ສື່​ມວນ​ຊົ​ນສຳຄັນຕ່າງໆ​ຂອງ​ຈີນລົງ​ພິມ​ບົດ​ຄວາມ​ກ່າວ​ປະ​ນາມ​ຍີ່​ປຸ່ນ​ກໍ່​ເລື່ອງ​ຊື້​ເກາະ​ຕ້ຽວ​ອີ

(GMT+08:00) 2012-09-11 14:58:49     cri
ຫວ່າງ​ມໍ່ໆ​ມາ​ນີ້,ບັນດາສື່​ມວນ​ຊົນ​ທີ່​ສຳຄັນຂອງ​ຈີນ​ຕ່າງໄດ້ ​ລົງ​ພິມ​ບົດ​ຄວາມ​​ກ່າວ​ປະນາມ​ລັດຖະບານ​ຍີ່​ປຸ່ນກໍ່​ເລື່ອງ​ຊື້​ເກາະ​ຕ້ຽວ​ອີ.ວັນ​ທີ10​ກັນຍາ​ນີ້,ຂ່າວສານ​ຊິນ​ຮວາ​ໄດ້​ລົງ​ພິມ​ບົດ​ວິຈານ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"ລັດຖະບານ​ຍີ່​ປຸ່ນພວມ​ຫຼິ້ນ​ການພະນັນ​ທີ່​ອັນຕະລາຍ"ຊຶ່ງ​ບົດ​ວິຈານ​ຂຽນ​ວ່າ:ຍີ່​ປຸ່ນບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ແລະການ​ປະ​ທ້ວງ​ຢ່າງ​ຈິງ​ຈັງ​ຂອງ​ຈີນ,ບໍ່​ເອົາ​ຫົວຊາ​ນຳ​ຄຳ​ຕັກ​ເຕືອນ​ຢ່າງ​​ເຄັ່ງຂຶມ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ທີ່​ກ່າວ​ຢູ່​ທີ່​ກອງ​ປະຊຸມ​ສຸ​ດຍອດ​​ເອ​ເປັກ​ໃນ​ຫວ່າງ​ມໍ່​ໆ​ນີ້,​​ແລ້ວ​ຂືນຊຸກ​ຍູ້​ຂະ​ບວນການ​ຊື້​ເກາະ​ຕ້ຽວ​ອີ,ຊຶ່ງ​ໄດ້​ທຳລາຍ​ສິດ​ອຳນາດ​ອະທິປະ​ໄຕ​ແລະ​ດິນ​ແດນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ,​ແລະ​ທຳລາຍ​ຈິດ​ໃຈ​ຂອງ​ປະຊາ​ຊາດ​ຈີນ,​ເຮັດ​ໃຫ້ການ​ພົວພັນ​ຈີນ​ຍີ່ປຸ່ນ​ປ​ະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ໜັກໜ່ວງທີ່​ສຸດ​ນັບ​​ແຕ່​ຕົ້ນ​ສັດຕະວັດ​ໃໝ່​ນີ້​ເປັນ​ຕົ້ນ​ມາ.

ໜັງສືພິມ​ປະຊາຊົນ​ລາຍວັນ​ຂອງ​ຈີນ​ສະບັບ​ວັນ​ທີ11​ກັນຍາ​ນີ້​ໄດ້​ລົງ​ພິມ​ບົດ​ວິຈານ​ທີ່​ພາດ​ຫົວ​ເລື່ອງ​ວ່າ,​ເກາະ​ຕ້ຽວ​ອີ​ຂອງ​ຈີນ​ບໍ່​ອະນຸຍາດ​ໃຫ້ຜູ່​​ໃດຊື້​ຂາຍ​​ໄດ້ຕາມ​ລຳ​ພັງ​ໃຈ,ບົດ​ວິຈານ​ຂຽນ​ວ່າ:ການ​ພົວພັນ​ຈີນ​ຍີ່​ປຸ່ນຂະຫຍາຍຕົວ​ມາ​ຮອດ​ປັດຈຸບັນ​ບໍ່​ແມ່ນ​ເລື່ອງ​ງ່າຍ,ກາ​ນພົວພັນ​ຈີນ​ຍີ່ປຸ່ນ​ທີ່​ປອດ​​ໃສ​ແລະ​ໝັ້ນ​ທ່ຽງບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ສຳຄັນ​ທີ່​ສຸດ​ສຳ​ລັບ​ຈີນ​ທໍ່​ນັ້ນ,ສຳລັບຍີ່​ປຸ່ນກໍ່​ສຳຄັນ​ທີ່​ສຸດ​ຄື​ກັນ.ຈີນ​​ເຕືອນໃຫ້​ລັດຖະບານ​ຍີ່​ປຸ່ນຈົ່ງ​ພິຈາລະນາ​ເບິ່ງສະຖານະ​ການ​ໃຫ້​ຈະ​ແຈ້ງ, ຢຸດຕິ​ທຸກ​ການ​ກະທຳ​ທີ່​ລ່ວງ​ລະ​ເມີດ​ສິດ​ອຳນາດຢູ່​ເກາະ​ຕ້ຽວ​ອີຂອງ​ຈີນ​ໃນ​ທັນ​ທີ.