ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ຮຽກ​ຮ້ອງ​ຢ່າງ​ເດັດ​ດ່ຽວ​ໃຫ້​ຍີ່​ປຸ່ນ​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ຜິດ​ພາດ​ອັນ​ທີ່​ເອີ້ນ​ວ່າ​"ຊື້​ເກາະ​ຕ້ຽວ​ອີ"

(GMT+08:00) 2012-09-12 10:56:03     cri
ຕາມ​ຂ່າວCRI: ວັນ​ທີ​11​ກັນຍາ​ນີ້, ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ຫົງ​ເລີຍ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ອັນ​ເຄັ່ງ​ຂຶມ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ເກາະ​ຕ້ຽວ​ອີ​ຕໍ່​ຍີ່​ປຸ່ນ​ຢ່າງ​ຮອບ​ດ້ານ, ​ແລະ​ຮຽກ​ຮ້ອງ​ຢ່າງ​ເດັດ​ດ່ຽວ​ໃຫ້​ຍີ່​ປຸ່ນ​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ຜິດ​ພາດ​ອັນ​ທີ່​ເອີ້ນ​ວ່າ​"ຊື້​ເກາະ​ຕ້ຽວ​ອີ".

ທ່ານ​ຫົງ​ເລີຍ​ກ່າວ​ວ່າ, ການ​ກະທຳ​ຂອງ​ຍີ່ປຸ່ນ​ອັນ​ທີ່​ເອີ້ນ​ວ່າ"ຊື້​ເກາະ​ຕ້ຽວ​ອີ"​ແມ່ນ​ລ່ວງລະ​ເມີດ​ກົດ​ໝາຍ​ແລະ​ບໍ່​ມີ​ຜົນ​ບັງຄັບ​ໃຊ້,​ບໍ່​ສາ​ມາດ​ປ່ຽນ​​ແປງ​ຄວາມ​ຈິງ​ທີ່​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ໃກ້​ເກາະ​ຕ້ຽວ​ອີ​ແມ່ນ​ຜືນ​ແຜ່ນ​ດິນ​ຂອງ​ຈີນ,​ກໍ່​ບໍ່​ສາ​ມາດ​ປ່ຽນ​ແປງ​ຄວາມ​ຈິງ​ທີ່​ຍີ່​ປຸ່ນ​ໃຊ້​ກົນ​ອຸ​ບາຍ​ເພື່ອ​ຍຶດ​ເອົາ​ສິດ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ຂອງ​ຈີນ. ຈີນ​ຈະ​ຕິດ​ຕາມ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ຕົວ​ຈິງ​ແລະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ສິດ​ອະທິປະ​ໄຕ​​ແຫ່ງ​ຊາດ.

ຂ່າວ​ແຈ້ງວ່າ, ຕອນ​ບ່າຍ​ວັນ​ທີ 11 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ​ໄດ້​ມາ​ຢ້ຽມ​ຢາມ​ຈີນ​ເພື່ອ​ປຶກ​ສາ​ຫາ​ລື​ກັບ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຢ່າງ​ຮີບ​ດ່ວນ​ກ່ຽວ​ກັບ​ບັນ​ຫາ​ເກາະ​ຕ້ຽວ​ອີ.