ຄະນະ​ກຳມາທິການ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຮຽກ​ຮ້ອງ​ຢ່າງ​ຮຸນ​ແຮງ​ໃຫ້​ຍີ່ປຸ່ນ​ຮູ້​ເຖິງ​ຄວາມ​ອັນຕະລາຍ​ຂອງ​ສະພາບ​ການ​ໃນ​ປະຈຸ​ບັນ​ຢ່າງ​ຈະ​ແຈ້ງ

(GMT+08:00) 2012-09-12 15:24:14     cri
ກໍລະນີ​ທີ່ລັດຖະບານ​ຍີ່ປຸ່ນ​ໄດ້​ປະກາດ​ຊື້​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ສ່ວນ​ໜຶ່ງ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ໃນ​ວັນ​ທີ 10 ກັນຍາ​ນີ້,ວັນ​ທີ 11 ກັນຍາ​ນີ້,ຄະນະ​ກຳມາທິການ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອອກ​ຖະ​ແຫຼ​ງການສະ​ແດງ​ຄວາມຄຽດ​ແຄ້ນ​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ.

ຖະ​ແຫຼ​ງການ​ຂຽນ​ວ່າ,ນີ້​ແມ່ນ​ເຫດການທີ່​ຍີ່ປຸ່ນ​ລ່ວງ​ລ້ຳ​ອະທິປະ​ໄຕແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ​ຢ່າງ​ເປີດ​ເຜີຍ,ທຳລາຍ​ຈິດ​ໃຈ​ຂອງ​ປະຊາຊົນ​ຈີນ​ແລະທຳລາຍ​ການ​ພົວພັນລະຫວ່າງ​ຈີນກັບ​ຍີ່ປຸ່ນຢ່າງ​ໜັກໜ່ວງ​ອີກ​ເທື່ອ​ໜຶ່ງ.ການ​ກະທຳ​ແຕ່​ພຽງ​ຝ່າຍ​ດຽວ​ຂອງ​ຍີ່ປຸ່ນ​ທີ່​ມີ​ຕໍ່​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ນັ້ນ​ແມ່ນ​ຜິດ​ກົດໝາຍ​ທັງ​ໝົດ,ບໍ່​ມີ​ຜົນ​ສັກສິດ​ດ້ານ​ກົດໝາຍ​ສາກົນ​,ບໍ່​ສາມາດປ່ຽນ​ແປງອະທິປະ​​ໄຕ​ເໜືອ​ເກາະດອນ​ເຫຼົ່າ​ນີ້​ຂອງ​ຈີນ​ໄດ້​ຢ່າງ​ເດັດຂາດ.ປະຊາຊົນ​ຈີນຈະ​ບໍ່​ຍອມໃຫ້​ຍີ່ປຸ່ນຍຶດຄອງ​ເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ຢ່າງ​ຜິດ​ກົດໝາຍ​ເດັດຂາດ,​ທຸກຄວາມ​ພະຍາຍາມຂອງ​ຍີ່ປຸ່ນ​ທີ່​ມີ​ຈຸດປະສົງ​ເພື່ອຢືນ​ຢັນ​ຖານະ​ຂອງ​ຕົນທີ່​ມີ​ຕໍ່​ເກາະ​ຕ້ຽວ​ອີນັ້ນ​ລ້ວນ​ແຕ່​ຈະ​ບໍ່​ປະສົບຜົນສຳ​ເລັດ​ຢ່າງ​ແນ່ນອນ.

ໃນ​ຕອນທ້າຍ​ຂອງ​ຖະ​ແຫຼ​ງການ​ຊີ້​ອອກ​ວ່າ,ຈີນ​ຮຽກຮ້ອງ​ຢ່າງ​ຮຸນ​ແຮງ​ໃຫ້​ຍີ່ປຸ່ນຮູ້​​ເຖິງຄວາມ​ອັນຕະລາຍ​ຂອງ​ສະພາບ​ການ​ໃນ​ປະຈຸ​ບັນ​ຢ່າງ​ຈະ​ແຈ້ງ,ຈົ່ງຢຸດຕິ​ຄວາມ​ຜິດພາດ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ໃນ​ທັນທີ,​​ເລືອກ​ທາງ​ເດີນ​ໃໝ່,ກະທຳ​​ໃນ​ສິ່ງ​ທີ່​ຖືກຕ້ອງ,ບໍ່​ຄວນ​ຜິດ​ຊ້ຳ​​ແລ້ວ​ຊ້ຳອີກ,ຖ້າ​ບໍ່​ດັ່ງ​ນັ້ນ,ຍ່ອມ​ຈະ​​ຕ້ອງ​ຮັບຜິດຊອບ​ຕໍ່​ຜົນ​ເສຍ​ຫາຍ​ທີ່​ຈະ​ເກີດ​ຂຶ້ນ​ມາ​ຕາມ​ພາຍຫຼັງ.