ກະຊວງ​ການ​ຕ່າງປະ​ເທດ​ຈີນອອກ​ຖະ​ແຫຼງ​ການ​ວ່າ:​ລັດ​ຖະ​ບານ​ຍີ່​ປຸ່ນ​ປະ​ກາດ​ວ່າ​ຈະ​"ຊື້"​ເກາະ​ຕ້ຽວ​ອີ​ເປັນ​ການ​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ

(GMT+08:00) 2012-09-10 20:16:06     cri
ຕາມ​ຂ່າວ​CRI:ວັນ​ທີ10ກັນຍາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ອອກ​ຖະ​ແຫຼງ​ການ​ຢູ່​ທາງເວບ​ໄຊ​ວ່າ:​ວັນ​ທີ​10​ກັນ​ຍາ​ປີ​2012​ນີ້, ລັດ​ຖະ​ບານ​ຍີ່​ປຸ່ນ​ບໍ່​ເອົາ​ຫົວຊາ​ຕໍ່​ການ​ປະ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຫຼາຍໆ​ຄັ້ງ​ຂອງ​ຝ່າຍ​ຈີນ​ແລະ​ປະ​ກາດ​ວ່າ​ຈະ​"ຊື້"​ເກາະ​ຕ້ຽວ​ອີ​​ແລະດອນ​ນ້ອຍ​ທາງ​ໃຕ້​ແລະ​ດອນ​ນ້ອຍ​ທາງ​ເໜືອ​ທີ່ຂຶ້ນ​ກັບ​ເກາະ​ນີ້, ​ໂດຍ​ປະ​ຕິ​ບັດ​ກົນ​ອຸ​ບາຍ​ອັນ​ທີ່​ວ່າ​"ການ​ຫັນ​ເກາະ​ຕ້ຽວ​ອີ​ໃຫ້​ເປັນ​ຂອງ​ລັດ​ຖະ​ບານ", ​ເຂິ່ງ​ໄດ້​ລ່ວງ​ລະ​ເມີດ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ຈີນ​ຢ່າງ​ຮ້າຍ​ແຮງ, ລັດຖະບານ​ຈີນ​ແລະ​ປະຊາຊົນ​ຈີນ​ໄດ້​ສະ​ແດງ​ການ​ຄັດ ຄ້ານ​ຢ່າງ​ເດັດດ່ຽວ​ແລະ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້.

ຖະ​ແຫຼ​ງການ​ຊີ້​ອອກ​ວ່າ, ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນກັບ​ເກາະ​ນີ້​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ,​ຈີນ​ມີ​ຫຼັກ​ຖານ​ອ້າງ​ອີງ​ທາງ​ປະ​ຫວັດ​ສາດ​ແລະ​ກົດ​ໝາຍ​ມາ​ຢັ້ງ​ຢືນ​ຢ່າງ​ພຽງ​ພໍ​ກ່ຽວ​ກັບ​ເລື່ອງ​ນີ້, ຈີນ​ແມ່ນ​ເຈົ້າ​ຂອງ​ຂອງ​​​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ທີ່​ຂຶ້ນ​ກັບ​ເກາະ​ນີ້​ຢ່າງ​ບໍ່​ສາ​ມາດ​ໂຕ້​ຖຽງ​ໄດ້.​ລັດ​ຖະ​ບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ທີ່​ດີ​ກັບ​ຍີ່​ປຸ່ນ​ມາ​ໂດຍ​ຕະ​ຫຼອດ, ​ແຕ່​ວ່າ​ການ​ພັດ​ທະ​ນາ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ຢ່າງ​ສົມ​ບູນ​ນັ້ນ​ຝ່າຍ​ຍີ່​ປຸ່ນ​ຕ້ອງ​ໄປ​ທາງ​ດຽວ​ກັນ​ກັບ​ຈີນ​ແລະ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ.​ລັດ​ຖະ​ບານ​​ຍີ່​ປຸ່ນ​ຈະ​ຊື້​ເກາະ​ຕ້ຽວ​ອີ​ແມ່ນ​ການ​ກະ​ທຳ​ທີ່​ຝ່າ​ຝືນ​ກັບທິດ​ທາງ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ.

ໃນ​ຕອນ​ທ້າຍ​ຖະ​ແຫຼງ​ການ​ກ່າວ​ວ່າ, ລັດຖະບານ​ຈີນ​ຖະ​ແຫຼງ​ຢ່າງ​ເຄັ່ງ​ຂຶມ​ວ່າ,​ອັນ​ທີ່​ວ່າການ​"ຊື້​ເກາະ​ຕ້ຽວ​ອີ້"​ທີ່​ລັດ​ຖະ​ບານ​ຍີ່​ປຸ່ນ​ກ່າວ​ມາ​ນັ້ນ​ແມ່ນ​ຜິດ​ກົດ​ໝາຍ​ແລະ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ໄດ້,​ລັດ​ຖະ​ບານ​ຈີນ​ຄັດ​ຄ້ານ​ຢ່າງ​ເດັດ​ຂາດ​ຕໍ່​ຍີ່​ປຸ່ນ​ທີ່​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນຂ​ອງ​ຈີນ. ຈີນ​ເຕືອນ​ໃຫ້​ຍີ່​ປຸ່ນ​ຕ້ອງ​ຢຸດ​ຕິ​ການ​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ຂອງ​ຈີນ​ໃນ​ທັນ​ທີ,​ຖ້າ​ວ່າ​ຍີ່​ປຸ່ນ​ເຮັດ​ຕາມ​ລຳ​ພັງ​ໃຈ,​ຝ່າຍ​ຍີ່​ປຸ່ນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ຜົນ​ຮ້າຍ​ທຸກ​ຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ​ແຕ່​ຝ່າຍ​ດຽວ.