ຈີນ​ເລີ່​ມປະກາດ​ການ​ພະຍາກອນ​ສິ່ງ​ແວດ​ລ້ອມ​ທາງທະ​ເລ​ບໍລິ​ເວນ​ຢູ່​​ໃກ້​ເຂດເກາະ​ຕ້ຽວ​ອີ້ນັບ​ແຕ່​ວັນ​ທີ11ກັນຍາ​ນີ້

(GMT+08:00) 2012-09-11 18:05:25     cri
ຕາມ​ຂ່າວCRI: ວັນ​ທີ11ກັນຍາ​ນີ້, ກົມທະ​ເລ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ, ນັບ​ແຕ່​ວັນ​ທີ11ກັນຍາ​​ປີ2012​ເປັນ​ຕົ້ນ​ໄປ, ສະຖານີ​ການ​ພະຍາກອນ​ສິ່ງ​ແວດ​ລ້ອມ​ທາງທະ​ເລ​​ແຫ່ງ​ຊາດ​ຂອງ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ເລີ່​ມປະກາດ​ການ​ພະຍາ ກອນສິ່ງ​ແວດ​ລ້ອມ​ທາງທະ​ເລ​ບໍລິ​ເວນຢູ່​​​ໃກ້ເຂດ​ເກາະ​ຕ້ຽວ​ອີ້ຢ່າງ​ເປັນ​ທາງ​ການ.

ກົມ​ທະ​ເລ​ແຫ່ງ​ຊາດ​ປະກາດ​ວ່າ, ການ​ດຳ​ເນີນ​ການ​ພະຍາກອນ​ສິ່ງ​ແວດ​ລ້ອມທາງ​ທະ​ເລ​ຢູ່ບໍລິ​ເວນ​ໃກ້​ເຂດ​​ເກາະ​ຕ້ຽວ​ອີ້​ແມ່ນ​ພາລະ​ບົດບາດ​ສຳຄັນ​ສະບັບໜຶ່ງ​ຂອງ​ກົມ​ທະ​ເລ​ແຫ່ງ​ຊາດ. ພ້ອມ​ກັນ​ນັ້ນ, ​ທະ​ເລ​​ໃກ້​ເຂດ​ເກາະ​ຕ້ຽວ​ອີ້​ແມ່ນ​ເຂດ​ທະ​ເລ​ທີ່​ມັກ​ເກີດ​ໄພພິບັດ​ທາງ​ທະ​ເລ​ເລື້ອຍໆ, ທັງແມ່ນບ່ອນ​ຫາ​ປາມາ​ແຕ່​ບູຮານ​ນະ​ການຂອງ​ຊາວ​ປະມົງ​ຈີນ, ການ​ດຳ​ເນີນ​ການ​ພະຍາກອນ​ສິ່ງ​ແວດ​ລ້ອມ​ຂອງທະ​ເລ​ມີ​ຄວາມສຳຄັນ​ຫຼາຍ​ຕໍ່​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຈີນ, ​ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້ຊາວ​ປະມົງ​ທີ່​ຫາ​ປາ​ທາງ​ທະ​ເລ, ​ເຮືອ​ທີ່​​ແລ່ນ​ຜ່ານ​ໄປມາ​ແລະການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຢູ່​ທະ​ເລ​ບໍລິ​ເວນ​ໃກ້​ເຂດ​ເກາະ​ຕ້ຽວ​ອີ້​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ.