​​ເປີດ​ເຜີຍອົງສາ​ຂອງ​ເສັ້ນ​ແວງ​ແລະ​ເສັ້ນ​ຂະໜານຂອງຫຼາຍ​ຈຸດພິກັດທີ່​ໃກ້​ກັນ,​​ເສັ້ນ​ພື້ນຖານ​ໃນ​ການ​ຂີດ​​ແບ່ງ​ຊາຍ​ແດນ​ທາງທະ​ເລ​ຂອງເກາະ​ຕ້ຽວ​ອີແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງກໍ່​ແມ່ນ​​ເສັ້ນທີ່​ຕໍ່​ກັນດ້ວຍຈຸ​ດພິກັດ​ທີ່​ໃກ້​ກັນເຫຼົ່າ​ນີ້.