ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ ບັນຫາ​ອະທິປະ​ໄຕຂອງ​ຊາດ​ຈະ​ບໍ່​ໃຫ້​ໃຜ​ແຕະຕ້ອງ​ຢ່າງ​ເດັດຂາດ

(GMT+08:00) 2012-09-10 19:05:44     cri
ຕາມ​ຂ່າວCRI:ວັນ​ທີ​ 10 ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກລັດຖະມົນຕີຈີນກ່າວ​ວ່າ,​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ,​ໃນ​ບັນຫາ​ອະທິປະ​ໄຕ​ແລະ​ພື້ນ​ແຜ່ນດິນ,ລັດຖະບານ​ແລະ​ປະຊາຊົນ​ຈີນ​ຈະ​ບໍ່​​ໃຫ້​​ໃຜ​ແຕະຕ້ອງ​ໄດ້​ຢ່າງ​ເດັດຂາດ.

ທ່ານ​ເວີ່ນ​ເຈ່ຍ​ປາວໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​ເປີດ​ອານຸສາ​ວະລີ​ຫຼໍ່​ດ້ວຍ​ທອງ​ຂອງ​ທ່ານ​​ໂຈ່​ເອິນ​ໄລ​ແລະ​ທ່ານ​ເຊິ​ນອີ້​​ເຊິ່ງ​ເປັນ​ອະດີດ​ຜູ້ນຳ​ຂອງ​ຈີນ​ຢູ່​ວິທະຍາຄານການທູດ​ປັກ​ກິ່ງ​​ແຫ່ງໃໝ່.